​ຂ່າວ​ດີ! ສ​ປ​ປ ລາວ ເປີດເຂດ​ທ່ອງທ່ຽວສີຂຽວຕົ້ນ​ປີ 2022 ນີ້

SA Game

laoedaily.com

ເດືອນ​ມັງ​ກອນ 2022 ສ​ປ​ປ ລາວ ຈະ​ເປີດເຂດ​ທ່ອງທ່ຽວສີຂຽວ.

ສ​ປ​ປ ລາວ ກຽມ​ຟື້ນ​ຟູ​ເສດ​ຖະ​ກິດ​ໂດຍ​ໄດ້​ມີ​ແຜນ​ການ​ໃນ​ການ​ເປີດ​ເຂດ​ທ່ອງ​ທ່ຽວ​ສີ​ຂຽວເພື່ອເປັນທິດທາງໃຫ້ແກ່ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ປະສານສົມທົບເຮັດວຽກຮ່ວມກັນ ເພື່ອເປີດເຂດທ່ອງທ່ຽວສີຂຽວ ແນໃສ່ການທ່ອງທ່ຽວທີ່ປອດໄພ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນໃນການຟື້ນຟູເສດຖະກິດ, ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກໍຄືລາຍຮັບຂອງປະເທດ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກຂໍ້ຕົກລົງ ເລກທີ 4887/ສພກ, ລົງວັນທີ 29 ພະຈິກ 2021 ວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ໂດຍຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕົກລົງ: ຮັບຮອງເອົາແຜນປະຕິບັດງານຕົວຈິງ ສຳລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ໂດຍຄາດໝາຍເປີດເຂດທ່ອງທ່ຽວສີຂຽວພາຍໃນເດືອນ ມັງກອນ 2022.

SA Game
Laos Pictures ຮູບພາບເມືອງລາວ
ດ້ານເງື່ອນໄຂການເປີດເຂດທ່ອງທ່ຽວສີຂຽວ ຕາມຂໍ້ຕົກລົງໄດ້ກຳນົດຄື:
1) ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ສາມາດເຂົ້າມາໃນເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ຮັບການສັກວັກຊີນຄົບໂດສ ຢ່າງໜ້ອຍ 14 ວັນກ່ອນການເດີນທາງ;
2) ນັກທ່ອງທ່ຽວຕ່າງປະເທດ ຕ້ອງສະໝັກບັດຜ່ານເຂດທ່ອງທ່ຽວສີຂຽວ ໂດຍປະກອບຂໍ້ມູນ (Up Load) ຕ່າງໆໃສ່ແບບຟອມອອນລາຍ ຈາກເວັບໄຊທາງການ eVisa;
3) ຕ້ອງກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງ ກ່ອນເດີນທາງ ແລະ ຕ້ອງຖືກເກັບຕົວຢ່າງກວດຫາເຊື້ອອີກຄັ້ງ ເມື່ອມາຮອດ ສປປ ລາວ; 4) ຖືກແຍກປ່ຽວດ້ວຍຕົນເອງທີ່ໂຮງແຮມທີ່ກຳນົດໄວ້ 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ ຖ້າຫາໄດ້ຮັບຜົນກວດອອກມາເປັນລົບ ແມ່ນສາມາດເຄື່ອນໄຫວຢູ່ເຂດທ່ອງທ່ຽວສີຂຽວໄດ້.
5) ໃຫ້ດາວໂຫຼດ app ຕິດຕາມຂໍ້ມູນຕິດຕໍ່ທີ່ນຳໃຊ້ສະດວກ ກັບລະຫັດ QR ໃນເວລາແຈ້ງເຂົ້າສະຖານທີ່ທີ່ໄດ້ຮັບການອະນຸມັດແລ້ວ; ສະແດງຫຼັກຖານການສັກວັກຊີນ ກ່ອນການເຂົ້າເຂດທ່ອງທ່ຽວສີຂຽວ ເພື່ອຮັກສາຄວາມປອດໄພພາຍໃນເຂດສໍາລັບທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ ແຕ່ຈະບໍ່ໄດ້ກວດຫາເຊື້ອໂຄວິດ-19.

ນອກນີ້, ເປົ້າໝາຍນັກທ່ອງທ່ຽວທີ່ອະນຸຍາດຄື: ອະນຸຍາດໃຫ້ນັກທ່ອງທ່ຽວທຸກສັນຊາດທີ່ໄດ້ຮັບວັກຊີນຄົບສາມາດເຂົ້າໄດ້ ໂດຍຜ່ານດ່ານສະໜາມບິນ, ຍົກເວັ້ນນັກທ່ອງທ່ຽວຈາກປະເທດທີ່ບໍ່ອະນຸມັດໃຫ້ເອົາວີຊ່າກັບດ່ານ (ຈົນກວ່າຈະມີການເປີດປະເທດແບບເຕັມສ່ວນ). ທັງນີ້, ສຳລັບເງື່ອນໄຂກ່ອນອະນຸຍາດນັກທ່ອງທ່ຽວເຂົ້າມາ ສປປ ລາວ ນັກທ່ອງທ່ຽວຕ້ອງໄດ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

SA Game
laoedaily.com
1. ລົງທະບຽນບັດຜ່ານເຂດທ່ອງທ່ຽວສີຂຽວ ລົງທະບຽນ 7-30 ວັນ ກ່ອນການອອກເດີນທາງ; ອັບໂຫຼດຫຼັກຖານຂອງການສັກວັກຊີນ, ການຈອງໂຮງແຮມ ແລະ ລາຍການເດີນທາງ ສຳລັບການເດີນທາງທັງໝົດໃນແບບຟອມລົງທະບຽນ; ເອກະສານການອະນຸມັດ ຈະຖືກສົ່ງໃຫ້ເປົ້າໝາຍກ່ຽວຂ້ອງ ທັງການຈັດຕັ້ງ ຫຼື ບຸກຄົນ ພາຍໃນ 48 ຊົ່ວໂມງ ຖ້າເອກະສານທັງໝົດທີ່ໄດ້ຮັບຖືກຕ້ອງ ແລະ ຄົບຖ້ວນ.
2. ພິມບັດຜ່ານເຂດທ່ອງທ່ຽວສີຂຽວ ກັບ ລະຫັດ bar code ເພື່ອສະແດງຢູ່ບ່ອນແຈ້ງປີ້ເດີນທາງອອກ ແລະ ເມື່ອເດີນທາງຮອດ ສປປ ລາວ.
3. ມີໃບຢັ້ງຢືນການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ຢ່າງໜ້ອຍ 72 ຊົ່ວໂມງກ່ອນເດີນທາງ.
4. ໃບຢັ້ງຢືນການສັກວັກຊີນ ຢ່າງໜ້ອຍ 14 ວັນ ເປັນພາສາອັງກິດ ກ່ອນການອອກເດີນທາງ ແລະ ບໍ່ຫຼາຍກວ່າໜຶ່ງປີ (ຖ້າຫຼາຍກວ່າໜຶ່ງປີ, ຕ້ອງໄດ້ສັກວັກຊີນກະຕຸ້ນຕື່ມ).
5. ກະກຽມຄ່າກວດຫາເຊື້ອດ້ວຍເຄື່ອງກວດ RT-PCR ເມື່ອມາຮອດ ສປປ ລາວ (65 ໂດລາສະຫະລັດ) ຫຼື ຈ່າຍລ່ວງໜ້າສຳລັບການກວດ ກັບຫ້ອງທົດລອງທີ່ໄດ້ຮັບອະນຸຍາດ.
6. ຊື້ປະກັນໄພຈາກບໍລິສັດທີ່ໄດ້ຮັບການອະນຸມັດ ຫຼື ກະກຽມສຳເນົາການປະກັນໄພທີ່ມີຢູ່ແລ້ວ; ເດັກນ້ອຍອາຍຸ 5-18 ປີ ຕ້ອງກວດການເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR, ແຕ່ບໍ່ຈໍາເປັນຕ້ອງໃຫ້ສັກວັກຊີນ. ສ່ວນເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ບໍ່ຈຳເປັນຕ້ອງກວດຫາເຊື້ອ ແລະ ສັກວັກຊີນ.

ນອກຈາກນີ້, ຍັງມີຂັ້ນຕອນການກວດຢູ່ສະໜາມບິນ ແລະ ການນຳໃຊ້ມາດຕະການຈຳກັດ ກ່ອນອະນຸຍາດທ່ອງທ່ຽວ, ມາດຕະການຄຸ້ມຄອງເວລາເຄື່ອນໄຫວ ຢູ່ ສປປ ລາວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio