ນະ​ຄອນ​ໄກ​ສອນ ສ​ປ​ປ ລາວ ຈະ​ມີ​ຮູບ​ປັ້ນ​ພະ​ຍາ​ນາກ​ໂຕ​ໃຫຍ່​ຢູ່​ແຄມ​ຂອງ

SA Game

laoedaily.com.la

ນະຄອນໄກສອນ ​ກຽມການກໍ່ສ້າງຮູບປັ້ນຈຳລອງ ພະຍານາກ ໃຫຍ່ ​ແຖວແຄມຂອງ.

ແຕ່​ໃດໆ​ມາ ປະ​ຊາ​ຊົນ​ສອງ​ຝັ່ງ​ຂອງ ລາວ-ໄທ​ໄດ້​ມີ​ປະ​ເພ​ນີ​ອັນ​ຕິດ​ພັນ​ກັບ​ສາຍ​ນ້ຳ​ຂອງ ໂດຍ​ສະ​ເພາະ​ເລື່ອງ​ລາວ​ຂອງ​ຄວາມ​ເຊື່ອ​ຕ່າງໆ​ທີ່​ມີ​ຕໍ່​ແມ່​ນ້ຳ​ຂອງ​ກໍ​ຄື​ພະ​ຍາ​ນາກ​ນັ້ນ​ເອງ​ທີ່​ແຕ່​ລະ​ປີ​ຈະ​ມີ​ການ​ຈັດ​ງານ​ບູນ​ປະ​ເພ​ນີ​ລ່ອງ​ເຮືອ​ໄຟ, ບູນ​ຊ່ວງ​ເຮືອ​ປະ​ເພ​ນີ ພ້ອມ​ກັນ​ກັບ​ປະ​ກົດ​ການ​ທຳ​ມະ​ຊາດ​ທີ່​ເກີດ​ຂື້ນ​ຕາມ​ລຳ​ແມ່​ນ້ຳ​ຂອງ​ກໍ​ຄື​ບັ້ງ​ໄຟ​ພະ​ຍາ​ນາກ ເຊິງ​ເປັນ​ທີ່​ຮູ້​ຈັກ ແລະ ໂດ່ງ​ດັງ​ໄປ​ທົວ​ໂລກ.

ໃນວັນທີ 24 ມິຖຸນາ 2021 ຜ່ານ​ມາ, ຢູ່ບໍລິເວນເດີ່ນຫຍ້າແຄມຂອງ (ຕໍ່ໜ້າວັດໃຫຍ່ໄຊຍະພູມ), ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດໄດ້ຈັດໃຫ້ມີພິທີບວງສວງ ແລະ ວາງສີລາເລີກໂຄງການກໍ່ສ້າງຮູບປັ້ນ ຈຳລອງພະຍານາກໃຫຍ່ ເພື່ອໃຫ້ ກາຍເປັນຈຸດທ່ຽວຊົມອີກແຫ່ງໜຶ່ງຂອງນະຄອນໄກສອນ ພົມວິຫານ.

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້າ ນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍບັນດາທ່ານທີ່ເປັນອະດີດການນຳຂອງແຂວງສະຫວັນ ນະເຂດ, ຄະນະ ອພສ ແຂວງ ແລະມວນຊົນພາຍໃນນະຄອນໄກ ສອນ ພົມວິຫານ ເຂົ້າຮ່ວມຈຳນວນ ຫຼາຍ.

SA Game
laoedaily.com.la

ໃນໂອກາດນີ້, ທ່ານ ຄຳພູນ ຕຸໄພທູນ ອະດີດຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຄະນະຮັບ ຜິດຊອບໂຄງການກໍ່ສ້າງຮູບ ປັ້ນຈຳລອງພະຍານາກໃຫຍ່ ໄດ້ລາຍງານວ່າ: ຈຸດປະສົງໃນ ການກໍ່ສ້າງດັ່ງກ່າວນີ້ກໍ່ເພື່ອສືບ ສານທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະອະນຸລັກຮັກ ສາສີລະປະລວດລາຍລາວໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ, ປະຈຸບັນນີ້ມີຫຼາຍວັດພາຍໃນແຂວງ ສະຫວັນນະເຂດກໍ່ໄດ້ສ້າງຮູບປັ້ນຈຳລອງພະຍານາກ ເພື່ອປະດັບປະດາວັດໃຫ້ສວຍງາມຂຶ້ນຕື່ມ.

ອີກດ້ານໜຶ່ງກໍ່ເພື່ອເປັນແຫຼ່ງ ທ່ອງທ່ຽວທາງດ້ານວັດທະນະທຳ ແຫ່ງໃໝ່ຂອງນະຄອນ ໄກສອນ ພົມວິຫານກໍ່ຄືຂອງແຂວງສະ ຫວັນນະເຂດ. ຂະໜາດຂອງຮູບ ປັ້ນຈຳລອງພະຍານາກໃຫຍ່ ແຫ່ງນີ້ມີລຳໂຕກວ້າງ 1,08 ແມັດ ຫຼື(ເສັ້ນຜ່າກາງຂອງລຳໂຕ), ມີຄວາມສູງແຕ່ພື້ນເຖິງຫອນ 10 ແມັດ ແລະ ມີຄວາມຍາວຄົດ ໂງໄປມາແຕ່ຫົວເຖິງຫາງ 88 ແມັດ,

ປິ່ນຫົວລົງນໍ້າອຽງໄປທາງ ທິດໃຕ້, ລຳໂຕໂຄ້ງແບບພະຍາ ນາກລອຍ ບໍ່ແມ່ນມັງກອນ, ລອຍ ລົງດິນ 3-4 ຈຸດ ຈົນຮອດຫາງ ເພື່ອໃຫ້ມີການຊົງນໍ້າໜັກໄດ້ດີ, ຫາງປິ່ນມາໃສ່ທາງ, ປາກພົ່ນ ໄຟເປັນສີ ອອກ 7 ສີ ແລະໃຫ້ ພົ່ນໄກປະມານ 8 ແມັດ, ໂຄງ ການນີ້ນຳໃຊ້ງົບປະມານທັງໝົດ ປະມານ 600 ລ້ານກີບ, ແຫຼ່ງທຶນ ແມ່ນໄດ້ມາຈາກອອກຕົນຍາດ ໂຍມອຸໂປໂມທະນາ, ສ່ວນບໍລິສັດ ຮັບເໝົາກໍ່ສ້າງແມ່ນບໍລິສັດລາວ ມີໄຊກໍ່ສ້າງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com