ອົງການອຸຍນີເຊັບ ເຂົ້າພົບ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ

SA Game

ຂ​ປ​ລ

ອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າຫາ​ລື​ຜົນ​ສຳ​ເລັດ​ວຽກ​ງານ​ກັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ທ່ານ ນາງ ເພຍ ເຣເບລໂລ ບີຣໂຕ ຜູ້ຕາງໜ້າ ອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນວັນທີ 24 ມີນາ 2022 ທີ່ນະຄອນຫລວງວຽງຈັນ, ເພື່ອປຶກສາຫາລືກ່ຽວກັບຜົນສຳເລັດສຳຄັນໃນວຽກງານຕ່າງໆສຳລັບປີ 2021 ແລະ ບັນດາຂົງເຂດການຮ່ວມມືໃນອະນາຄົດ.

ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ຂອງການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ອຸຍນີເຊັບ ໃນໄລຍະຜ່ານມາ.

ການສະໜັບສະໜູນຂອງອົງການດັ່ງກ່າວ ຖືເປັນກະແຈສໍາຄັນໃນການຮັບປະກັນຊີວິດການເປັນຢູ່ທີ່ດີ ຂອງເດັກ ນ້ອຍລາວ ແລະ ລັດຖະບານແຫ່ງ ສປປ ລາວ ຫວັງວ່າຈະມີການເພີ່ມທະວີການຮ່ວມກັບ ອົງການອຸຍນີເຊັບ ເພື່ອຜົນປະໂຫຍດຂອງເດັກນ້ອຍທຸກຄົນໃນ ສປປ ລາວ ໃນຕໍ່ໜ້າ ແລະ ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ຮ່ວມມືກັບອົງການ ອຸຍນີເຊັບ ເພື່ອແກ້ໄຂບັນຫາຕ່າງໆຂອງເດັກໃນ ສປປ ລາວ.
SA Game
ຂ​ປ​ລ

ໂອກາດນີ້, ທ່ານ ນາງ ເພຍ ເຣເບລໂລ ບີຣໂຕ ໄດ້ສະແດງຄວາມຍິນດີ ທີ່ທ່ານ ຄຳເຈນ ວົງໂພສີ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຄົນໃໝ່, ພ້ອມທັງສະເເດງຄວາມຊົມເຊີຍມາຍັງລັດຖະບານ ແຫ່ງ ສປປ ລາວ ໃນການ ຈັດຕັ້ງປະຕິບັດວິໄສທັດຂອງປະເທດທີ່ລະບູໄວ້ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໄລຍະ 5 ປີຕໍ່ໜ້າ.

ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບຜົນສຳເລັດສຳຄັນໃນວຽກງານຕ່າງໆສຳລັບປີ 2021, ລວມທັງການສະໜັບສະໜູນດ້ານເຕັກນິກ ຂອງອົງການອຸຍນີເຊັບ ຕໍ່ກະຊວງແຜນການ ແລະ ການລົງທຶນ ແລະ ບົດບາດຂອງອົງການດັ່ງກ່າວ ໃນການຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນ ສປປ ລາວ ເຊິ່ງລວມມີວຽກງານການຈັດສົ່ງວັກຊິນ ແລະ ການສັກວັກຊິນ ໃຫ້ແກ່ປະຊາຊົນລາວ.

SA Game
ຂ​ປ​ລ

ນອກຈາກນີ້ ຍັງມີການເສີມສ້າງລະບົບຄວາມເຢັນເກັບຮັກສາ ແລະ ຂົນສົ່ງວັກຊິນ, ການພັດທະນາລະບົບການຮຽນ-ການສອນແບບ ດີຈີຕອນ ເພື່ອຮັບມືກັບຜົນກະທົບຂອງການແພ່ລະບາດຂອງພະຍາດ ໂຄວິດ-19 ຕໍ່ລະບົບການສຶກສາ; ໄດ້ປຶກສາຫາລື ກ່ຽວກັບຂົງເຂດການຮ່ວມມືໃນອະນາຄົດ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ເເລະ ອົງການອຸຍນີເຊັບ ປະຈຳ ສປປ ລາວ ລວມເຖິງການເພີ່ມທະວີການຄົ້ນຄວ້າວິໄຈ ເພື່ອປັບປຸງການວາງນະໂຍບາຍ, ການແກ້ໄຂວິກິດດ້ານການຮຽນຮູ້ ທີ່ເກີດຂຶ້ນຍ້ອນການລະບາດຂອງພະຍາດ ໂຄວິດ-19, ການປະຕິບັດວຽກງານດ້ານການປົກປ້ອງທາງດ້ານສັງຄົມ ພ້ອມດ້ວຍ ການປະຕິບັດແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ ສົກປີ 2022-2026.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.