ນາງນອນຮຽວ ເຮືອແບບສະບັບຫລວງພຣະບາງກຽ​ມງານບຸນຫໍ່ເຂົ້າປະດັບດິນ

SA Game

ນະຄອນຫລວງພຣະບາງ

ນາງນອນຮຽວ ແບບບູຮານກັບຄວາມງົດງາມ ມີສະເໜ່ ເຮືອແບບສະບັບຫລວງພຣະບາງ

ໃນ​ທຸກ​ໆ​ປີ ງານບຸນເດືອນ 9 ຫໍ່ເຂົ້າປະດັບດິນຊ່ວງເຮືອທີ່ນໍ້າຄານ ເມືອງມໍລະດົກໂລກ ຫຼວງພະບາງ ໄດ້ຈັດຂື້ນຢ່າງຄືກຄື້ນ ແລະ ຈະມີເຮືອເຂົ້າຮ່ວມແຂ່ງຂັນ​ຈ່ຳ​ນວນ​ຫລາຍລໍາ, ການແຂ່ງຂັນປະຊັນແຮງກັນເທິງຫນ້ານໍ້າຂອງທີມສີພາຍແຕ່ລະລໍາໄດ້ເລີ່ມຂື້ນຢ່າງເປັນທາງການນັບແຕ່ໄດ້ເປີດພິທີແຂ່ງຂັນໃນ ເວລາ 9:00 ໂມງ, ​ມີ​ປະ​ຊາ​ຊົນ​ຈ່ຳ​ນວນ​ຫລວງ​ຫລາຍເຂົ້າຮ່ວມຮັບຊົມ ແລະ ຕັດແຖບຜ້າເປີດການແຂ່ງຂັນ

​ສຳ​ລັບຜູ້ມັກຮັກ ແລະ ກອງເຊຍທັງຫລາຍທີ່ມັກຮັກເຮືອຊ່ວງທີເປັນມໍຣະດົກ ແບບສະບັບນີ້ໃຫ້ຄົນໄດ້ລອງສຳຜັດ​ບັນ​ຍາ​ກາດ

​ເຊິ່ງ​ໃນວັນທີ 20 ສິງຫາ 2022 ທີ່ວັດອະພັຍ ໄດ້ມີການເຕົ້າໂຮມເອົາເຮືອຊ່ວງຊື່ວ່າ “ນາງນອນຮຽວ” ລົງສູ່ສາຍນະທີແລ້ວ ເພື່ອກະກຽມຫັດແອບ ກ່ອນຈະເຂົ້າສູ່ບຸນຊ່ວງເຮືອເດືອນ 9 ບຸນເຂົ້າປະກັບດິນ ບຸນເຂົ້າຫໍ່ໂປ້ ໃນມື້ວັນທີ 26/08/2022 ນີ້.

SA Game
ນະຄອນຫລວງພຣະບາງ

ເຮື່ອຊ່ວງຊື່ວ່າ ນາງນອນຮຽວ ເຫລັ້ມນີ້ ເປັນເຮືອຂອງວັດອະພັຍ ເຊິ່ງເປັນເຮືອແບບສະບັບຫລວງພຣະບາງ ໂດຍແທ້ ຍັງບໍ່ມີການດັດແປງຫຍັງເລີຍ ທັງຮູບຮ່າງລັກສະນະ ໝາກເບັງ ຍອຍ ລາຍ ຍັງເປັນແບບບູຮານ ຈຶ່ງມີຄວາມງົດງາມ ມີສະເໜ່ ແລະເປັນເຮືອຊ່ວງທີເຫລືອນ້ອຍທີ່ສຸດແລ້ວທີ່ຍັງເຫລືອແບບນີ້ ກາຍນັ້ນຈະເປັນເຮືອດັດແປງ ສຽບຫົວເກືອບຫມົດແລ້ວ

SA Game
ນະຄອນຫລວງພຣະບາງ

ເຮືອບູຮານແບບນີ້ ແມ່ນວ່າຈະຂາດຄວາມວ່ອງໄວ ແຕ່ເຮືອເຫລົ່ານີ້ກໍ່ຍັງແໜ້ນຫນາ ບຶກບຶນ ທົນທານ ຕ້ານນ້ຳໄຫລແຮງໄດ້ສະບາຍ… ຂໍໃຫ້ທາງຫລວງພຣະບາງເຮົາ ຫັນມາສົ່ງເສີມເຮືອຊ່ວງແບບເກົ່າແບບນີ້ໄວ້ໃຫ້ຄູ່ກັບຫລວງພຣະບາງເຮົາໄວ້ຫລາຍໆ ເພາະດຽວນີ້ບັນດາຜູ້ມີເງິນ ທັງຫລາຍເພິ່ນໄປສົ່ງເສີມແຕ່ເຮືອດັດແປງ ຫລືເຮືອສູດທີ່ເບົາ ບາງ ໄວ ແລະຂາດຮູບແບບຮູບຊົງແບບຫລວງພຣະບາງໄປຢ່າງສິ້ນເຊິງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ Luangprabang City