ຫ້າມ​ບໍ່​ຟັງ! ຍັງ​ມີ​ການ​ຝ່າ​ຝືນ​ມາດ​ຕາ​ການ​ປິດ​ບ້ານ​ສ່ຽງ​ທີ່​ບໍ່​ແກ້ວ

SA Game

ພາບ: laodaily.com.la

​ບາງ​ຄົນ​ຍັງ​ຂາດ​ນ້ຳ​ໃຈ​ຮັບ​ພິ​ຊອບ​ຊ່​ວຍ​ກັນ​ໂດຍ​ການຝ່າຝືນການ​ປິດ​ເມືອງອອກທາງອື່ນຢູ່.

ນ້ຳ​ໃຈ​ຄວາມ​ຮັບ​ພິ​ຊອບ ແລະ ການ​ປ້ອງ​ກັນ​ປະ​ຕິ​ບັດ​ມາດ​ຕະ​ການ​ຂອງ​ທ່ານ ນາ​ຍົກ ແມ່ນ​ເປັນ​ສິ່ງ​ຈຳ​ເປັນ​ທັງ​ຕ້ອງ​ມີ​ຄວາມ​ຮັບ​ພິ​ຊອບ ແລະ ປະ​ຕິ​ບັດ​ຊ່ວຍ​ກັນ, ການຝືນກົດມີຄວາມສ່ຽງ ບໍ່ແມ່ນພາກລັດຕ້ອງການກັກຕົວໂດຍພາລະການ ແຕ່ເພາະຫ່ວງຄວາມເປັນຢູ່ຫ່ວງຊີວິດອິນຊີຂອງປະຊາຊົນ ບໍ່ຢາກໃຫ້ເຊື້ອພະຍາດລະບາດໄປຫຼາຍກວ່ານີ້.

ສະ​ນັ້ນ, ທາງ​ພາກ​ລັດ​ທະ​ບານ​ກໍ​ຄື​ເຈົ້າ​ໜ້າ​ທີ່ ຈິ່ງຮຽກຮ້ອງໃຫ້ທຸກຄົນເປັນເຈົ້າການຢຸ່ເຮືອນຢຸດເຊື້ອເພື່ອຊາດ ເມື່ອສະຖານະການດີຂຶ້ນກໍ່ຈະສະດວກໃນການໄປມາຫາສູ່ຄ້າຂາຍຄືທີ່ຜ່ານມາ ຂໍຮຽກຮ້ອງທຸກຄົນຢ່າພາກັນຝ່າຝືນບັນດາຄຳສັ່ງຕ່າງໆທີ່ຈະພາໃຫ້ແຜ່ເຊື້ອຕໍ່.

SA Game
ພາບ: laodaily.com.la

ການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ໃນຮອບນີ້ ເມືອງ ຕົ້ນເຜິ້ງ ກໍ່ໄດ້ປະຕິບັດມາດຕະການປິດການເຂົ້າ – ອອກເມືອງ ໂດຍໄດ້ຕັ້ງຈຸດກັ່ນກອງຄົນເຂົ້າ – ອອກຢູ່ຈຸດປະຕູໂຂງທາງເຂົ້າເທສະບານ, ປິດການສັນຈອນ ເຂົ້າ -ອອກ ລະຫວ່າງບ້ານຕໍ່ບ້ານ ໂດຍ ໃຫ້ເຈົ້າໜ້າທີ່ທະຫານ – ຕໍາຫຼວດ, ປກສ ກອງຫຼອນບ້ານຜັດປ່ຽນກັນປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ແລະ ສ້າງສິ່ງກີດຂວາງໃສ່ເສັ້ນທາງນ້ອຍທີເຊື່ອມຕໍ່ໄປຫາເສັ້ນທາງໃນເທສະບານ ແຕ່ຜ່ານການຈັດຕັ້ງປະຕິບັດມາດຕະການດັ່ງກ່າວ.

ແນວໃດກໍ່ຕາມ ປະຈຸບັນຍັງມິປະຊາຊົນຈໍານວນໜຶ່ງໄດ້ຝ່າຝືນ ລັກລອບ ເຂົ້າ – ອອກເມືອງຕາມເສັ້ນທາງທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ຜ່ານ ເປັນຕົ້ນ ໄດ້ມີການລັກລອບເຂົ້າ – ອອກຜ່ານເສັ້ນທາງໄປໄຮ່, ນາ, ສວນ ຂອງປະຊາຊົນ ແລະ ເສັ້ນທາງນ້ອຍ ທີ່ເຊຶ່ອມຕໍ່ຫາເສັ້ນທາງໃນເທສະບານເມືອງຈຸດທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນເວນຍາມ, ຜູ້ລັກລອບບາງຄົນໄດ້ຂຸດກອງດິນທີ່ທາງຄະນະສະເພາະກິດໄດ້ນໍາມາຖອກກັ້ນເສັ້ນທາງໄວ້ ເພື່ອໃຫ້ລົດຂອງຕົນລັກລອບຜ່ານໄປໄດ້

ນອກຈາກນັ້ນຍັງມີປະຊາຊົນຈໍານວນໜຶ່ງໄດ້ຂັບລົດມາຮັບເອົາຄົນຕ່າງປະເທດຢູ່ຈຸດດັ່ງກ່າວເຂົ້າໄປໃນເທສະບານເມືອງ ເຊິ່ງປະຊາຊົນຢູ່ໃນເຂດດັ່ງກ່າວໄດ້ເຫັນ ແລະ ເປັນຫ່ວງຕໍ່ບັນຫາດັ່ງກ່າວຈຶ່ງໄດ້ມາແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແຕ່ຍັງບໍ່ສາມາດຈັບໄດ້ໄລ່ທັນ ດັ່ງນັ້ນທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ຕິດຕາມກວດກາເພື່ອນຳເອົາຕົວຜູ້ທີ່ຝ່າຝືນລັກລອບມາລົງໂທດຕາມລະບຽບກົດໝາຍ.

SA Game
ພາບ: laodaily.com.la

ຕໍ່ກັບບັນຫານີ້ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຜູ້ທີ່ໄດ້ລັກລອບເຂົ້າ – ອອກ ໃຫ້ເຂົ້າໃຈ ແລະ ເຫັນໃຈຕໍ່ເຈົ້າໜ້າທີ່ກ່ຽວຂ້ອງທີ່ຕ້ອງອົດທົນພະຍາຍາມເສຍສະຫຼະພາລະໜ້າທີ່ສ່ວນຕົວ, ຄອບຄົວ ຜັດປ່ຽນກັນມາປ້ອງກັນເວນຍາມເພື່ອໃຫ້ທຸກຄົນໃນສັງຄົມປອດໄພຈາກພະຍາດ ໂຄວິດ – 19 ແຕ່ຄວາມພະຍາຍາມນັ້ນອາດບໍ່ເກີດປະສິດທິຜົນເທົ່າຄວນ ເພາະຍັງມີຜູ້ລັກລອບເຂົ້າມາຕາມເສັ້ນທີ່ທາງຄະນະສະເພາະກິດບໍ່ອະນຸຍາດ ແລະ ບໍ່ໄດ້ຜ່ານການກັ່ນກອງ ເຊິ່ງກຸ່ມຄົນທີ່ລັກລອບເຂົ້າມາໃນເທສະບານເມືອງນັ້ນ ເປັນກຸ່ມທີ່ມາຈາກເຂດທີ່ມີຄວາມສ່ຽງ ຫຼື ຍິ່ງໄປກວ່ານັ້ນແມ່ນເຂົ້າມາພັກອາໄສຢູ່ຕາມເຮືອນເຊົ່າ ເຮືອນພັກ ຫ້ອງແຖວ ກໍ່ອາດນໍາເອົາເຊື້ອພະຍາດ ໂຄວິດ – 19 ເຂົ້າມາແຜ່ລະບາດເປັນວົງກວ້າງໃນຊຸມຊົນພາຍໃນເມືອງໄດ້.

ດັ່ງນັ້ນ, ຖ້າຫາກທ່ານເຂົ້າມາຍ້ອນມີວຽກຈໍາເປັນ ເຊັ່ນ: ໄປໂຮງໝໍ, ໄປສັກຢາວັກຊິນ ການນໍາເອົາສິນຄ້າມາຂ່ຽນຖ່າຍເພືີອຂົນສົ່ງເຂົ້າໄປໃນເທສະບານເມືອງ ກໍ່ຂໍຮຽກຮ້ອງໃຫ້ເຂົ້າມາຕາມຈຸດກັ່ນກອງທີ່ທາງຄະນະສະເພາະກິດອະນຸຍາດໃຫ້ເຂົ້າ – ອອກ ຄື ຈຸດປະຕູໂຂງທາງເຂົ້າເທສະບານເມືອງ ເພື່ອຜ່ານການກັ່ນກອງຕາມຂັ້ນຕອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la