ຫວຽດ​ນາມ​ຊ່ວຍ​ອຸ​ປະ​ກອນ​ການ​ແພດ​ໃຫ້ 6ແຂວງ​ພາກ​ເໜືອ ສ​ປ​ປ ລາວ.

SA Game

ພາບ: targetlaos.com

ບັນ​ດາ 6 ແຂວງພາກເໜືອຂອງລາວໄດ້​ຮັບ​ອຸ​ປະ​ກອນ​ການ​ແພດ​ຈາກ​ແຂວງ​ບຽນ​ດຽນ ຫວຽດ​ນາມ.

ຈາກ​ສະ​ພາບ​ການ​ໃນທຸກມື້​ທີ່ມີຕົວເລກຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນບໍ່ມີຢຸດ ໃນນັ້ນລວມທັງປະເທດເພື່ອນມິດຍຸດທະສາດຢ່າງ ສປ ຈີນ ແລະ ສສ ຫວຽດນາມ ແຕ່ເພິ່ນຍັງມີຄວາມເຫັນຫ່ວງ ເຫັນໃຈ ແລະບິແບ່ງວັດຖຸອຸປະກອນ ລວມເຖິງບຸກຄະລາກອນການແພດມາຊ່ວຍ ສປປ ລາວເຮົາ

ນີ້ເປັນສາຍພົວພັນແບບພິເສດທີ່ຫາແນວປຽບບໍ່ໄດ້ ຫຼ້າສຸດ ແຂວງດຽນບຽນຂອງ ສສ ຫວຽດນາມໄດ້ນຳອຸປະກອນການແພດມາຊ່ວຍ 6 ແຂວງພາກເໜືອຂອງລາວຕື່ມອີກ.

ເຊິງ​ໃນພິທີ ມອບ-ຮັບ ອຸປະກອນການແພດຈາກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໃຫ້ 6 ແຂວງພາກເໜືອ ຂອງ ສປປ ລາວ ເພື່ອຊ່ວຍເຫຼືອເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຢູ່​ໃນ​ບັນ​ດາ​ແຂວງ​ກໍ​ຄື​ໃນ ສ​ປ​ປ ລາວ ທັງ​ໝົດ​ທົ່ວ​ປະ​ເທດ ໃນນີ້ມີ:

ແຂວງອຸດົມໄຊ, ຜົ້ງສາລີ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງບໍ່ແກ້ວ ພິທີມອບໄດ້ຈັດຂື້ນໃນວັນທີ່ 11 ພຶດສະພານີ້ ທີ່ຫຼັກໝາຍຊາຍແດນ 113 ລະຫວ່າງກາງ ດ່ານສາກົນເຕີຍຈ່າງ – ປາງຮົກ ເມືອງໃໝ່ ແຂວງຜົ້ງສາລີ.

SA Game
ພາບ: targetlaos.com

ຕາງໜ້າຝ່າຍ ແຂວງດຽນບຽນ ສສ ຫວຽດນາມ ນຳໂດຍ ສະຫາຍ ຝາມຢາງນາມ ກຳມະການພັກແຂວງ ຫົວໜ້າພະແນກສາທາແຂວງດຽນບຽນ ພ້ອມຄະນະ ແລະ ຕາງໜ້າ 6 ແຂວງພາກເໜືອລາວ ມີ ຫົວໜ້າ-ຮອງຫົວໜ້າ ພະແນກສາທາລະນະສຸກ, ພະແນການຕ່າງພະເທດ ພ້ອມຄະນະ.

ພິທີ ສະຫາຍ ຝາມຢາງນາມ ກຳມະການພັກແຂວງ ຫົວໜ້າພະແນກສາທາແຂວງດຽນບຽນ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈຂອງພັກ ລັດຖະບານ ສສ ຫວຽດນາມ ເວົ້າລວມ ເວົ້າສະເພາະ ກໍ່ຄື ການນຳ ແລະ ປະຊາຊົນແຂວງດຽນບຽນ ທີ່ເຫັນໄດ້ຄວາມສຳຄັນສາຍສຳພັນ ລະຫວ່າງ ສອງປະເທດ ທີ່ມີສາຍພົວພັນອັນສະໜິດແໜ້ນ ຊ່ວຍເຫຼືອເຊີ່ງກັນແລະກັນ ໃນຍາມທຸກຍາກໄລຍະການລະບາດຂອງພະຍາດໂຄວິດ-19.

ອຸປະກອນທີ່ແຂວງດຽນບຽນ ສສ ຫວຽດນາມ ນຳມາມອບໃຫ້ 6 ແຂວງພາກເໜືອ ລວມມີ: ຜ້າອັດ ປາກ – ດັງ ຈໍານວນ 32 ພັນອັນ, ຊຸດແພດປ້ອງກັນ ແລະ ຄວບຄຸມພະຍາດລະບາດ ຈໍານວນ 300 ຊຸດ, ນ້ຳຢາລ້າງມືຂ້າເຊື້ອ ຈຳນວນ 200 ຂວດ ລວມມູນຄ່າທັງໝົດເກືອບ 6 ຮ້ອຍລ້ານດົ້ງ ອຸປະກອນການແພດຈຳນວນດັ່ງກ່າວ ໄດ້ແບ່ງໃຫ້ 6 ແຂວງເທົ່າທຽມກັນ 1 ແຂວງປະມານ 99 ລ້ານ 6 ແສນດົ້ງ.

ໂອກາດດັ່ງກ່າວ ຕາງໜ້າຝ່າຍລາວ ກໍ່ໄດ້ກ່າວຂອບໃຈ ຕໍ່ກັບນ້ຳໃຈທີ່ການນຳ ກໍ່ຄື ປະຊາຊົນແຂວງດຽນ ບ່ຽນ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ

ເຊີ່ງມັນໄດ້ສະແດງເຖີງສາຍພົວພັນອັນພິເສດ ມິດຕະພາບອັນດີງາມທີ່ມອບໃຫ້ແກ່ກັນ ບັນດາອຸປະກອນຈຳນວນດັ່ງກ່າວ 6 ແຂວງພາກເໜືອລາວ ຈະເອົາໄປນຳໃຊ້ເຂົ້າໃນວຽກວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃຫ້ເກີດຜົນປະໂຫຍດສູງສຸດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: targetlaos.com.