ອັດ​ສະ​ຈັນກອງ​ລໍ​ກັບ​ຄວາມ​ສວຍ​ງາມ​ທີ່​ທຳ​ມະ​ຊາດ​ໄດ້​ສ້າງ​ໄວ້​ໃຫ້

SA Game

Laos Journey

ດິນແດ​ນກອງລໍ ກັບ​ສີ​ສັນຄວາມງົດງາມ​ຂອງ​ທຳ​ມະ​ຊາດໃນລະດູເກັບກ່ຽວ ທີ່​ໜ້າສຳຜັດ.

​ຖ້າ​ຈະ​ເວົ້າ​ເຖິງແຂວງຄຳມ່ວນແລ້ວ ຄົງ​ມີ​ຫລາຍໆ​ຄົນ​ຄິ​ດ​ເຖິງ​ແຫລ່ງ​ທ່ອງ​ທ່ຽວ​ຕ່າງໆ, ເພາະ ແຂວງ​ຄຳ​ມ່ວນ​ຖື​ວ່າ​ເປັນ​ແຂວງ​ໜຶ່ງ​ໃນ​ ສ​ປ​ປ ລາວ ທີ​ມີມີສະຖານທີ່ທ່ອງທ່ຽວທີ່ສວຍ​ງາມ​ຫລາຍ​ແຫ່ງ ແລະ ຫຼາກຫຼາຍຮູບ​ແບບ​ໂດຍ​ສະ​ເພາະ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ເປັນທຳ​ມະ​ຊາດຕ່າງໆ ແຂວງ​ຄຳ​ມ່ວນ​ຖື​ວ່າ​ຂື້ນ​ຊື່ ແລະ​ ເປັນ​ທີ່​ຮູ້​ຈັກ​ຢ່າງ​ຫລວງ​ຫລາຍ, ເຊິ່ງໃນ​ຕອນ​ນີ້ຈະພາໄປຮູ້ຈັກເມືອງຄູນຄຳ ເຊິ່ງເປັນເມືອງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.

ເມືອງຄູນຄຳ ແຂວງ​ຄຳ​ມ່ວນ ຖື​ວ່າເປັນເມືອງໃໝ່ຂອງແຂວງຄຳມ່ວນ ສ້າງຕັ້ງຂຶ້ນໃນປີ2011,  ສຳນັກງານປົກຄອງເມືອງຕັ້ງຢູ່ບ້ານນາຫີນ ລະຫວ່າງ 3 ແຍກທາງໄປຖ້ຳກອງລໍ ເຊິ່ງ​ເປັນ​ຖ້ຳ​ທີ່​ມີ​ຊື່​ສຽງ ແລະ ສວຍ​ງາມ​ທີ່​ສ​ຸດ​ໃນ​ລາວ​ກໍ​ວ່າ​ໄດ້ ທີ່ເສັ້ນທາງເລກ 8A ຫ່າງຈາກເທດສະບາແຂວງປະມານ 140 ກິໂລແມັດ.

SA Game
Laos Journey

ເມືອງຄູນຄຳ ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍແຫ່ງ ແລະ ຂຶ້ນຊື່ລືຊາເລື່ອງຄວາມງົດງາມຂອງພູຜາ ທີ່ເບິ່ງແລ້ວຈັບອົກຈັບໃຈ ເຮັດໃຫ້ຜູ້ທີ່ຍາຍາມຢ້ຽມອອນຊອນ ແລະ ຫຼົງໄຫຼ.

ແລະ ບ້ານກອງ​ລໍ ຖື​ວ່າ​ເປັນ​ບ້ານ​ໜຶ່ງ​ທີ່​ມີ​ຄວາມງົດງາມຫລາຍ​ບໍ່​ວ່າ​ຈະ​ເປັນ​ວິ​ຖີ່​ຊິ​ວິດ, ທຳ​ມະ​ຊາດ, ໄຮ​ນາ​ຮົ້ວ​ສວນ​ໃນ​ເຂດຂອງດິນແດນບ້ານກອງລໍ ແລະ ມີ​ພາບ​ສວຍ​ງາມໃນລະດູເກັບກ່ຽວເຂົ້ານາປີ ເຊິ່ງເປັນພາບ​ທີ່ສວຍ​ງາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ມາ​ຈາກ​ເວັບ​ໄຊ​ຂອງ Laos Journey ໃນກາງເດືອນຕຸລາ ປີ2018ຜ່ານມາ ມາ​ໃຫ້​ເບິ່ງ​ນຳ​ກັນ.

SA Game
Laos Journey

ບ້ານກອງລໍ ຕັ້ງຢູ່ເມືອງຄູນຄຳ ແຂວງຄຳມ່ວນ​; ທ່ານສາມາດ ເດີນທາງຈາກ ເສັ້ນທາງເລກທີ 13  ພໍຮອດທາງແບ່ງຫຼັກ20 ແລ້ວໄປຕາມ ເສັ້ນທາງເລກ 8 ປະມານ40ກິໂລແມັດ ພໍຮອດບ້ານຄູນແກ້ວ ແລ້ວລ້ຽວຂົວໄປອີກປະມານ40 ກິໂລແມັດກໍຮອດບ້ານກອງລໍ.

SA Game
Laos Journey

ບ້ານກອງລໍ ມີສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ, ມີກິດຈະກຳຂີ່ເຮືອກາຍັກ ລ່ອງນໍ້າຫີນບູນ ຊົມຄວາມງາມຂອງທຳມະຊາດ .ນອກນັ້ນຍັງມີຖໍ້າກອງລໍອັນລືຊື່ ເຊິ່ງເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ.

SA Game
Laos Journey

ສ່ວນທີ່ພັກກໍມີໃຫ້ເລືອກຫຼາກຫຼາຍ ທັງທີ່ພັງແຄມນໍ້າ ຫລື ທີ່ພັກ ແຄມທົ່ງນາ ໃຫ້ເລືອກຕາມຄວາມມັກຂອງທ່ານໄດ້… ສ່ວນການເດີນທາງເຂົ້!ເຖິງແມ່ນສະດວກສະບາຍ ລົງເກ໋ງກໍໄປໄດ້ເພາະເສັ້ນທາງປຸຢາງ(ມີບາງຈຸດທີ່ທາງເປເພເລັກໜ້ອຍ)

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Laos Journey.