ພິທີປ່ອຍປາເມືອງທອງທ່າປາງທອງເນື່ອງໃນວັນອະນຸລັກສັດນ້ຳ

SA Game

Media Laos

ພິທີປ່ອຍປາ ເນື່ອງໃນວັນອະນຸລັກສັດນ້ຳ – ສັດປ່າແຫ່ງຊາດ13 ກໍລະກົດທີ່ ເມືອງທອງທ່າປາງທອງຈັດ

ໄດ້​ມີກິດຈະກຳ ປ່ອຍປາ ເນື່ອງໃນວັນອະນຸລັກສັດນ້ຳ – ສັດປ່າແຫ່ງຊາດ13 ກໍລະກົດ ແລະ ສືບຕໍ່ປູກຕົ້ນໄມ້ ໃນວັນທີ 24 ມິຖຸນາ 2022 ທີ່ຊົນລະປະທານ ອ່າງເກັບນ້ຳເຊກື ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ,ມີຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ ເມືອງພ້ອມຄະນະ, ກອງບັນຊາການ ປກຊ- ປກສ ເມືອງ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ແຂກຖືກເຊີນ ແລະພາກ ສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ໃນພິທີ ທ່ານ ບຸນໄທ ໄຊຍະລາດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງກໍ່ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການປ່ອຍປ່າແລະ ປູກຕົ້ນເນື່ອງໃນວັນປ່ອຍປາແຫ່ງຊາດ ແລະ ວັນອະນຸລັກສັດນ້ຳ-ສັດປ່າ 13 ກໍລະກົດ ເຊິ່ງເປັນການຊຸ້ກຍູ້ສົ່ງເສີມ ແລະ ຂະຫຍາຍແນວພັນປ່າລົງສູ່ແຫຼ່ງນ້ຳທຳມະຊາດເພື່ອເປັນແຫຼ່ງອາຫານຂອງຊຸມຊົນ ແລະ ປູກຕົ້ນໄມ້ເພື່ອຟື້ນຟູປ່າ ໃຫ້ມີຄວາມອຸດົມສົມບູນ

SA Game
Media Laos

ໂດຍສະເພາະເມືອງທ່າປາງທອງ ເປັນເມືອງໜຶ່ງ ທີ່ມີເນື້ອທີ່ກວ້າງໃຫຍ່ພໍສົມຄວນຕັ້ງຢູ່ຕອນໃຕ້ຂອງແຂວງສະຫວັນນະເຂດ ມີຄວາມອຸດົມຮັ່ງມີ ດ້ວຍຊັບພະຍາກອນປ່າໄມ້ ຊີວະນາໆພັນ ເຄື່ອງປ່າຂອງດົງ ມີຫ້ວຍຮ່ອງຄອງບຶງ ແມ່ນ້ຳໃຫຍ່ຫຼາຍສາຍນ້ຳໄລຜ່ານ ແຕ່ໃນເວລານີ້ ສັດນ້ຳ-ສັດປ່າ ແລະ ປ່າໄມ້ມີຈຳນວນຫຼຸດຫນ້ອຍຖອຍລົງ ບາງສະນິດມີຄວາມສ່ຽງໃກ້ຈະສູນພັນ ອັນ

ເນື່ອງມາຈາກ ການຕັດຕົ້ນໄມ້ແບບສະຊາຍແຫຼ່ງນໍ້າທໍາມະຊາດຖຶກຊາວບ້ານລົບກວນຊອກຫາສັດນໍ້າເກີນຄວາມສາມາດຂອງການຕອບສະໜອງ ແລະ ຜິດວິທີ ດ້ວຍການນຳໃຊ້ໄຟຟ້າຊ໊ອດ,ໃຊ້ຢາເບືອ ແລະ ການຖິ້ມສິ່ງເສດເຫຼືອເປິເປື້ອນຊະນິດຕ່າງໆ ລົງຫ້ວຍໜອງຄອງບຶງ ແລະ ແມ່ນໍ້າລໍາເຊຕ່າງໆ, ບັນດາແມ່ນໍ້າລຳເຊ ອ່າງເກັບນໍ້າຕ່າງໆທີ່ຢູ່ໃກ້ກັບຊຸມຊົນກໍ່ຍັງຂາດການບໍລິຫານຈັດການທີ່ດີ

SA Game
Media Laos

ສຳລັບປີນີ້ຢູ່ເມືອງທ່າປາງທອງແມ່ນໄດ້ປ່ອຍປາທັງໝົດຈໍານວນ 20.000 ໂຕ, ໃນນັ້ນ: ມີຊະນິດ ພັນປາປາກ, ປານວນຈັນ, ປານິນ ພ້ອມທັງສືບຕໍ່ປູກໄມ້ ແຜນປີນີ້ແມ່ນຈະປູກໄມ້ໃຫ້ໄດ້ 43.000 ເບ້ຍ, ໃນເນື້ອທີ່ທັງ 55 ເຮັກຕາ.ໃນນັ້ນ: ປູກຟື້ນຟູປ່າ 15.000 ເບ້ຍ; ປູກຕາມສວນປູກໄມ້,ເດີ່ນສາທາລະນະ 25.000 ເບ້ຍ, ປູກຕາມສໍານັກງານອົງການ 200 ເບ້ຍ; ຊຸກຍູ້ໃຫ້ຄອບຄົວປະຊາຊົນປູກ 3.000 ເບ້ຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos