ກະຊວງການເງິນ ມອບໃບຍ້ອງຍໍຜົນງານດີເດັ່ນ ປະຈຳປີ 2020

SA Game

ກະຊວງການເງິນ

ກະຊວງການເງິນປາຖະກະຖາວັນສຳຄັນ ມອບໃບຍ້ອງຍໍຜົນງານດີເດັ່ນ ປະຈຳປີ 2020

ເນືອງ​ໃນວັນເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 76 ປີ(21 ມີນາ 1946-21 ມີນາ 2022), ກະຊວງການເງິນ ຈັດປາຖະກະຖາ-ເຊື່ອມຊຶມເອກະສານສໍາຄັນຂອງພັກ ເປັນຕົ້ນ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ(22 ມີນາ 1955-22 ມີນາ 2022), ພ້ອມທັງມອບໃບຍ້ອງຍໍຜົນງານດີເດັ່ນ ໃຫ້ພະນັກງານກະຊວງການເງິນປະເພດ I, ປະເພດ II ແລະ ປະເພດ III ປະຈໍາປີ 2020 ໃນວັນທີ 25 ມີນາ 2022 ນີ້.

ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ໄດ້ປາຖະກະຖາ-ເຊື່ອມຊຶມເອກະສານສໍາຄັນດັ່ງກ່າວ ໂດຍສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອນການນຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຄວາມໝາຍຄວາມສຳຄັນຂອງ ພັກປະຊາຊົນ ປະຕິວັດລາວ ແລະ ການນຳພາ-ຊີ້ນຳຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງຕະຫລອດໄລຍະ 67ປີຜ່ານມາ ພັກເຮົາໄດ້ວາງແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ

SA Game
ກະຊວງການເງິນ

ໂດຍຍຶດໝັ້ນ ແລະ ເສີມຂະ ຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ພັກເຮົາມີຄວາມສະດຸ້ງໄວຕໍ່ສະພາບການກໍາແໜ້ນສະພາວະຕົວຈິງຂອງປະເທດຊາດ ແລະ ສຶກສາບົດ ຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ, ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ,ໝູນໃຊ້ທິດສະດີຢ່າງປະດິດສ້າງ ເດີນຕາມແນວທາງປ່ຽນແປງໃໝ່ຂອງພັກ, ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອອັນດີງາມຂອງຊາດຂອງກໍາລັງປະກອບອາວຸດປະຕິວັດ, ຝຶກຝົນຫລໍ່ຫລອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ຫັນກຳລັງລົງສູ່ຮາກຖານຢ່າງແຮງແຂງ.

ຍາມໃດພັກເຮົາ ກໍຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ ອັນເດັດດ່ຽວໜຽວແໜ້ນ,ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເດີນຕາມເສັ້ນທາງສັງຄົມນິຍົມເຊິ່ງຜົນງານ ແລະ ໄຊຊະນະ 67 ປີຜ່ານມາ ມີຄວາມໃຫຍ່ຫລວງ ແລະ ມີຄວາມໝາຍປະຫວັດສາດ, ປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

SA Game
ກະຊວງການເງິນ

ໂອກາດດັ່ງກ່າວ, ກໍໄດ້ມອບໃບຍ້ອງຍໍຜົນງານດີເດັ່ນໃຫ້ພະນັກງານ-ລັດຖະກອນຂອງກະຊວງການເງິນ ແລະ ບໍລິສັດລັດວິສາຫະກິດ ໃນຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2020 ທີ່ໄດ້ຮັບການຍ້ອງຍໍຂັ້ນກະຊວງການເງິນ ປະກອບມີ: ປະເພດ I ຈຳນວນ 657 ທ່ານ, ຍິງ 234 ທ່ານ; ປະເພດ II ຈຳນວນ 277 ທ່ານ, ຍິງ 99 ທ່ານ ແລະ ປະເພດ III ຈຳນວນ 21 ທ່ານ, ຍິງ 10 ທ່ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກະຊວງການເງິນ