ເປີດງານຕະຫຼາດນັດການຄ້າຊາຍແດນລາວ-ຫວຽດນາມທີ່​ແຂວງ​ຜົ້ງ​ສາ​ລີ

SA Game

Media Laos

ຜົ້ງສາລີ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມຈັດຕະຫຼາດນັດການຄ້າຊາຍແດນ ຄັ້ງທີ II.

ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ- ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 45 ປີ, ໃນຕອນຄໍ່າຂອງວັນທີ 16 ສິງຫາ 2022 ນີ້, ຢູ່ທີ່ສະໜາມກິລາຂອງແຂວງ ທີ່ເທດສະບານເມືອງຜົ້ງສາລີ ໄດ້ຈັດພິທີເປີດງານຕະຫຼາດນັດການຄ້າຊາຍແດນ ມິດຕະພາບ ລະຫວ່າງແຂວງຜົ້ງສາລີ ສປປ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ທີ່ແຂວງຜົ້ງສາລີ ຄັ້ງທີ II.

ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ ຫົວໜ້າຄະນະຊີ້ນຳການກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ ຂັ້ນແຂວງ, ມີທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດ ນາມຂັ້ນແຂວງ, ທ່ານ ຫງຽນຫວຽດ ເກື່ອງ ຫົວໜ້າຫ້ອງ ການຕົວແທນອຸດສາຫະກໍາ ແລະ ການຄ້າແຂວງດຽນບຽນ ປະຈໍາ ສປປ ລາວ

SA Game
Media Laos

ມີບັນດາທ່ານການນໍາພັກ-ລັດແຂວງ, ພະນັກງານວິຊາການພະແນກການທີ່ກ່ຽວຂ້ອງ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ແຂກຖືກເຊີນ ແລະ ມວນຊົນຊາວແຂວງຜົ້ງສາລີເຂົ້າຮ່ວມ.

ກ່ອນເປີດພິທີ ໄດ້ຮັບຊົມການສະແດງສິລະປະ-ວັນ ນະຄະດີ ຈາກໜ່ວຍສິລະປະສະມັກຫຼິ້ນຈາກກອງບັນຊາ ການທະຫານແຂວງ, ກອງບັນຊາການ ປກສ ແຂວງ ແລະ ສູນວັດທະນະທໍາເດັກ ພະແນກ ຖວທ ແຂວງ ແຕ່ລິບົດໄດ້ສະແດງເຖິງມູນເຊື້ອຄວາມສາມັກຄີ ພິເສດ ແລະ ການຄ້າຂອງສອງປະເທດລາວ – ຫວຽດນາມ ທີ່ມີມາແຕ່ດຶກດໍາບັນຈົນເຖິງປັດຈຸບັນ.

ໃນພິທີ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ ຄະນະຈັດຕັ້ງພິທີ ໄດ້ຂຶ້ນກ່າວຈຸດປະສົງ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຜົ້ງສາລີວ່າດ້ວຍການອະນຸມັດເປີດງານຕະຫຼາດນັດການຄ້າຊາຍແດນ ມິດຕະ ພາບ ລະຫວ່າງແຂວງຜົ້ງສາລີ ສປປ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ທີ່ແຂວງຜົ້ງສາລີ ຄັ້ງທີ II.

ຈາກນັ້ນ ທ່ານ ທະນູຄໍາ ປິດຈະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ ຜູ້ຮັບຜິດຊອບເປີດງານຕະຫຼາດນັດການຄ້າຊາຍແດນ ມິດຕະພາບ ລະຫວ່າງ

ແຂວງຜົ້ງສາລີ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ທີ່ແຂວງຜົ້ງສາລີ ຄັ້ງທີ II ໄດ້ຂຶ້ນລາຍງານຜົນການຄ້າຊາຍແດນ ລາວ-ຫວຽດ ນາມ ແຕ່ປີ 2019-2022 ໂດຍສັງເຂບໃຫ້ຮູ້ວ່າ:

ເພື່ອເປັນການເສີມຂະຫຍາຍເນື້ອໃນຈິດໃຈບົດບັນທຶການຮ່ວມມືຂອງວຽກງານອຸດສາຫະກໍາ ແລະ ການຄ້າ 6 ແຂວງພາກເໜືອຂອງ ສປປ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ໃນໄລຍະ ປີ 2021-2023 ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາດີຂຶ້ນເທື່ອລະກ້າວ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝ, ສີຂຽວ, ສົມດຸນ ແລະ ຢືນຍົງ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຕາມນະໂຍບາຍ ສົນທິສັນຍາ ແລະ ອານຸສັນຍາຂອງສອງປະເທດ, ສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ – ຫວຽດນາມ  ສະເພາະງານຕະຫຼາດນັດການຄ້າຊາຍແດນ ມິດຕະພາບ ລະຫວ່າງແຂວງຜົ້ງສາລີ ລາວ ແລະ ແຂວງດຽນບຽນ ສສ ຫວຽດນາມ ທີ່ແຂວງຜົ້ງສາລີ ຄັ້ງທີ II ຄັ້ງນີ້ ປະກອບມີກິດຈະກໍາວາງສະແດງ ແລະ ຂາຍສິນຄ້າທັງໝົດ 49 ຫ້ອງ, ສິນຄ້າທ່າແຮງ-ໂອດັອບ ແລະ ບໍລິການຊີມນໍ້າຊາພາຍໃນແຂວງຜົ້ງສາລີ 21 ຫ້ອງ, ສິນຄ້າໂອດັອບ-ສິນຄ້າທົ່ວໄປຂອງແຂວງ ດຽນບຽນ 4 ຫ້ອງ, ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ 2 ຫ້ອງ, ບູດໂຄສະນາຂອງບັນດາລັດວິສາຫະກິດ ແລະ ຕະຫຼາດນັດເຄື່ອນທີ່ອີກຈໍານວນໜຶ່ງ.

SA Game
Media Laos

ບັນດາສິນຄ້າທີ່ນໍາມາວາງສະແດງ ແລະ ຂາຍໃນງານປະກອບມີສິນຄ້າອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງອຸດສາຫະກໍາ, ຫັດຖະກໍາ ແລະ ສິນຄ້າທົ່ວໄປ ລວມມູນຄ່າທັງໝົດ 2,54 ຕື້ກີບ, ພິເສດແມ່ນກິດຈະກໍາດື່ມນໍ້າຊາຂອງແຂວງຜົ້ງສາລີ ທີ່ຕິດພັນກັບການທ່ອງທ່ຽວ ແລະ ສິນຄ້າທ່າແຮງໂອດັອບ 1 ເມືອງ 1 ຜະລິດລິດຕະພັນ.

ຈາກນັ້ນ ທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກແຂວງ ຫົວໜ້າຄະນະຊີ້ນຳການກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ ຂັ້ນແຂວງ ປະທານພິທີ ໄດ້ຂຶ້ນກ່າວເປີດພິທີ ພ້ອມນັ້ນຄະນະປະທານພິທີໄດ້ພ້ອມກັນຕັດແທບຜ້າ ເພື່ອເປີດງານຕະຫຼາດນັດຢ່າງເປັນທາງການ.

ໃນງານດັ່ງກ່າວແຂກຖືກເຊີນ ແລະ ປະຊາຊົນບັນດາເຜົ່າໄດ້ທ່ຽວຊົມສິນຄ້າປະເພດຕ່າງໆ ເປັນຕົ້ນແມ່ນສິນຄ້າທ່າແຮງ, ສິນຄ້າໂອດັອບຂອງເມືອງແຕ່ລະແຂວງ ທາງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນສິນຄ້າອຸດສະຫະກໍາ, ຫັດກໍາຜ້າໄໝ, ແກະສະລັກໄມ້ລວດລາຍຕ່າງໆ, ເຄື່ອງໃຊ້ສອຍໃນຄົວເຮືອນ ແລະ ທ່ຽວຊົມຊາສໍາເລັດຮູບທີ່ມີຫຼາຍລົດຊາດ, ຫຼາຍແບບພ້ອມກັບການຊີມນໍ້າຊາປະເພດຕ່າງຄື: ຊາຂຽວ, ຊາແດງ, ຊາຂາວ ທີ່ເປັນເອກະລັກສະເພາະຂອງແຂວງຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos