ພາກທຸ​ລະ​ກິດ​ທ່ອງ​ທ່ຽວ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ເລື່ອນ​ຊຳ​ລະ​ເງິນ​ກູ້ທະ​ນາ​ຄານ

SA Game

ພາບ: ຂ​ປ​ລ.

ໄລ​ຍະ​ໂຄວິດ-19 ພາກທຸລະກິດທ່ອງທ່ຽວສະເໜີໃຫ້ລັດຖະບານ ມີນະໂຍບາຍຫລຸດຜ່ອນການຈ່າຍ ຫລື ເລື່ອນຊໍາລະເງິນກູ້ ທະນາຄານ.

ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ນີ້, ໄດ້​ເຮັດ​ໃຫ້ບັນ​ດາ​ທຸ​ລະ​ກິດ​ຕ່າງໆ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ ລວມ​ເຖິງ​ບຸກ​ຄົນ​ປະ​ຊາ​ຊົນ​ຜູ້​ທີ່​ມີ​ລາຍ​ໄດ້​ເປັນ​ລາຍ​ວັນ, ການ​ປິດ​ເມືອງ​ໄດ້​ເຮັດ​ໃຫ້​ຫລາຍໆ​ກິດ​ຈະ​ການ​ຂາດ​ລາຍ​ຮັບ ປະ​ຊາ​ຊົນ​ຈ່ຳ​ນວນ​ຫລາຍ​ໄດ້​ຮັບ​ຜົນ​ກະ​ທົບ, ບາງ​ຄົນ ຫລື ບາງ​ກິດ​ຈະ​ການ​ກໍ​ຍັງ​ມີ​ລາຍ​ຈ່າຍ​ປະ​ຈຳ ເຊັ່ນ: ດາວ​ລົດ, ດາວ​ເຮືອນ, ຄ່າ​ຫ້ອງ​ເຊົ່າ, ຄ່າ​ຄອງ​ຊີບ​ຕ່າງໆ.

ເຫດ​ນັ້ນ, ໄດ້ມີກອງປະຊຸມທາງໄກ ຂອງຄະ ນະສະເພາະກິດດ້ານເສດຖະກິດ ເພື່ອຫລຸດຜ່ອນຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19 ໃນວັນທີ 28 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຄະນະສະເພາະກິດດ້ານເສດຖະ ກິດຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືກະກຽມແກ້ໄຂຜົນກະທົບ ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່.

SA Game
ພາບ: ຂ​ປ​ລ.

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບຜົນກະທົບລວມ ທີ່ສື່ມວນຊົນໄດ້ລົງຕິດຕາມຢູ່ເຂດຕ່າງໆ ແລະ ຈາກຫາງສຽງຂອງສັງຄົມ ໂດຍໄດ້ໃຫ້ຮູ້ວ່າ: ສະພາບຊື້ຂາຍໂດຍທົ່ວໄປ ອ່າວງຽບເຫງົາ ເນື່ອງຈາກບັນດາຮ້ານຈໍານວນໜຶ່ງປິດຕາມແຈ້ງການ ແລະ ຄໍາສັ່ງ; ເຂົາເຈົ້າຕື່ນຕົວ (ປ້ອງກັນ/ຢ້ານ), ຕະຫລາດໃຫຍ່ ຕະຫລາດສົດ ການລົງຕະຫລາດບໍ່ຫລາຍປານໃດ, ໃນຕະຫລາດກໍມີຈຸດລ້າງມື, ສອງສາມວັນມານີ້, ປະຊາຊົນປ່ຽນພຶດຕິກໍາຢູ່ເຮືອນຫລາຍ ສັງເກດຖະໜົນລົດແລ່ນບໍ່ໜາແໜ້ນ, ສ່ວນໜຶ່ງມີການສະສົມອາຫານໄວ້ແລ້ວ, ຈໍານວນໜຶ່ງອອກຕະຫລາດແຕ່ເຊົ້າ ເພື່ອຫລີກເວັ້ນການແອອັດ.

ສຳລັບລາຄາສິນຄ້າໄລຍະນີ້ ຍັງຢູ່ໃນເກນປົກກະຕິ, ເຖິງວ່າແພງຂຶ້ນຢູ່ບາງບ່ອນແຕ່ບໍ່ຫລາຍ, ສິນຄ້າຈໍາເປັນບໍ່ທັນຂາດຕະຫລາດ.ສຳລັບຜົນກະທົບໃນດ້ານການທ່ອງທ່ຽວ ແມ່ນມີການລະງັບການເດີນທາງ ເຂົ້າ-ອອກ ຂອງນັກທ່ອງທ່ຽວ ເລີ່ມແຕ່ເດືອນມີນາ ປີ 2020 ເປັນຕົ້ນມາ, ມາດຕະການປີດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ແຕ່ລະໄລຍະໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄື່ອຂ່າຍບໍລິການ ການ ທ່ອງທ່ຽວທັງໝົດ, ຫົວໜ່ວຍທຸລະກິດການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບທັງໝົດມີໂຮງແຮມ ຈໍານວນ 637 ແຫ່ງ; ຣີສອດ ແລະ ເຮືອນພັກ 2.283 ແຫ່ງ; ບໍລິສັດທ່ອງທ່ຽວ 539, ຕົວແທນບໍລິສັດທ່ອງທ່ຽວຈໍານວນ 36 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ເປີດບໍລິການ ຈໍານວນ 809 ແຫ່ງ, ພະນັກງານນໍາທ່ຽວ 2.000 ກວ່າຄົນ ແລະ ເຄື່ອຂ່າຍບໍລິການ ການທ່ອງທ່ຽວອື່ນໆ.ພ້ອມນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງໄດ້ລາຍງານໃຫ້ຮູ້ເຖິງຂໍ້ສະເໜີ ຂອງພາກທຸລະກິດ ວ່າ: ໂດຍລວມຄຳຄິດຄໍາເຫັນ ແລະ ຂໍ້ສະເໜີຂອງພາກທຸລະກິດ ຍັງແມ່ນຄໍາສະເໜີເກົ່າ ທີ່ຍັງລໍຄອຍການພິຈາລະນາແກ້ໄຂຊ່ວຍເຫລືອຈາກລັດຖະບານ ຊຶ່ງມີດັ່ງ ນີ້: ຂໍໃຫ້ລັດຖະບານມີນະໂຍບາຍພິເສດຫລຸດຜ່ອນການຈ່າຍ ຫລື ເລື່ອນການຊໍາລະເງິນກູ້ຂອງທະນາຄານ, ຫລຸດຜ່ອນການຈ່າຍອາກອນລາຍໄດ້ ໃຫ້ຫົວໜ່ວຍທຸລະກິດ ຕິດພັນກັບການທ່ອງທ່ຽວ ລວມທັງຄ່າໄຟຟ້າ ແລະ ນໍ້າປະປາ.

ທັງນີ້, ເພື່ອເຮັດໃຫ້ລາຄາລາຍການທ່ອງທ່ຽວຕໍ່າລົງ ຈຶ່ງຈະສາມາດຄໍ້າຈູນທຸລະກິດໃຫ້ຢູ່ລອດ; ສະໜອງສິນເຊື່ອໃຫ້ແກ່ຜູ້ປະ ກອບການທຸລະກິດດ້ານການທ່ອງທ່ຽວ ໂດຍສະເພາະແມ່ນຜູ້ທີ່ເຮັດແທ້ທໍາຈິງ ແລະ ມີຜົນງານຕໍ່ສັງຄົມຜ່ານມາ ເພື່ອໃຫ້ທຸລະກິດສາມາດຜ່ານຜ່າວິກິດການໃນຄັ້ງນີ້; ສະເໜີ ໃຫ້ພາກລັດຊ່ວຍສົ່ງເສີມ ແລະ ຊຸກ ຍູ້ຜູ້ປະກອບການທຸລະກິດ ພັດທະນາສະຖານທີ່ທ່ອງທ່ຽວໃຫ້ເຂັ້ມແຂງຂຶ້ນ ໂດຍສະເໜີໃຫ້ປັບພັນທະມອບ ເໝົາ, ຫລຸດຄ່າສໍາປະທານລົງ ຫລື ຍົກເວັ້ນຄ່າສໍາປະໃນໄລຍະນີ້ ເພື່ອໃຫ້ບໍລິສັດ ມີທຶນຮອນພັດທະນາໄດ້ຢ່າງເຕັມທີ່.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.