ອັດຕະວິໄສ ແລະ ພາວະວິໄສ ມີຄວາມໝາຍວ່າແນວໃດ?

SA Game

DooDiDo

ຄໍາວ່າ: ອັດຕະວິໄສ ແລະ ພາວະວິໄສ ມີຄວາມໝາຍວ່າແນວໃດ?

ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເວົ້າ​ກ່ຽວ​ກັບ​ຄຳທີ່​ວ່າ ອັດຕະວິໄສ ແລະ ພາວະວິໄສ ​ໃນພາສາລາວກໍ່ເຊັ່ນດຽວກັບພາສາໄທ ​ເຊິ່ງ​ຫລາຍໆ​ຄຳແມ່ນມີ​ຄວາມ​ຫມາຍ ແລະ ພາ​ສາເວົ້າທີ່​ຄ້າຍຄືກັນ​ຢູ່​ແລ້ວ ແລະ ​ສອງ​ຄຳ​ໃນ​ທີ່​ນີ້ ກ​ໍ່​ມີຄວາມໝາຍອັນດຽວກັນທັງ​ພາ​ສາ​ລາວ ແລະ ພາ​ສາ​ໄທດັ່ງ​ນີ້.

ອັດຕະວິໄສ (subjectivity ) ໝາຍ ເຖິງມູມມອງ ຫຼື ຄວາມຄິດເຫັນຂອງບຸກຄົນ ໂດຍສະເພາະແມ່ນສິ່ງທີ່ກ່ຽວຂ້ອງກັບຄວາມຮູ້ສຶກ, ຄວາມເຊື່ອ ຫລື ຄວາມຕ້ອງການ ມັນອາດໝາຍເຖິງແນວຄິດສ່ວນບຸກຄົນທີ່ບໍ່ສາມາດພິສູດໄດ້. ກົງກັນຂ້າມກັບຄວາມຮູ້ ແລະ ຄວາມເຊື່ອທີ່ອີງໃສ່ຂໍ້ເທັດຈິງທາງປັດຊະຍາ, ຄຳນີ້ມັກຈະມີຄວາມໝາຍກົງກັນຂ້າມກັບພາວະວິໄສ.

SA Game
DooDiDo

ອັດຕະວິໄສ ເປັນທັດສະນະທີ່ມີຄວາມເຊື່ອວ່າສິ່ງມີຢູ່ ຫຼື ຄວາມຈິງຂອງສິ່ງ ສິ່ງໜຶ່ງຢູ່ກັບຕົວເຮົາເອງເປັນຄົນຕັດສິນເຊັ່ນ:ເມື່ອເຮົາໄດ້ກິ່ນອາຫານທີ່ມີຄົນກໍາລັງຄົວກິນສາບມາແຕ່ໄກແຕ່ຕົວເຮົາເອງຮູ້ສຶກວ່າໄດ້ກິ່ນຫອມຈົນຮູ້ສຶກຫິວ ແຕ່ວ່າຄົນອື່ນພັດໄດ້ກິ່ນວ່າມັນເໝັນກໍ່ເປັນໄດ້, ກິ່ນນໍ້າຫອມທີ່ເຮົາໃຊ້ແມ່ນມີກິ່ນຫອມຖືກໃຈເຮົາ ແຕ່ກິ່ນອາດຈະບໍ່ຖືກໃຈບາງຄົນກໍ່ເປັນໄດ້.

ພາວະວິໄສ (objectivity) ແມ່ນສິ່ງທີ່ເປັນພື້ນຖານຢູ່ເໜືອຂໍ້ເທັດຈິງ ເງື່ອນໄຂທີ່ເປັນຄວາມຈິງ ໂດຍບໍ່ຂຶ້ນກັບຈິດໃຈ ນັ້ນແມ່ນຜົນຂອງການຕັດສິນໃຈໃດໆຈະບໍ່ຂື້ນກັບຄວາມຄິດເຫັນ ແລະ ຄວາມຮູ້ສຶກ. ຄວາມເປັນຈິງທີ່ເກີດຂຶ້ນຕາມຈຸດປະສົງຈະຖືກຄົ້ນພົບຫຼາຍກວ່າການສ້າງແບບປັດຊະຍາ. ສິ່ງທີ່ເປັນພາວະວິໄສຈະເປັນຈິງສະເໝີ ບໍ່ວ່າຈະຢູ່ໃສ ເວລາໃດ ຫຼື ຢູ່ກັບບຸກຄົນໃດ ມີຄວາມໝາຍກົງກັນຂ້າມກັບອັດຕະວິໄສ ຂໍ້ເທັດຈິງທີ່ເປັນອັດຕະວິໄສຈະເປັນພາວະວິໄສກໍ່ຕໍ່ເມື່ອສິ່ງນັ້ນເປັນຂໍ້ເທັດຈິງບົນເງື່ອນໄຂສະເພາະ ເຊັ່ນ: ໃນເວລາສະເພາະ, ໃນສະຖານທີ່ສະເພາະ ຫຼື ກັບບຸກຄົນ.

ຄວາມແຕກຕ່າງວິທີຄິດແບບອັດຕະວິໄສ ແລະ ພາວະວິໄສ

ເວົ້າອີກຢ່າງ ໜຶ່ງ,ການຄິດແບບອັດຕະວິໄສ ແມ່ນການຍຶດເອົາຕົວເອງເປັນສູນກາງ ເປັນທີ່ຕັ້ງ,ແບບມີຄວາມຄິດຄັບແຄບ ເປັນສ່ວນຕົວ ຫຼື ໃນຕົວ, ການຄິດແບບພາວະວິໄສ ແມ່ນການເບິ່ງໂລກໃນມູມ

ກ້ວາງບົນພື້ນຖານຂອງຄວາມຈິງ ຫຼາຍຄົນອາດຈະນຶກບໍ່ເຫັນພາບອັດຕະວິໄສ ແລະ ພາວະວິໄສ ຂໍໃຫ້ພິຈາລະນາ ຄຳຕອບຂອງສອງຄົນຄື:

ເມື່ອຖືກຖາມ “ບ້ານຂອງເຈົ້າຢູ່ໄກບໍ່?”

ຄົນໜຶ່ງ ໄດ້ຕອບວ່າ “ໄກແທ້ນັ່ງລົດໄປ ຫລັບແລ້ວຕື່ນ ຕື່ນແລ້ວຫຼັບ ຫຼາຍຮອບກວ່າຈະຮອດ” ຕອບແບບນີ້ຖືວ່າເປັນການຕອບແບບ “ອັດຕະວິໄສ”

ຜູ້ທີສອງຕອບວ່າ”ຢູ່ໄກຫຼາຍ, ຫ່າງຈາກບ່ອນເຮັດວຽກ 25 ກິໂລແມັດ ຂີ່ລົດເກືອບ 3 ຊົ່ວໂມງ.” ການຕອບແບບນີ້ເອີ້ນວ່າ “ພາວະວິໄສ” ເພາະວ່າລາວໄດ້ຮັບຂໍ້ມູນຄວາມຈິງ ແລະ ເຮັດໃຫ້ຜູ້ຖາມມີຄວາມເຂົ້າໃຈຊັດເຈນດີຂຶ້ນ.

ເມື່ອເປັນເຊັ່ນນີ້ເຮົາຄວນຈະຄິດແບບອັດຕະວິໄສ ຫຼື ພາວະວິໄສດີ ? ໃນນາມບຸກຄົນທີ່ເປັນກາງເຮົາກໍ່ຄວນຄິດໃນແບບພາວະວິໄສ ເພື່ອສັງຄົມຈະໄດ້ຍອມຮັບຫຼາຍກວ່າອັດຕະວິໄສ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo