ຫຼວງ​ພະ​ບາງເຜີຍແຜ່ວຽກງານປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວ

SA Game

Media Laos

ຫຼວງພະບາງຮ່ວມ​ໃຈຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວຍືນຍົງ​ປູກ​ຈິດ​ສຳ​ນືກໃຫ້ນັກຮຽນ

​ຫລວງ​ພະ​ບາງ ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ໄດ້ຈັດກິດຈະກໍາ ສົ່ງເສີມ, ປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ວຽກງານການປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວທີ່ຍືນຍົງ ໃຫ້ນັກຮຽນໂຮງຮຽນທີ່ໂຮງຮຽນ ມສ ສັນຕິພາບ ນະຄອນຫຼວງພະບາງ ແລະ ກິດຈະກໍາຖາມ-ຕອບຄໍາຖາມກ່ຽວກັບສິ່ງແວດລ້ອມ,ການໄຈ້ແຍກຂີ້ເຫຍື້ອປະເພດຕ່າງໆໃຫ້ຖຶກຕ້ອງໃນວັນທີ 23 ມິຖຸນາ 2022 ຜ່ານມານີ້ .

ນາງ ແສງໂສດາວັນ ທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ກ່າວວ່າ:

ກິດຈະກຳທີ່ຈັດຂຶ້ນໃນຄັ້ງນີ້ປະກອບມີ,ຟັງການບັນຍາຍ, ສົນທະນາຖາມ-ຕອບຄວາມຮູ້ພື້ນຖານດ້ານສິ່ງແວດລ້ອມ ແລະຄວາມສຳຄັນຂອງສິ່ງແວດລ້ອມ, ບັນຫາສິ່ງແວດລ້ອມ ແລະແນວທາງແກ້ໄຂຕ່າງໆ, ການທ່ອງທ່ຽວແບບອະນຸລັກຄຽງຄູ່ກັບການຮັກສາ ສິ່ງແວດລ້ອມ, ນອກນັ້ນຍັງໄດ້ຫຼິ້ນເກມ ລູກເຕົາປິດສະໜາ ແລະນໍາພານ້ອງນັກຮຽນອອກແຮງງານອະນາໄມ ບໍລິເວນເດີນໂຮງຮຽນຕື່ມອີກ.

SA Game
Media Laos

ທັງນີ້ ກໍ່ເພື່ອເປັນການປູກຈິດສຳນຶກໃຫ້ຄູ-ອາຈານ ແລະນ້ອງນັກຮຽນຮູ້ຈັກວິທີການປົກປັກຮັກສາສິ່ງແວດລ້ອມຕິດພັນກັບການທ່ອງທ່ຽວທີ່ຍືນຍົງ. ເພາະວ່າການທ່ອງທ່ຽວແມ່ນໜຶ່ງໃນອຸດສາຫະກຳທີ່ພັດທະນາໄວທີ່ສຸດໃນໂລກ, ເປັນອຸດສາຫະກຳທີ່ສົ່ງຜົນກະທົບ ທັງທາງບວກ ແລະ ທາງລົບຕໍ່ສິ່ງແວດລ້ອມ. ເຊິ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ມີການປົກປັກຮັກສາ ແລະ ອະນຸລັກສິ່ງແວດລ້ອມ ແນ່ໃສ່ເຮັດໃຫ້ການທ່ອງທ່ຽວມີຄວາມຍືນຍົງ.

ສະນັ້ນການສົ່ງເສີມປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ວຽກງານປົກປັກຮັກສາສິ່ງແວດລ້ອມເພື່ອການ ທ່ອງທ່ຽວທີ່ຍືນຍົງ ສຸດທີ່ມີຄວາມໝາຍສຳຄັນ ເນື່ອງຈາກວ່າ ສິ່ງແວດລ້ອມແມ່ນພົວພັນກັບການ ທ່ອງທ່ຽວ, ຖ້າຫາກພວກເຮົາທຸກຄົນເຂົ້າໃຈແນວຄິດຕົວຈິງໃນການປົກປັກຮັກສາສິ່ງແວດລ້ອມ ແລະ ກໍຈະເຮັດໃຫ້ການອະນຸລັກສິ່ງແວດມີຄວາມຍືນຍົງ.

SA Game
Media Laos

ເປັນກຽດເຂົ້າຮ່ວມກິດຈະກໍາຄັ້ງນີ້ມີ ທ່ານ ປອ ບຸນພະມາ ໂພທິສານ, ຮອງຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ນາງ ແສງໂສດາວັນ ທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ, ມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານຈາກກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວບັນດາທ່ານຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ກະ ຊວງຊັບພະຍາກອນທຳ ມະຊາດ ແລະສິ່ງແວດ ລ້ອມ,ມີອາຈານ ພ້ອມດ້ວຍຄະນະຈາກທຳມະຊາດ-ສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ນ້ອງໆນັກຮຽນມັດທະຍົມ ມໍປາຍ ສັນຕິພາບເຂົ້າຮ່ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos