​ພັດ​ທະ​ນາ​ ສ​ປ​ປ ລາວ ໂດຍ​ສືກ​ສາບົດຮຽນການພັດທະນາຂອງຈີນ

SA Game

ແນວ​ຄິດ​ການ​ພັດ​ທະ​ນາ​ທີ່ຖອດຖອນບົດຮຽນການພັດທະນານຳປະເທດຈີນຈາກແນວຄວາມຄິດຂອງປະທານ ສີຈິ້ນຜິງ

ໃນຊຸມປີຜ່ານມານີ້, ທ່ານ ສີຈິ້ນຜິງ ໄດ້ກ່າວຢືນຢັນໃນຫລາຍກາລະ ໂອກາດສຳຄັນໃນສາກົນວ່າ: ຈີນຍິນດີສືບຕໍ່ເສີມຂະຫຍາຍບົດບາດຂອງ ປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຊຸກຍູ້ການເພີ່ມທະວີການຮ່ວມມື ໃນຂົງເຂດຕ່າງໆເຊັ່ນຫລຸດຜ່ອນຄວາມທຸກຍາກ, ຮັກສາຄວາມໝັ້ນຄົງ ດ້ານສະບຽງອາຫານຂອງໂລກ ແລະອື່ນໆ. ຈັດຕັ້ງປະຕິບັດວາລະການ ພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາໂລກ.

ປັດຈຸບັນ, ສະພາບການປ່ຽນແປງຢ່າງໃຫຍ່ຫລວງໃນຮອບຮ້ອຍປີ ແລະສະພາບການ ແພ່ລະບາດຂອງພະຍາດໂຄວິດ-19 ສະຫລັບສັບຊ້ອນກັນ, ໂລກໄດ້ເຂົ້າສູ່ ໄລຍະການປ່ຽນແປງ ແລະຄວາມປັ່ນປ່ວນອັນໃໝ່. ເຮັດແນວໃດຈິ່ງ ຈະສາມາດກ້າວເດີນໄປຂ້າງໜ້າຕາມຂະບວນວິວັດ ກ້າວໄປໜ້າຂອງ ປະຫວັດສາດ ແລະພັດທະນາໄປທ່າມກາງກະແສການພັດທະນາຂອງ ຍຸກສະໄໝ, ເຊິ່ງເປັນບັນຫາທີ່ບັນດາປະເທດພວມຜະເຊີນຮ່ວມກັນຢູ່ ໃນປັດຈຸບັນ.

SA Game
ຂປລ.

ຈີນໄດ້ບັນລຸເປົ້າໝາຍການສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດ ຮອບດ້ານຕາມເວລາກຳນົດແລ້ວ, ໂດຍສາມາດແກ້ໄຂບັນຫາທຸກຍາກ ເດັດຖານເປັນຄັ້ງປະຫວັດສາດ. ໃນຊຸມປີຜ່ານມານີ້, ເພື່ອນມິດສາກົນຈາກ ຫລາຍປະເທດໄດ້ເດີນທາງໄປປະເທດຈີນ ເພື່ອທັດສະນະສຶກສາຕົວແບບ ການພັດທະນາເສດຖະກິດ ແລະຫລຸດຜ່ອນຄວາມທຸກຍາກຂອງຈີນ, ເພື່ອ ຖອດຖອນບົດຮຽນການພັດທະນາຈາກແນວຄວາມຄິດ ແລະພຶດຕິກຳ ຕົວຈິງໃນການບໍລິຫານປະເທດຂອງທ່ານປະທານ ສີຈິ້ນຜິງ.

ທ່ານ ຄຳຈັນ ບຸດວິໄນ ຮອງນາຍບ້ານ ບ້ານຊໍ້ ເມືອງສັງທອງ ນະຄອນຫລວງວຽງຈັນ ເຄີຍເດີນທາງໄປແລກປ່ຽນ ແລະຖອດຖອນ ບົດຮຽນດ້ານການລຶບລ້າງຄວາມທຸກຍາກ ແລະສ້າງຄວາມຮັ່ງມີຂຶ້ນຢູ່ບ້ານ ຊົນນະບົດຂອງຈີນໃນປີ 2015 ແລະປີ 2019. ພຶດຕິກຳຕົວຈິງແຫ່ງການລຶບ ລ້າງຄວາມທຸກຍາກຂອງຈີນ ໄດ້ເຮັດໃຫ້ທ່ານ ຄຳຈັນ ຄົ້ນຄວ້າພິຈາລະນາວ່າ ຄວນເຮັດແນວໃດຈິ່ງຈະສາມາດປະສານສົມທົບກັບສະພາບຕົວຈິງຂອງ ບ້ານຊໍ້ ເພື່ອນຳໃຊ້ທ່າແຮງຂອງຕົນຄັດເລືອກເສັ້ນທາງລຶບລ້າງຄວາມ ທຸກຍາກ ແລະສ້າງຄວາມຮັ່ງມີຂຶ້ນ. ເພື່ອກະຕຸ້ນຄວາມຫ້າວຫັນ, ຄວາມ ເປັນເຈົ້າການ ແລະຫົວຄິດປະດິດສ້າງຂອງປະຊາຊົນ, ທ່ານ ຍັງໄດ້ລະດົມ ຂົນຂວາຍປະຊາຊົນທັງໝົດຮ່ວມກັນຮຽນຮູ້ຕົວແບບລຶບລ້າງຄວາມທຸກ ຍາກຂອງຈີນ. ໃນຂະນະດຽວກັນ, ຜູ້ຊ່ຽວຊານດ້ານການຫລຸດຜ່ອນຄວາມ ທຸກຍາກຂອງຈີນ ກໍໄດ້ວາງແຜນການຫລຸດຜ່ອນຄວາມທຸກຍາກສະເພາະ ບ້ານຊໍ້ ເຊັ່ນກັນ. ເດືອນກັນຍາ ປີ 2017, ຜູ້ຊ່ຽວຊານດ້ານການຫລຸດຜ່ອນ ຄວາມທຸກຍາກຈາກເຂດກວາງຊີ ປະເທດຈີນ ແລະເຈົ້າໜ້າທີ່ ຫລຸດຜ່ອນ ຄວາມທຸກຍາກທຸກຂັ້ນຂອງປະເທດລາວ ໄດ້ສ້າງຕັ້ງຫ້ອງການຄຸ້ມຄອງ ໂຄງການປະສົມເພື່ອຮ່ວມກັນປະຕິບັດໂຄງການຮ່ວມມືຊ່ວຍປະເທດລາວ ຫລຸດຜ່ອນຄວາມທຸກຍາກ, ໂດຍໄດ້ຊ່ວຍເຫລືອບ້ານທຸກຍາກຕ່າງໆລວມ ເຖິງບ້ານຊໍ້ ໃນການສ້າງເສັ້ນທາງ, ຂົວ, ສຸກສາລາ, ຫໍພັກຄູອາຈານ, ອຸປະກອນການຮຽນການສອນພ້ອມດ້ວຍສິ່ງອຳນວຍຄວາມສະດວກດ້ານພະລັງງານໄຟຟ້າທີ່ຄົບຊຸດ ພ້ອມທັງໄດ້ຈັດໃຫ້ມີໂຄງການຝຶກອົບຮົມ ປະຊາຊົນ ເຊັ່ນ: ຕ່ຳແຜ່ນ, ປູກສາລີ, ລ້ຽງງົວ ແລະອື່ນໆ.

SA Game
ຂປລ.

ໃນບໍ່ເທົ່າໃດປີຜ່ານມານີ້, ທ່ານ ຄຳຈັນ ໄດ້ເປັນສັກຂີພິຍານໃຫ້ແກ່ ປະຊາຊົນ ບ້ານຊໍ້ ທີ່ໄດ້ສ້າງຂົວ ແລະປຸກເຮືອນໃໝ່ຂຶ້ນ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຍົກລະດັບນັບມື້ສູງຂຶ້ນ. ປີ 2021, ບ້ານຊໍ້ ຍັງໄດ້ຮັບຄຳຍ້ອງ ຍໍຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ວ່າເປັນ ໂຄງການຕົວແບບທີ່ຈີນ ຊ່ວຍເຫລືອລາວ ຫລຸດຜ່ອນຄວາມທຸກຍາກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.