ອາ​ເມ​ລິ​ກາ​ຊ່ວຍ​ເຫລືອ ສ​ປ​ປ ລາວ 2.4 ລ້ານ​ໂດ​ລາ​ສຳ​ລັບ​ວັກ​ຊີນ​ໂຄວິດ-19.

SA Game

ຂ​ປ​ລ

ສະຫະລັດ ຊ່ວຍເຫລືອ ສ​ປ​ປ ລາວ 2,4 ລ້ານໂດລາເຂົ້າໃນວຽກງານສັກວັກຊິນກັນພະຍາດໂຄວິດ-19.

ຈາກ​ສະ​ຖາ​ນະ​ການ​ການ​ແພ​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ-19 ໃນ ສ​ປ​ປ ລາວ ຍັງ​ຄົງ​ມີ​ຈ່ຳ​ນວນ​ຜູ້​ຕິດ​ເຊື້ອ​ຢ່າງ​ຕໍ່​ເນື່ອງ ແລະ ນັບ​ມື້​ນັບ​ຫລາຍ​ຂື້ນ​ເລື້ອຍໆ, ອີກ​ຢ່າງ​ຈາກ​ສະ​ຖິ​ຕິ​ການ​ສັກ​ຢາ​ວັກ​ຊີນ​ໃນ​ທົວ​ປະ​ເທດ​ຍັງ​ຄົງ​ໄດ້​ພຽງ​ແຕ່ 40% ສຳ​ລັບ​ຜູ້​ສັກ​ຄົບ 2 ເຂັມ ແລະ ລ້າ​ສຸດ ໃນວັນທີ 29 ພະຈິກ ປີ 2021 ສະຫະລັດອາເມລິກາ ສະໜັບສະໝູນເງິນ 2,4 ລ້ານໂດລາສະຫະລັດ, ໂດຍຜ່ານອົງການ USAID ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ແລະ ອົງການອາ ນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກວັກຊິນກັນພະຍາດໂຄວິດ-19 ໃນສປປ ລາວ.

ທຶນຈໍານວນ 1 ລ້ານໂດລາສະຫະລັດ ຂອງຈໍານວນທຶນທັງໝົດຈາກອົງການ USAID ຈະປະກອບ ສ່ວນເຂົ້າໃນການຊ່ວຍເຫລືອ ອົງການອານາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບສາທາລະນະສຸກ ເພື່ອຮັບປະກັນການສັກວັກຊິນທີ່ປອດໄພສໍາລັບປະຊາຊົນລາວ

ຈັດຊື້ວັດສະດຸ ແລະ ອຸປະກອນູ ເພື່ອຊ່ວຍຕິດຕາມ ແລະ ແກ້ໄຂອາການຜົນຂ້າງຄຽງພາຍຫລັງ, ການພັດທະນາອຸປະກອນການສຶກສາ ແລະ ການຈັດການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ, ປັບປຸງຄຸນນະພາບ ແລະ ການເຂົ້າເຖິງຂໍ້ມູນສໍາລັບການວາງແຜນ ກ່ຽວກັບການສັກວັກຊີນ ເພື່ອຊ່ວຍໃຫ້ສາມາດເຂົ້າເຖິງ ປະຊາຊົນໃນເຂດຫ່າງໄກສອກຫລີກ ທີ່ຢູ່ໃນກຸ່ມສ່ຽງ

SA Game
ຂ​ປ​ລ

ເພື່ອໃຫ້ໄດ້ຮັບການສັກຢາວັກຊິນ ສຳລັບເງິນທຶນຈຳນວນ 1,4 ລ້ານໂດລາສະຫະລັດ, ເຊິ່ງຈັດຕັ້ງປະຕິບັດໂດຍອົງການຢູນິເຊັບ ໃນການໃຫ້ຄໍາແນະນໍາດ້ານວິຊາການ ຕໍ່ລັດຖະບານ ກ່ຽວກັບການຕິດຕາມກວດກາ ລະບົບຄວາມເຢັນ ແລະ ການຂົນສົ່ງວັກຊິນ, ການສື່ສານກັບຊຸມຊົນເພື່ອສ້າງຄວາມເຂົ້າໃຈ ຕໍ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ຕິດຕາມເຫດການປະຕິບັດພາຍ ຫລັງການສັກວັກຊິນ, ສະໜອງອຸປະກອນອະນາໄມໃຫ້ເເກ່ສູນກັກກັນ ເພື່ອຮັບມືກັບຈໍານວນຄົນເຈັບທີ່ເພີ່ມຂຶ້ນ ແລະ ຜົນລະເມືອງທີ່ກັບຄືນເຂົ້າ ສປປ ລາວ ຈາກຕ່າງປະເທດ.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການສະໜັບສະໜູນດັ່ງກ່າວ, ແມ່ນຈະສຸມໃສ່ການກຽມຄວາມພ້ອມ ແລະ ການຈັດຕັ້ງປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ພ້ອມທັງຕິດຕາມອາການ ພາຍຫລັງການສັກວັກຊິນ ປັດຈຸບັນ ສປປ ລາວ ພົບຜູ້ຕີດເຊື້ອໂຄວິດ-19 ໃນຊຸມຊົນນັບມື້ນັບບຫລາຍຂຶ້ນ

ສະນັ້ນໂຄງການດັ່ງກ່າວ ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃນການສັກວັກຊິນ ກໍ່ຄື ບູລິມະສິດອັນດັບໜຶ່ງຂອງລັດຖະບານ ໃຫ້ບັນລຸຕາມເປົ້າໝາຍ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ກະຊງສາທາລະນະສຸກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ USAID ແລະ ລັດຖະບານສະຫະລັດອາເມລິກາ, ອົງການຢູນິເຊັບ ແລະ ອົງການອານາໄມໂລກ ທີ່ໄດ້ໃຫ້ການສະໝັບສະໜູນອັນລໍ້າຄ່າແກ່ປະຊາຊົນລາວ ໃນຊ່ວງການລະບາດພະຍາດໂຄວິດ-19.

SA Game
ຂ​ປ​ລ

ໃນໂອກາດນີ້, ທ່ານ ດຣ. ບີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ກ່າວວ່າ: ການຊ່ວຍເຫລືອຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມງານທີ່ແໜ້ນແຟ້ນ ລະຫວ່າງລັດຖະບານ ແລະ ປະຊາຊົນຂອງສະຫະລັດອາເມລິກາ ແລະ ສປປ ລາວ, ມາຮອດປັດຈຸບັນ, ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນທຶນຈໍານວນທັ້ງໝດ 13 ລ້ານກວ່າໂດລາສະຫະລັດ ແກ່ ສປປ ລາວ ເພື່ອຮັບມືກັບພະຍາດໂຄວິດ-19. ນອກຈາກວຽກງານສາທາລະນະສຸກເເລ້ວ, ສະຫະລັດອາເມລິກາ ຈະສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເພື່ອແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ຕໍ່ລະບົບການສຶກສາ, ເສດຖະກິດ ແລະ ລະບຽບກົດໝາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະເທດລາວ Pathedlao.