ມາ​ຮູ້​ຈັກ​ກັບ ​ເຮືອນ​ພະ​ຍາ​ເຊກອງ ທີ່​ເມືອງ​ສິງ ແຂວງ​ຫຼວງ​ນ້ຳ​ທາ

SA Game

Laos Journey

ປະຫວັດ ຄວາມ​ເປັນ​ມາ​ຂອງເຮືອນພະຍາເຊກອງ ທີ່ເມືອງສິງ ແຂວງຫຼວງນ້ຳ.

ແຂວງຫຼວງ​ນ້ຳ​ທາ​ເປັນ​ແຂວງ​ທີ່​ມີ​ພື້ນ​ທີ່​ພຽງ​ກ້​ວາງ​ຂວາງ ແລະ ມີ​ຫລາກ​ຫລາຍ​ຊົນ​ເຜົ່າ​ຮີດ​ຄອງ​ປະ​ເພ​ນີ​ສວຍ​ງາມທັງ​ຂື້ນ​ຊື່​ວ່າ ຫຼວງ​ນ້ຳ​ທາ​ດິນ​ແດນ​ເຂົ້າ​ຂາວ​ສາວ​ງາມ ແລະ ເມື່ອງ​ສິງ ກໍ​ຖື​ວ່າ​ເປັນ​ເມືອງ​ໜຶ່ງ​ຂອງ​ແຂວງຫຼວງ​ນ້ຳ​ທາ​ທີ່​ຍັງ​ອະ​ນຸ​ລັກ​ຮີດ​ຄອງ​ປະ​ເພ​ນີ​ວັດ​ຖະ​ນາ​ທຳ​ອັນ​ດີ​ງາມ​ໄວ້​ໄດ້​ຢູ່ ໂດຍ​ສະ​ເພາະ​ແມ່ນ​ວັດ​ວາ​ອາ​ຮາມ​ຕ່າງໆ ການນ​ຸງ​ຖື ແລະ ຍັງ​ມີ​ພ​ຣະ​ທາດ​ຊຽງ​ຕືງ​ທີ່​ສັກ​ສິດ​ ແລະ ບູ​ຊາ​ກັນ​ທຸກ​ປີ.

ເມືອ​ເວົ້າ​ເຖິງຫໍວາງສະແດງເມືອງສິງ ຫຼື ເຮືອນເກົ່າ ພະຍາຊຽງກອງ ອິງຕາມການບອກເລົ່າ ເຮືອນຫຼັງນີ້ໄດ້ຖືກສ້າງຕັ້ງຂື້ນເມື່ອປີ ຄສ 1934 ເປັນທີ່ພັກອາໃສຂອງ ພະຍາ ຊຽງກອງ ຜູ້ທີ່ເຈົ້າຊີວິດຫຼວງພະບາງ ແຕ່ງຕັ້ງໃຫ້ເປັນຜູ້ປົກຄອງດູແລເຂດເມືອງສິງ ໃນໄລຍະຕົ້ນສະຕະວັດທີ 20, ພະຍາຊຽງກອງ ເປັັນຜູ້ຮັ່ງມີທາງດ້ານຊັບສົມບັດພາຍໃນທ້ອງຖີ່ນໃນເວລານັ້ນ ແລະ ຍັງເປັນພະຍາເຈົ້າເມືອງທີ່ ປະຊາຊົນໃຫ້ຄວາມສັດທາເຫຼືອມໃສມາຕະຫຼອດເປັນເວລາຫຼາຍປີ.

SA Game
Laos Journey

ຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ເຮືອນຫຼັງດັ່ງກ່າວໄດ້ຖືກປະຮ້າງໄວ້ໄລຍະໜື່ງ ຈົນຮອດປີ 1990 ອົງການປົກຄອງທ້ອງຖີ່ນ ໄດ້ປັບປຸງ ແລະ ເຮັດເປັນເຮືອນພັກສຳລັບ ພະນັກງານລັດທີ່ເດີນທາງມາເຮັດວຽກທີ່ເມືອງສິງ, ຕົກມາຮອດປີ 2007 ອົງການປົກຄອງເມືອງສິງ ໄດ້ມອບເຮືອນດັ່ງກ່າວໃຫ້ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ບູລະນະປັບປຸງ ເພື່ອເປີດເປັນ ສູນວາງສະແດງວັດທະນະທຳຂອງເມືອງສິງ

ເຊິ່ງປັດຈຸບັນກາຍເປັນແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທຳທີ່ໜ້າສົນໃຈ ເນື່ອງຈາກສູນແຫ່ງນີ້ເປັນບ່ອນ ເກັບຮັກສາອຸປະກອນຮັບໃຊ້ ແລະ ລາຊາສົມບັດປະເພດຕ່າງໆ ຂອງຊາວເມືອງສິງ ທີ່ຊາວເມືອງໄດ້ພ້ອມກັນອານຸລັກມາຕັ້ງແຕ່ສັດຕະວັດທີ 19-20 ບໍ່ວ່າຈະເປັນວັດທະນະທຳທາງດ້ານການນຸ່ງຖື, ການທຳມາຫາກີນ, ວິຖີຊີວິດ ແລະ ອື່ນໆ ທີ່ສະແດງໃຫ້ເຫັນເຖິງປະຫວັດສາດຄວາມຮັ່ງມີ ທາງດ້ານວັດທະນະທຳລື້ເມືອງສິງແຫ່ງນີ້ໄດ້ເປັນຢ່າງດີ.

SA Game
ໄຕລື້ Tai Lue Tribe

ເມືອງສິງ ເປັນສູນກາງວັດທະນະທຳໄທລື້ ທີ່ມີຖິ່ນກຳເນີິດ ຢູ່ໃນແຂວງຢູນນານ ທາງພາກໃຕ້ຂອງຈີນ ເຊິ່ງຫ່າງຈາກຊາຍ ແດນເມືອງສິງພຽງ 10 ກະໂລແມັດ ດ່ັງນັ້ນ ເຜົ່າໄທລື້ ໃນລາວ ຈິ່ງໄດ້ຊື່ວ່າມີສາຍເລືອດ ແລະ ວັດທະນະທຳແບບໄທລື້ແທ້ກວ່າກຸ່ມອື່ນໆ ທີ່ຢູ່ນອກຖິ່ນຖານຂອງບັນພະບຸລຸດ. ນະຫໍວາງສະແດງເມືອງສິງ ຫຼື ເຮືອນເກົ່າ ພະຍາຊຽງກອງ ຕັ້ງຢູ່ບ້ານຊຽງໄຈ ໃຈກາງເທດສະບານເມືອງສິງ ແຂວງຫຼວງນ້ຳທາ ທ່ານສາມາດເຂົ້າຊົມໄດ້ຕາມວັນເວລາທາງລັດຖະການ.

ເຮືອນພະຍາເຊກອງ ສ້າງຂື້ນເມື່ອປີ ຄສ 1934 ດ້ວຍຮູບແບບສະຖາປັດຕະຍະກຳແບບໄຕລື້ ຫຼື ໄທລື້ ປະສົມປະສານກັບ ສະຖາບັດຕະຍະກຳແບບອານານິຄົມຝຣັ່ງ, ເຊິງຫໍວາງສະແດງເມືອງສິງ ຫຼື ເຮືອນເກົ່າ ພະຍາຊຽງກອງ ຕັ້ງຢູ່ບ້ານຊຽງໄຈ ໃຈກາງເທດສະບານເມືອງສິງ ແຂວງຫຼວງນ້ຳທາ ທ່ານສາມາດເຂົ້າຊົມໄດ້ຕາມວັນເວລາທາງລັດຖະການ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Laos Journey.