ຫລວງ​ພະ​ບາງ​ຮັບ 4 ລາງວັນ​ມາດ​ຕະ​ຖານ​ການ​ທ່ອງ​ທ່ຽວ​ອາຊຽນ 2022

SA Game

ຂ່າວສານຫລວງພະບາງ

ງານມະຫາກໍາ ການທ່ອງທ່ຽວອາຊຽນ ປະຈຳປີ 2022 ຫຼວງພະບາງ ໄດ້ 4 ລາງວັນ.

ຖື​ວ່າ​ເປັນ​ຂ່າວ​ດີ ແລະ ໜ້າ​ຊົມ​ເຊີຍ​, ເຊ​ິງ​ໄດ້​ມີ​ການ​ຈັດງານມະຫາກໍາ ການທ່ອງທ່ຽວອາຊຽນ ປະຈຳປີ 2022 ທີ່ໄດ້ຂຶ້ນ ລະຫວ່າງວັນທີ 16-22 ມັງກອນ 2022 ທີ່ ແຂວງ ສີຫານຸກ, ປະເທດ ກໍາປູເຈຍ; ໄດ້ມີການຈັດງານ ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ລວມມີ 4 ປະເພດຄື:

  1. ມາດຕະຖານໂຮງແຮມຂຽວ ອາຊຽນ ປະເທດລະ 5 ລາງວັນ.
  2. ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ປະເທດລະ 3 ລາງວັນ.
  3. ມາດຕະຖານສະຖານທີ່ຈັດງານອາຊຽນ ປະເພດຫ້ອງປະຊຸມ ປະເທດລະ 5 ລາງວັນ, ປະເພດສະຖານທີ່ ຈັດງານວາງສະແດງ ປະເທດລະ 5 ລາງວັນ.
  4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ປະເທດລະ 2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 1 ລາງວັນ ແລະ ຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 1 ລາງວັນ).

ສໍາລັບປີ 2022 ນີ້ ລາງວັນທີ່ໄດ້ຮັບທັງໝົດ ຢູ່ບັນດາປະເທດອາຊຽນ ມີຈໍານວນ 145 ລາງວັນ.

ໃນນັ້ນ, ສປປ ລາວ ໄດ້ຮັບທັງ 4 ປະເພດລາງວັນມາດຕະຖານ ລວມມີ 17 ລາງວັນຄື: ມາດຕະຖານໂຮງແຮມຂຽວ ອາຊຽນ 5 ລາງວັນ, ມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ 3 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ, ປະເພດຫ້ອງປະຊຸມ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 2 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ.

SA Game
ຂ່າວສານຫລວງພະບາງ

ໃນໄລຍະຜ່ານມາ ນັບແຕ່ປີ 2018-2020 ແຂວງ ຫຼວງພະບາງ ກໍສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວ ອາຊຽນ ເຖິງ 17 ລາງວັນ ຄື: ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ 1 ລາງວັນ ໃນ2018 ໂດຍແມ່ນ ນະຄອນ ຫຼວງພະບາງ ໄດ້ຮັບລາງວັນ, ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ 2 ລາງວັນ (ປີ 2018 ແມ່ນແຫຼ່ງທ່ອງທ່ຽວ ພູສີ ແລະ ປີ 2020 ແມ່ນແຫຼ່ງທ່ອງທ່ຽວ ວັດຊຽງທອງ), ລາງວັນມາດຕະຖານສະຖານທີ່ຈັດງານ ອາຊຽນ 2 ລາງວັນ (2017 ແລະ 2020), ລາງວັນມາດຕະຖານຫ້ອງນໍ້າສາທາລະນະ ອາຊຽນ 1 ແຫ່ງ (2018-2020), ລາງວັນມາດຕະຖານນວດແຜນບູຮານ ອາຊຽນ 2 ແຫ່ງ (2018 ແລະ 2020), ລາງວັນມາດຕະຖານໂຮງແຮມຂຽວ ອາຊຽນ 9 ແຫ່ງ (2017 – 2020).

ມາໃນປີ 2022 ນີ້ ແຂວງ ຫຼວງພະບາງ ກໍສາມາດຍາດລາງວັນ ມາດຕະຖານການທ່ອງທ່ຽວ ອາຊຽນໄດ້ ຕື່ມອີກ 4 ລາງວັນ ຄື: ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ (ນະຄອນ ຫຼວງພະບາງ) ເປັນຄັ້ງທີ່ສອງ ມີ 1 ລາງວັນ, ລາງວັນການທ່ອງທ່ຽວແບບຍືນຍົງ ອາຊຽນ (ແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ) 1 ລາງວັນ ແລະ ລາງວັນມາດຕະຖານໂຮງແຮມຂຽວ ອາຊຽນ 2 ລາງວັນ ມີ 2 ແຫ່ງ ຄື: ໂຮງແຮມເດິແກຣນ ແລະ ໂຮງແຮມສຸວັນນະພູມ, ລວມແລ້ວມາຮອດປີ 2022 ນີ້ ແຂວງ ຫຼວງພະບາງ ໄດ້ລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງໝົດ ເປັນ 21 ລາງວັນ ແລະ ລາງວັນທີ່ໄດ້ຮັບໃນເທື່ອນີ້ ແມ່ນມີອາຍຸການ 2 ປີ ເມື່ອຄົບກໍານົດຈະໄດ້ມີການປະເມີນ ແລະ ສະເໜີຮັບລາງວັນຄືນໃໝ່ ຕາມເປົ້າໝາຍຂອງມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້ ປະກອບມີ 7 ຕົວຊີ້ວັດຫຼັກ, 28 ຕົວຊີ້ວັດຍ່ອຍ ແລະ108 ມາດຕະຖານ ຂອງແບບຟອມມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ.

SA Game
ຂ່າວສານຫລວງພະບາງ

ສຳລັບພິທີ ມອບ-ຮັບ ລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ປະຈຳປີ 2022 ແຂວງ ຫຼວງພະບາງ ໄດ້ຈັດຂຶ້ນທີ່ຫໍປະຊຸມພູສີ ຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ໃນຕອນເຊົ້າຂອງວັນທີ 2 ມີນາ 2022 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ມີເຈົ້ານະຄອນ ຫຼວງພະບາງ, ຫົວໜ້າ-ຮອງຫົວໜ້າພະແນກ ຖວທ ແຂວງ, ຫົວໜ້າກົມ, ຮອງກົມ ກະຊວງ ຖວທ ແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ ໄດ້ລາຍງານຫຍໍ້ກ່ຽວກັບຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານມາດຕະຖານການທ່ອງທ່ຽວ ອາຊຽນຂອງແຂວງ ປະຈຳປີ 2022 ເປັນຕົ້ນແມ່ນ ຄວາມເອົາໃຈໃສ່ຕໍ່ການພັດທະນາວຽກງານການທ່ອງທ່ຽວຂອງແຂວງ ຈາກພະແນກ ຖວທ ກໍຄືອົງການປົກຄອງແຂວງຫຼວງພະບາງ.

ໃຫ້ກຽດຂຶ້ນຮັບລາງວັນ ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ຄັ້ງທີ 2 (ນະຄອນ ຫຼວງພະບາງ) ໂດຍແມ່ນ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ (ແຫຼ່ງທ່ອງທ່ຽວສວນອຸທິຍານນໍ້າຕົກຕາດກວາງຊີ) ແມ່ນ ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງຫຼວງພະບາງ, ລາງວັນມາດຕະຖານ ໂຮງແຮມຂຽວອາຊຽນ 2 ລາງວັນ

ໂດຍແມ່ນ ຜູ້ອຳນວຍການ ໂຮງແຮມເດິແກຣນ ແລະ ໂຮງແຮມສຸວັນນະພູມ ຂຶ້ນຮັບ ໂດຍການໃຫ້ກຽດມອບລາງວັນອັງຊົງກຽດຄັ້ງນີ້ຈາກ ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.

ເຊິ່ງທັງໝົດນີ້, ແມ່ນຄວາມເອກອ້າງທະນົງໃຈ ແລະ ເປັນການຢັ້ງຢືນເຖິງຄວາມສໍາເລັດໃນ ເບື້ອງຕົ້ນຕໍ່ການພັດທະນາການທ່ອງທ່ຽວ, ເປັນການກະຕຸ້ນໃຫ້ມີການກຽມຄວາມພ້ອມ, ການເອົາໃຈໃສ່ຊຸກຍູ້, ສົ່ງເສີມ, ພັດທະນາແຫຼ່ງທ່ອງທ່ຽວຕາມຫຼັກວິຊາການ ແລະແນໃສ່ນໍາຜົນປະໂຫຍດມາສູ່ປະຊາຊົນທ້ອງຖິ່ນ, ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ເຮັດໃຫ້ແຫຼ່ງທ່ອງທ່ຽວມີມາດຕະຖານ ແລະມີຄວາມຍືນຍົງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​:  ຂ່າວສານຫລວງພະບາງ