ອີກ​ທາງ​ເລືອກ​ໜຶ່ງ​ຈາກ ສະ​ຖາ​ບັນ​ການ​ເງິນ​ຈຸນ​ລະ​ພາກຢູ່​ລາວ

SA Game

ບຸນທ່ຽງ ລັດຕະນະວົງ

ສະຖາບັນການເງິນຈຸລະພາກ ທາງເລືອກທີ່ດີກວ່າ ເງິນກູ້ນອກລະບົບ.

ຈາກ​ເຟ​ສ​ບຸກ​ຂອງ​ທ່ານ ບຸນທ່ຽງ ລັດຕະນະວົງ ນຳ​ສະ​ເໜີ​ທາງ​ເລືອກ​ໃນ​ການ​ກູ້​ຂອງ​ປະ​ຊາ​ຊົນ​ຊາວ​ຄ້າ​ຂາຍ​ທີ່​ອາດ​ຈະ​ດີກວ່າ​ເງິນ​ກູ້ນອກ​ລະ​ບົບ​ເຊິງ​ທ່ານ​ໄດ້​ໃຫ້​ຂໍ້​ມູນ​ດັ່ງ​ນີ້:

ປະຊາຊົນຈຳນວນບໍ່ໜ້ອຍໄດ້ອາໄສກູ້ເງິນນຳເງິນກູ້ນອກລະບົບ ທີ່ດອກເບ້ຍ 5%, 10% ຫຼື 20% ຕໍ່ເດືອນ ກໍ່ມີ, ດອກເບ້ຍສູງປານນັ້ນກໍ່ຍັງມີຄົນກູ້ ຍ້ອນ 2ເຫດຜົນຄື: 1. ບໍ່ມີທາງເລືອກ (ຈົນຕາແຈແທ້ໆ ຈຳເປັນຕ້ອງກູ້) ແລະ 2. ທຸລະກິດທີ່ເຮັດຢູ່ນັ້ນເປັນທຸລະກິດທີ່ເຫັນຜົນໄວ ຫຼື ຮອບໝູນໄວ ແລະ ເຫັນກຳໄລທີ່ຄຸ້ມຄ່າຢູ່ແລ້ວ ຈຶ່ງກ້າກູ້.

ສຳລັບສະຖາບັນການເງິນຈຸລະພາກ ແມ່ນສະຖາບັນການເງິນປະເພດໜຶ່ງທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ມີນິຕິກຳຄຸ້ມຄອງ ຢ່າງຖືກຕ້ອງຕາມກົດໝາຍ ເຮັດໜ້າທີ່ຄືກັບທະນາຄານ ນັ້ນຄືການສະໜອງເງິນກູ້ຂະໜາດນ້ອຍ (ຈຸນລະວິສາຫະກິດ ຫຼື ບຸກຄົນ) ເນື່ອງຈາກການປ່ອຍກູ້ຂະໜາດນ້ອຍ ທະນາຄານທຸລະກິດຈະບໍ່ປ່ອຍ ເພາະບໍ່ຄຸ້ມຄ່າກັບຕົ້ນທຶນທາງນິຕິກຳຕ່າງໆ ຈຶ່ງປ່ອຍໃຫ້ເປັນສະຖາບັນການເງິນຈຸລະພາກເຮັດໜ້າທີ່.
SA Game
ບຸນທ່ຽງ ລັດຕະນະວົງ
ການກຳນົດອັດຕາດອກເບ້ຍເງິນກູ້ຂອງສະຖາບັນການເງິນຈຸລະພາກ ແມ່ນກຳນົດໂດຍທະນາຄານແຫ່ງ ສປປ ລາວ, ກຳນົດບໍ່ໃຫ້ເກີນ 3% ຕໍ່ເດືອນ ປ່ອຍຖືກກວ່າ 3%ໄດ້ ຂໍແຕ່ຢ່າໃຫ້ເກີນ. ການທີ່ເພິ່ນກຳນົດເພດານດອກເບ້ຍໄວ້ທີ່ 3% ຕໍ່ເດືອນນັ້ນ ແມ່ນຍ້ອນສະຖາບັນການເງິນຈຸລະພາກມີຕົ້ນທຶນສູງ ແລະ ມີເງື່ອນໄຂທີ່ງ່າຍດາຍກວ່າທະນາຄານ ສ່ວນຫຼາຍແມ່ນບໍ່ມີຫຼັກຊັບຄ້ຳປະກັນ.
ຊາວກະສິກອນຂະໜາດນ້ອຍ ປູກພືດຜັກ ທີ່ມີຮອບການຜະລິດ 30-40ວັນ ສາມາດໄດ້ຂາຍຜົນຜະລິດ ດອກເບ້ຍ 3% ຖືວ່າບໍ່ສູງ ເພາະລາຍໄດ້ຂອງເຂົາເຈົ້າສູງກວ່າດອກເບ້ຍຫຼາຍ ຍົກຕົວຢ່າງ: ປູກຫອມບົ່ວ 1ໄລ່ ໃຊ້ທຶນທັງໝົດປະມານ 3,000,000ກີບ ປະກອບດ້ວຍແນວພັນ, ຝຸ່ນປຸຍ, ແຮງງານ, ກຽມດິນ (ຖ້າເປັນເງິນກູ້ດອກເບ້ຍ 3%ຕໍ່ເດືອນ ຈະໄດ້ຈ່າຍດອກເບ້ຍ 120,000ກີບ) ໃຊ້ເວລາປະມານ 40ວັນ ເກັບກ່ຽວໄດ້ປະມານ 1,200ກິໂລ/1ໄລ່(ອີງຕາມຂໍ້ມູນການທົດລອງ) ຖ້າລາຄາຫອມບົ່ວ 10,000ກີບ/ກິໂລ(ລາຄາສະເລ່ຍປະມານ 13,000₭/ກິໂລ) ມີລາຍໄດ້ 12,000,000ກີບ ມີສ່ວນຕ່າງ 9,000,000ກີບ ມີກຳໄລ 9,000,000ກີບ ທຽບກັບດອກເບ້ຍ 120,000ກີບ ປະຊາຊົນເຂົາກ້າທີ່ຈະກູ້ດອກເບ້ຍ 3% ຕໍ່ເດືອນ.
ດັ່ງນັ້ນ, ການທົດລອງສົ່ງເສີມການຜະລິດກະສິກຳພືດຜັກ ໂດຍສະຖາບັນການເງິນຈຸລະພາກ NCCຈຶ່ງປະສົບຜົນສຳເລັດ, ສະຫລຸບວ່າ ຊາວສວນບໍ່ຖືວ່າ ດອກເບ້ຍ 3% ຕໍ່ເດືອນ ບໍ່ສູງ ສຳລັບເຂົາເຈົ້າ ແຕ່ຖ້າໄດ້ເງິນກູ້ທີ່ດອກເບ້ຍຕ່ຳກວ່ານີ້ກໍ່ຍິ່ງເປັນການດີ.

ດອກເບ້ຍ 3% ຕໍ່ເດືອນ ສຳລັບທຸລະກິດບາງຢ່າງຖ້າຜົນຕອບແທນດີກໍ່ບໍ່ຖືວ່າສູງ

ດອກເບ້ຍ 3% ຕໍ່ເດືອນ ສຳລັບທຸລະກິດບາງຢ່າງຖ້າຜົນຕອບແທນຕໍ່າກໍ່ຖືວ່າໂຫດ

ມັນກໍ່ແລ້ວແຕ່ວ່າກູ້ໄປເຮັດຫຍັງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ບຸນທ່ຽງ ລັດຕະນະວົງ