ເສັ້ນ​ທາງ​ລົດ​ໄຟລາວ-ຈີນ ໄດ້​ຮັບ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໂດຍ ຟ​​ຣອນ​ເທຍ

SA Game

Lao National Radio

Frontier Services Limited ຜູ້ຮັບຜິດຊອບຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ.

ໃກ້​ຈະ​ຮອດ​ມື້​ທີ່ຂະບວນລົດໄຟໂດຍສານລາວ-ຈີນ ຊື່ວ່າຂະບວນລ້ານຊ້າງ ກໍຈະໃຫ້ບໍລິການສາຍພາຍໃນປະເທດຢ່າງເປັນທາງການ ໜຶ່ງໃນຫລາຍຂະແໜງການທີ່ໃຫ້ບໍລິການແກ່ຂະບວນລົດໄຟກໍແມ່ນການຮັກສາຄວາມປອດໄພຕາມເສັ້ນທາງທັງໝົດ ແລະສະຖານີຕ່າງໆ, ທ່ານ ກົວເຈຍຄ່າຍ (Gua Jia Kai) ຜູ້ຈັດການໂຄງການຮັກສາຄວາມປອດໄພ ບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ ທີ່ຮັບຜິດຊອບຮັກສາຄວາມປອດໄພຕາມເສັ້ນທາງ ລົດໄຟລາວ-ຈີນ ກ່າວວ່າ:

ບໍລິສັດຂອງພວກເຮົາໄດ້ເຮັດໜ້າທີ່ ເພື່ອຮັກສາຄວາມປອດໄພຕາມແລວທາງລົດໄຟລາວ-ຈີນ ແຕ່ລະສະຖານີ, ປະກອບມີ ພະນັກງານທັງໝົດ160 ກວ່າຄົນ, ແຕ່ສະຖານີໂດຍສານນະຄອນຫລວງວຽງຈັນ ຫາບໍ່ເຕນ ພ້ອມນີ້ ຍັງມີສະຖານີຂົນສົ່ງສິນຄ້າ ແລະ ບ່ອນເກັບມ້ຽນສິນຄ້າຕ່າງໆ ອີກ.

ສຳລັບວຽກຮັກສາຄວາມປອດໄພ ຫລື ການປະຕິບັດຕົວຈິງ ,ແມ່ນພວມຢູ່ໃນຂັ້ນທົດລອງເພື່ອກວດສອບ ແລະ ທົດລອງວຽກການຮັກສາຄວາມປອດໄພຕົວຈິງ ຍັງມີຄວາມຕ້ອງການ ແລະ ມີຈຸດໃດທີ່ຈະຕ້ອງໄດ້ເພີ່ມເຕີມ ຫລື ມີການປັບປຸງ, ຫລັງຈາກ ນັ້ນບໍລິສັດຈະໄດ້ຝຶກຊ້ອມ ແລະ ເພີ່ມຈຳນວນຄົນເຂົ້າຕື່ມ ຕາມຄວາມຈຳເປັນ.

SA Game
Lao National Radio

ທ່ານ ກົວເຈຍຄ່າຍ ກ່າວຕື່ມວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫລາຍ ທີ່ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງໃນໂຄງການລົດໄຟລາວ-ຈີນ, ເຊິ່ງໄດ້ມີຄວາມພະຍາຍາມສູງໃນການປະກອບສ່ວນເຂົ້າວຽກງານຮັກສາຄວາມປອດໄພ ຕາມເສັ້ນທາງລົດໄຟລາວ-ຈີນ, ເຊິ່ງເປັນເສັ້ນທາງມິດຕະພາບ ແລະ ເປັນເສັ້ນທາງທີ່ສຳຄັນຂອງສອງປະເທດລາວ-ຈີນ ໃນເຊື່ອມໂຍງສາຍພົວພັນລະຫວ່າງສອງປະເທດ.

SA Game
Lao National Radio

ທ່ານ ຈັນທະລັກ ເນົາວະລັດ ຮອງປະທານໂຄງການ ຮັບຜິດຊອບ ຮັກຄວາມປອດໄພຕາມເສັ້ນທາງລົດໄຟລາວ-ຈີນ, ທັງເປັນເລຂາບໍລິສັດຮັກສາຄວາມປອດໄພ ໃຫ້ສຳພາດວ່າ: ພາຍຫລັງທີ່ທາງລົດໄຟເປີດໃຫ້ບໍລິການແລ້ວ, ການເຮັດໃຫ້ທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນ ສອງປະເທດໃຫ້ຄວາມສຳຄັນສູງ. ເຊິ່ງໜ້າທີ່ຮັບຜິດຊອບຕົ້ນຕໍຂອງບໍລິສັດ ແມ່ນການຮັກສາຄວາມປອດໄພ ແລະ ຮັບຜິດຊອບທາງລົດໄຟທັງໝົດ ເປັນຕົ້ນ ບໍ່ໃຫ້ມີຂີ້ລັກງັດແງະ, ແລະເຮັດສິ່ງບໍ່ດີ ຕາມແລວທາງລົດໄຟ ຮັບປະກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນເວລາຂະບວນລົດໄຟກຳລັງແລ່ນຢູ່ເທິງລາງ.

SA Game
Lao National Radio

ໃນໄລຍະຜ່ານມາພວກເຮົາກໍໄດ້ຝຶກອົບຮົມພະນັກງານຮັກສາຄວາມປອດໄພ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ກວດກາແຕ່ລະຈຸດຂອງທາງລົດໄຟຕະຫລອດເວລາ.

ບໍລິສັດຮັກສາຄວາມປອດໄພຟຣອນເທຍ ເຊີວິດ ລີມິເຕັດ (Frontier Services Limited) ແມ່ນກຸ່ມທຳອິດທີ່ໄດ້ເຂົ້າມາເຮັດໜ້າທີ່ຮັກສາຄວາມປອດໄພ ແລະ ໄດ້ເຮັດວຽກຮ່ວມກັບໂຄງການລົດໄຟລາວ-ຈີນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao National Radio