ອາຈີນ ແລະ ນິດໄສ ມີຄວາມຄືກັນ ແລະ ແຕກຕ່າງກັນແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄຳ​ວ່າ ອາ​ຈີນ ແລະ ນິດ​ໄສ ມີ​ຄວາມ​ໝາຍ​ແນວ​ໃດ?

ທຸກ​ໆການ​ກະ​ທຳຂອງ​ຄົນ​ເຮົາ​ລ້ວນ​ແລ້ວ​ແຕ່​ມີ​ຕົ້ນ​ປາຍ​ສາຍ​ເຫດ, ແລະ ສິ່ງ​ໃດ​ສິງ​ໜຶ່ງ​ທີ່​ເຮົາ​ເຮັດ ຫລື ກະ​ທຳ​ເປັນ​ປົກ​ກະ​ຕິ​ເຊັ່ນ​ການ​ໄປ​ວຽກ​ໃນ​ແຕ່​ລະ​ມື້, ການ​ໃຊ້​ຊິ​ວິດ, ການ​ເປັນ​ຢູ່​ແຕ່​ລະ​ມື້​ນັ້ນ​ລ້ວນ​ແລ້ວ​ແຕ່​ເປັນ​ອາ​ຈີນ ຫລື ນິດ​ໃສ່​ທັງ​ນັ້ນ, ແລະ ​ຫລາຍ​ຄົນ​ຄົງ​ຍັງ​ຄາ​ໃຈ​ຢູ່​ວ່າ​ສອງ​ຄຳ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ອັນ​ດຽວ​ກັນ​ບໍ່ ແລະ ຈະ​ເອົາ​ມາ​ນຳ​ໃຊ້​ໃນ​ແຕ່​ລະ​ກໍ​ລະ​ນີ​ຈັງ​ໃດ?

ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເວົ້າ​ໄຈ້​ແຍກ​ຢ່າງ​ລະ​ອຽດ​ເພື່ອໃຫ້​ເຂົ້າ​ໃຈ​ນຳ​ກັນລະ​ຫວ່າງ ອາ​ຈີນ ແລະ ນິດ​ໄສ ເພາະ​ທັງ​ສອງ​ຄຳ​ນີ້​ມີ​ຄວາມ​ໝາຍທັງຄ້າຍ​ຄື​ກັນ ແລະ ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ​ໂດຍຈະອີງຈາກຂໍ້ມູນບາງສ່ວນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ. ອີງຕາມວັດຈະນານຸກົມລາວ​ ແລະປາລີ ເທົ່າທີ່ຄົ້ນພົບ.

ດຣ. ທອງຄຳ ອ່ອນມະນີສອນ 2008:490
ມະຫາສິລາ ວີລະວົງ ພ.ສ 2549:208
ສີວຽງແຂກ ກອນນິວົງ 2013:810
ສີສະເຫວີຍ ສຸວັນນີ 2015: 350

SA Game
DooDiDo

ຄຳວ່າ​ “ອາຈີນ”​ ແລະ​ “ນິດໄສ” ມີຄວາມໝາຍຄ້າຍຄືກັນ​ແຕ່ຕ່າງລະດັບ ແລະຮູບແບບ.​

ຄຳ​ວ່າ ອາຈີນ.

ມີມີເຄົ້າຈາກປາລີ-ສັນສະກິດ​ ແປວ່າ​ ການປະພຶດປົກກະຕິຈົນເປັນນິດໄສ,​ ການເຮັດສິ່ງນັ້ນໆຈົນຮູ້ສຶກວ່າມັນລຶ້ງເຄີຍ​ ທັງມັກແລະບໍ່ມັກ.​

ຕົວ​ຢ່າງ:

ແຕ່​ລະ​ມື້​ລາວ​ຕ້ອງ​ໄດ້​ໄປ​ກິນ​ເບຍ​ກັບ​ໝູ່, ກາຍ​ເປັນ​ອາ​ຈີນ​ແລ້ວ.

ຄຳ​ວ່າ ນິດໄສ.

​ມີເຄົ້າຈາກປາລີ-ສັນສະກິດ​ ໝາຍເຖິງການປະພຶດເລື້ອຍໆຈົນລຶ້ງໄປໃນຕົວ,​ ການປະພຶດທີ່ຊໍ້າໆ ຈົນບໍ່ຢາກປ່ຽນ​ ເປັນຄວາມມັກໃນຕົວ.​

ຕົວ​ຢ່າງ:

ລາວ​ມັກ​ເວົ້າ​ຫລາຍ​ໄປ​ໃສ່​ກະ​ເວົ້າ​ຫລາຍ​ເປັນ​ນິດ​ໄສ​ລາວ​ແລ້ວ.

ສະ​ຫລຸບ.

ທັງສອງນີ້ມີລຳດັບຂັ້ນຕ່າງກັນ ຄື​ “ອາຈີນ” ຈະມາກ່ອນ “ນິດໄສ”.

ອາຈີນ​ ເປັນແບບກິດຈະວັດທີ່ຖືກນົດນົດໃຫ້ເຮັດຈົນລຶ້ງ,​ ແບບຖືກບັງຄັບ ເຮັດໄປເລື້ອຍໆກໍລຶ້ງເຊັ່ນ ໂມງເຂົ້າການ,​ ກິນເຂົ້າເປັນເວລາ,​ ໄປເບິ່ງໜັງກັບແຟນ,​ ພາລູກໄປເລາະ…

ນິດໄສ​ ເປັນຄວາມລຶ້ງມາຈາກອາຈີນ ແລ້ວເລີ່ມບໍ່ຢາກປ່ຽນ​ ຕົວຢ່າງ​ ບໍ່ຢາກ​ກິນເຂົ້າ​ເຊົ້າ​ ແຕ່ກິນກາເຟແທນ,​ ບໍ່ມັກອາບນໍ້າ,​ ມັກເວົ້າຮ້າຍຍາມຄົນເຮັດບໍ່ຖືກໃຈ,​ ຢາກໃຫ້ແຕ່ຄົນອື່ນງໍ້,​ ຂັດເອົາແຕ່ໃຈ…

ເມື່ອເຮັດເປັນອາຈີນ ແລ້ວກໍຈະກາຍເປັນນິດໄສ ແລະຫາກນິດໄສຕິດໄປເລື້ອຍໆກໍເປັນອຸປະນິດໄສ​ ຫຼື​ ພາສາລາວເຮົາເອີ້ນວ່າ ສັນດານ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ເພ​ຈ ປ່ອງຢ້ຽມພາສາລາວ.