ຄຶ​ກ​ຄື້ນ! ຊາວ​ຫລວງ​ພະ​ບາງ​ຈ່ຳ​ນວນ​ຫລາຍ​ສະ​ຫລອງວັນ​ຄົບ​ຮອບ​ໂອ​ແລມ​ປິກ

SA Game

Media Laos

​ປະ​ຊາ​ຊົນ​ຈ່ຳ​ນວນ​ຫລາຍ​ພັນ​ຄົນຮ່ວມກິດຈະກໍາສະຫຼອງວັນໂອແລມປິກສາກົນຄົບຮອບ 128 ປີ

ຫລວງ​ພະ​ບາງ ເມືອງ​ມໍ​ລະ​ດົກ​ໂລກ ໄດ້ຈັດກິດຈະກໍາຂີ່ລົດຖີບ,ຢ່າງ ເພື່ອສຸຂະພາບ ເພື່ອສະຫຼອງວັນໂອແລມປິກສາກົນ ຄົບຮອບ 128 ປີ,ທັງເປັນການຊຸກຍູ້ສົ່ງເສີມການ ທ່ອງທ່ຽວຢູ່ຫຼວງພະບາງ ເມືອງມໍລະດົກໂລກ ໃຫ້ມີບັນຍາກາດຄຶກຄຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2022 ນີ້

ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານກິດຈະກໍາຄັ້ງນີ້ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ, ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານ-ເລ ຂາທິການ ຄະນະນະກໍາມະການໂອແລມປິກແຫ່ງຊາດລາວ, ມີອະດີດລັດຖະມົນຕີ,ອະດີດປະທານຄະນະກໍາມະການບໍລິຫານໂອແລມປິກແຫ່ງຊາດ ພ້ອມດ້ວຍການນໍາຂອງແຂວງ ແລະ ແຂກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມນັບຫຼາຍພັນຄົນ.

ທ່ານ ສົມພູ ພົງສາ ຮອງປະທານ-ເລຂາທິການ ຄະນະນະກໍາມະການໂອແລມປິກແຫ່ງຊາດລາວ(ຄອລ) ໄດ້ໃຫ້ກຽດຂຶ້ນລາຍງານຄວາມເປັນມາຂອງວັນໂອແລມປິກສາກົນ ພ້ອມທັງອ່ານສານອວຍພອນຂອງທະທານໂອແລມປິກສາກົນໃຫ້ຮູ້ວ່າ:

SA Game
Media Laos

ເມື່ອຢ້ອນຄືນໃນປີ 1892 ທ່ານ ປິແອ ເດິ ກູແບກແຕັງ (Pierre De Cou-Bertin) ນັກສຶກສາ ຊາວຝຣັ່ງ ໄດ້ຄົ້ນຄວ້າປະຫວັດຄວາມເປັນມາ ແລະ ຄວາມສໍາເລັດຂອງກິລາໂອແລມປິກບູຮານ ເຫັນວ່າກິລາໂອແລມປິກມີປັດຊະຍາຂອງຊີວິດ ຄືໄດ້ຍົກສູງຄຸນນະພາບພັດທະນາຄົນດ້ານຮ່າງກາຍ ແລະ ຈິດໃຈ.

ນອກນັ້ນຍັງປະກອບສ່ວນສັງຄົມຄື: ສ້າງສັນຕິພາບ, ຄວາມສະຫງົບສຸກ, ຄວາມເປັນເອກະພາບ, ສະເໝີພາບ, ສ້າງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະກັນ, ຄວາມປອງດອງ, ມີຄວາມເປັນທຳ, ບໍ່ມີການຈຳແນກເຊື້ອຊາດ, ຜິວພັນ, ສາດສະໜາ,ການເມືອງ ທີ່ແຕກຕ່າງກັນ.

ຕົກມາຮອດໃນປີ 1894 ທ່ານ ປິແອ ເດິ ກູແບກແຕັງ ຈື່ງໄດ້ຮ່ວມກັບໝູ່ເພື່ອນຟື້ນຟູກິລາໂອແລມປິກຂື້ນໃໝ່ໂດຍປັບປຸງນິຕິກຳອັນເກົ່າຂອງໂອແລມປິກສະໄໝບູຮານ ມາເປັນໂອແລມປິກສະໄໝໃໝ່ ແລະໄດ້ຈັດກອງປະຊຸມໃຫຍ່ຂື້ນທີ່ເມືອງ Sorbonne, Parrisປະເທດຝຣັ່ງ ເພື່ອຟື້ນຟູຄືນໂອແລມປິກສະ ໄໝເກົ່າມາເປັນໂອແລມປິກສະໄໝໃໝ່ ແລະສ້າງຕັ້ງອົງກອນຂື້ນຊື່ວ່າ:

ຄະນະກຳມະການໂອແລມປິກສາ ກົນ (IOC) ເຊີ່ງມີຜູ້ແທນຈາກຫຼາຍປະເທດຈຳນວນ 79 ທ່ານ, ຈາກ 12 ປະເທດໃນຢູໂຣບເຂົ້າຮ່ວມ ແລະ ໄດ້ຮັບຮອງເອົາການສ້າງຕັ້ງ IOC ໃນວັນທີ 23 ມິຖຸນາ 1894 ແລະ ໄດ້ຈັດຕັ້ງແຂ່ງຂັນກິລາໂອແລມປິກເກມແຕ່ນັ້ນມາ, ຊຶ່ງຈະມີຮອບວຽນ 4 ປີໃດຈັດ 1 ຄັ້ງ.

ສໍາລັບປີນີ້ການສະຫຼອງວັນສ້າງຕັ້ງຄະນະກໍາມະການໂອແລມປິກສາກົນ ຄົບຮອບ 128 ປີ ໄດ້ຈັດຂຶ້ນທີ່ນະຄອນ ຫຼວງພະບາງ, ຊຶ່ງມີກິດຈະກໍາ:

ແລ່ນ-ຍ່າງ, ຂີ່ລົດຖີບ ສ່ວນປະເພດແລ່ນ:

ປະກອບມີ 3 ລຸ້ນອາຍຸ ຍິງ-ຊາຍລຸ້ນເຍົາວະຊົນ ແລະ ລຸ້ນອາວຸໂສ ແລ່ນໄລຍະ 5 ກິໂລແມັດ,ລຸ້ນຊາວໜຸ່ມ ແລ່ນໄລ ຍະ 10 ກິໂລແມັດ,ທັງ 3 ລຸ້ນອາຍຸ ຍິງ-ຊາຍ ນີ້ຜູ້ແລ່ນທີ່ໄດ້ລະດັບທີ 1-20 ຈະໄດ້ຮັບຫຼຽນທີ່ລະນຶກຂອງງານຄັ້ງນີ້

ປະເພດຍ່າງ ແລະ ຂີ່ລົດຖີບແມ່ນ ບໍ່ໄດ້ຈຳກັດເພດໄວ, ປະເພດຍ່າງໄລຍະທາງ 5 ກິ ໂລແມັດ,ຂີ່ລົດຖີບ ໄລຍະທາງ 10 ກິໂລແມັດ. ຈຸດເລີ່ມຕົ້ນ ແລະ ເສັ້ນໄຊ ຕັ້ງຢູ່ໜ້າ ຫໍພິພິທະພັນນະ ຄອນ ຫຼວງພະບາງ ແລະ ຍັງມີການ ແຂ່ງຂັນກິລາບານບ້ວງ 3 ຄົນ,ທີ່ຕະຫຼາດຊົນເຜົ່າຕື່ມອີກ, ແບ່ງອອກເປັນ 4 ລຸ້ນຄື: ລຸ້ນທົ່ວໄປ ຍິງ-ຊາຍ, ລຸ້ນ U23 ຍິງ-ຊາຍ, ລຸ້ນ U20 ຍິງຊາຍ, ແລະ ລຸ້ນ U16 ຍິງ-ຊາຍ.

SA Game
Media Laos

ທ່ານກ່າວຕື່ມອີກວ່າ:

ທຸກໆທ່ານທີ່ເຂົ້າຮ່ວມກິດຈະກໍາຈະໄດ້ຮັບເສື້ອຢຶດທັງຂະບວນແລ່ນ ແລະ ຂະ ບວນຍ່າງຜູ້ລະ 1 ຜືນ, ພ້ອມໃບຢັ້ງຢືນການເຂົ້າຮ່ວມ ຈາກໂອແລມປິກສາກົນ ແລະ ການຈັດກິດຈະ ກຳໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈຳກັດ, ອຸປະຖໍາເສື້ອ 400 ຜືນ,ນໍ້າດຶ່ມ 200 ແກັດ, ຜະລິດຕະພັນເຄື່ອງດື່ມຫົວເສືອ ລວມມູນຄ່າ 100 ລ້ານກີບ, ຮັບການສະໜັບສະໜູນຈາກບໍລິສັດໂຮງງານ FBT ເສື້ອ 2.000 ຜືນ, ມູນຄ່າ 398,000 ບາດ(ສະກຸນເງິນໄທ) ພ້ອມນີ້ທ່ານໄດ້ຂໍສະແດງຄວາມຂອບໃຈຕໍ່ທັງສອງບໍລິສັດທີ່ໄດ້ໃຫ້ການອຸປະຖໍາງານຄັ້ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos