ຈະ​ມີ​ແຫລ່ງ​ທ່ອງ​ທ່ຽວທຳ​ມະ​ຊາດ​ໃໝ່ຢູ​ເມືອງ​ຈອມ​ເພັດ ຫລວງ​ພະ​ບາງ

SA Game

DooDiDo

​ເມືອງ​ຈອມ​ເພັດ​ ແຂວງ​ຫລວງ​ພະ​ບາງ ກຽມ​ການສ້າງແຫຼ່ງທ່ອງທ່ຽວທຳມະຊາດ​ໃໝ່.

ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະ​ຫວ່າງສະຖານີຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະເທດ ນະຄອນຫລວງວຽງຈັນ ຈຳກັດຜູ້ດຽວ  ກັບພະແນກແຜນການ ແລະ ການລົງທຶນແຂວງ ຫລວງພະບາງ ເພື່ອສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການສຳປະທານເນື້ອທີ່ດິນຂອງລັດ ເຂດປາກຫ້ວຍອ່າງ ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງ ຫລວງພະບາງ ເພື່ອພັດທະນາເປັນ ແຫລ່ງທ່ອງທ່ຽວທຳມະຊາດ.

​ການ​ລົງ​ນາມ​ດັ່ງ​ກ່າວໄດ້ຈັດຂຶ້ນໃນແຂວງຫລວງພະບາງ ລະຫວ່າງ ທ່ານ ນາງ ສີລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫລວງພະບາງ ແລະ ທ່ານ ວັນເພັນ ສີສຸກ ຜູ້ອຳ ນວຍການສະຖານີ ຂົນສົ່ງໂດຍສານທາງໄກ ສາຍໃຕ້-ສາຍຕ່າງປະ ເທດ ນະຄອນຫລວງວຽງຈັນ ຈຳກັດຜູ້ດຽວ, ໂດຍມີ ທ່ານ ສິງຕັນ ໄຊລືຊົງ ຮອງປະທານສະພາປະ ຊາຊົນແຂວງຫລວງພະບາງ, ທ່ານ ຈັນ ວັນນະສີ ເຈົ້າເມືອງຈອມເພັດ, ພ້ອມດ້ວຍບັນດາຜູ້ຕາງໜ້າ ພະແນກການກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

SA Game
DooDiDo

ບໍລິສັດດັ່ງກ່າວ, ຈະໃຊ້ເວລາ 12 ເດືອນ ໃນການດໍາເນີນການສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການ ນັບແຕ່ມື້ເຊັນບົດບັນທຶກເປັນຕົ້ນໄປ ເປັນຕົ້ນແມ່ນສຶກສາຜົນກະທົບ ທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເຕັກນິກທີ່ຢູ່ພາຍໃນໂຄງການ ແລະ ອ້ອມຂ້າງ.

ຜູ້ສຳປະທານ ມີເປົ້າໝາຍພັດທະນາໂຄງການນີ້ ໃຫ້ເປັນແຫລ່ງທ່ອງທ່ຽວ ທຳມະຊາດແບບຄົບວົງຈອນ, ຊຶ່ງປະກອບ ມີຮ້ານອາຫານ, ເຮືອນພັກຊົງລາວ, ສິ່ງອໍານວຍຄວາມສະດວກ, ຮ້ານບັນເທີງ, ຮົມຢາ, ນວດແຜນບູຮານ, ສ້າງຈຸດຊົງວິວ, ສ້າງສວນດອກໄມ້, ບ່ອນຕາກແດດ, ຂີ່ກົງເບັງ, ຂີ່ເຮືອຕາມລໍາແມ່ນໍ້າຂອງ ຊົມທຳມະຊາດ ແລະ ຮຽນຮູ້ສຳພັດວິຖີຊີວິດ ຂອງປະຊາຊົນ ແລະ ອື່ນໆ.

ທ່ານ ວັນເພັນ ສີສຸກ ໄດ້​ໃຫ້​ຮູ້ວ່າ:

ການເຊັນບົດບັນທຶກຄັ້ງນີ້, ແມ່ນເພື່ອຢາກມາພັດທະນາສະ ຖານທີ່ທ່ອງທ່ຽວ ຢູ່ບ້ານເກີດຂອງຕົນເອງ ທັງເປັນການເພີ່ມສະຖານທີ່ທ່ອງທ່ຽວ ຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມາທ່ຽວແຂວງຫລວງພະບາງ ກໍຄືເມືອງມໍລະດົກໂລກ. ພ້ອມດຽວກັນນີ້, ເມືອງຈອມເພັດ ກໍມີທ່າແຮງຫລາຍດ້ານ ເນື່ອງຈາກວ່າເປັນເມືອງ ທີ່ຕັ້ງຕິດກັບແມ່ນໍ້າຂອງ ເຊິ່ງນັກທ່ອງທ່ຽວ ສາມາດເດີນທາງດ້ວຍເຮືອ.

ຖ້າຫາກໂຄງການສ້າງ ແຫລ່ງທ່ອງທ່ຽວແຫ່ງນີ້ເກີດຂຶ້ນ ຈະເຮັດໃຫ້ພື້ນທີ່ດິນ ຂອງປະຊາຊົນເຂດອ້ອມຂ້າງໂຄງການມີລາຄາສູງຂຶ້ນ, ປະຊາຊົນຈະມີວຽກເຮັດງານທໍາ ແລະ ມີລາຍຮັບເພີ່ມຂຶ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂ​ປ​ລ