ຄວາມໝາຍຂອງຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ໃນພາສາລາວ?

SA Game

DooDiDo

ຄຳ​ວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ມີ​ຄວາມ​ໝາຍ​ແບບ​ໃດ?

ໃນ​ພາ​ສາ​ລາວ​ມີ​ຫລາຍໆ​ຄຳ​ທີ່​ສະ​ກົດ​ຕ່າງ​ກັນ​ອອກ​ສຽງ​ຕ່າງ​ກັນ​ແຕ່​ໃຊ້​ແທນ​ກັນ​ໄດ້​ສາຍ​ເຫດ​ກໍ​ມາ​ຈາກ​ຫລາຍ​ປັດ​ໃຈ ຈາກ​ການ​ເອົາ​ຄຳ​ມາ​ປະ​ສົມ​ກັນ​, ຈາກ​ການ​ອອກ​ສຽງ​ທີ​ຄ້າຍ​ຄື​ກັນ, ຈາກ​ການ​ເອົາ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນ​ມາ​ນຳ​ໃຊ້​ທົດ​ແທນ​ກັນ​ເຮັດ​ໃຫ້​ມີ​ຄວາມ​ໝາ​ຍ​ແບບ​ດຽວ​ກັນ ແລະ ອື່ນໆ​ເປັນ​ຕົ້ນ.

​ສະ​ນັ້ນ​ບົດ​ນີ້​ຈະ​ນຳ​ເອົາ​ຄຳ​ວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ທີ່​ເປັນ​ຄຳ​ສັບ​ທີ​ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ແລະ ທັງ​ໃຊ້​ແທນ​ກັນ​ໄດ້​ມາ​ນຳ​ສະ​ເໜີ​ເພື່ອ​ເປັນ​ຂໍ້​ຄິດ​ໄປ​ນຳ​ກັນ, ຄິດ​ວ່າ​ຫລາຍໆ​ຄົນ​ກໍ​ຄົງ​ຈະ​ຢາກ​ຮູ້​ຄື​ກັນ​ວ່າ​ຄວາມ​ໝາຍ​ສອງ​ຄຳ​ນີ້​ມີ​ລາຍ​ລະ​ອຽວ​ແນວ​ໃດ?.

SA Game
DooDiDo
ຄຳ​ວ່າ ສ່ວນ​ຫລາຍ.

ຄຳ​ວ່າ “ຫຼາຍ” ໝາຍເຖິງ ບໍ່ໜ້ອຍ, ມາກມາຍ, ຂອງມີຈຳນວນມາກ ເອີ້ນ ຂອງຫຼາຍ; ຈຳນວນສິບໆ ເອີ້ນ ຫຼາຍສິບ; ຈຳນວນຮ້ອຍໆ ເອີ້ນ ຫຼາຍຮ້ອຍ ແລະເປັນຄຳພ້ອງຄວາມໝາຍກັບ “ມາກ”.

ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”.

ຕົວຢ່າງ:

– ຄຳແດງໄດ້ເປັນຫົວໜ້າຫ້ອງ ເພາະສຽງສ່ວນຫຼາຍເລືອກເອົາລາວ.
– ເນື້ອໃນທີ່ອາຈານບັນຍາຍສ່ວນຫຼາຍອ້າງອີງມາຈາກເອກະສານລາວສະໄໝເກົ່າໆ.
– ຄົນຕ່າງປະເທດສ່ວນຫຼາຍຈະບໍ່ຮູ້ຈັກວ່າເມືອງແປກຢູ່ໃສ.

ຄຳ​ວ່າ ສ່ວນ​ໃຫຍ່.

ສຳລັບຄຳວ່າ “ໃຫຍ່” ໝາຍເຖິງ ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ, ຂະຫຍາຍຂຶ້ນ, ຕື່ງຂຶ້ນ.

“ສ່ວນໃຫຍ່”. ແມ່ນກວມ​ໄປ​ເປັນ​ຈຳ​ນວນ​ທີ່​ຫລາຍກວ່າ​ໃນ​ການ​ປຽບ​ທຽບ.

ຕົວຢ່າງ:
– ພະນັກງານຫ້ອງການຢູ່ບ່ອນຂ້ອຍເຮັດວຽກ ສ່ວນໃຫຍ່ຮຽນຈົບຈາກ ມຊ.
– ຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ ສ່ວນໃຫຍ່ເປັນຊາວຕ່າງປະເທດ.
– ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ສ່ວນໃຫຍ່ແມ່ນມາຈາກ ສປ ຈີນ.

ສະຫຼຸບ.

ຈາກຕົວຢ່າງຂ້າງເທິງນີ້ ຈະເຫັນໄດ້ວ່າແຕ່ລະປະໂຫຍກທີ່ມີຄຳສັບ “ສ່ວນຫຼາຍ” ສາມາດເອົາຄຳສັບ “ສ່ວນໃຫຍ່” ໄປແທນໄດ້ ແລະໃນປະໂຫຍກທີ່ມີຄຳສັບ “ສ່ວນໃຫຍ່” ກໍສາມາດນຳເອົາຄຳສັບສ່ວນຫຼາຍ” ໄປແທນໄດ້ເຊັ່ນດຽວກັນ ໂດຍທີ່ຄວາມໝາຍຂອງປະໂຫຍກບໍ່ມີການປ່ຽນແປງ. ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sengfa Hola.