ພິທີກັມ ແລະ ຄວາມໝາຍຂອງພາຂວັນແຕ່ງກິນດັ່ງເດີມຂອງຫລວງພຣະບາງ

SA Game

Pathana Boupha

ມາ​ຮູ້​ຈັກ​ກັບຄວາມສຳຄັນ ຂອງພິທີກັມ ເຄື່ອງປະກອບ ແລະຄວາມໝາຍຂອງພາຂວັນແຕ່ງກິນ

ຄວາມໝາຍຄວາມສຳຄັນ ຂອງພິທີກັມ ເຄື່ອງປະກອບ ແລະຄວາມໝາຍຂອງພາຂວັນແຕ່ງກິນ ແບບດັ່ງເດີມຂອງຫລວງພຣະບາງ ທີ່ຄູ່ສົມຣົສ ລະຫວ່າງ ທ້າວ ສັນຕິ ອູ່ສິດທິເດດ (ສັນຕິ) ກັບ ນາງສາວປາວິນາພອນ ບຸບຜາ (ວີນາ) ໄດ້ມີການຈັດຂື້ນ ຢ່າງສະຫງ່າງາມທີ່ພັດຕາຄານວອນທະບິງ ເຊິ່ງເຈົ້າສາວເປັນລູກຫລານຂອງເຈົ້າພຣະຍາ ຄຳຜູ ບຸບຜາ ແລະແມ່ຂອງເຈົ້າສາວ ເພື່ອຊື່ວ່າ Pathana Boupha ໄດ້ລົງຂໍ້ມູນກ່ຽວກັບຄວາມໝາຍຂອງພາຂວັນໄດ້ໃຫ້ຜູ້ຄົນໃນຍຸກໃຫມ່ນີ້ຮູ້ເຖິງປະຫວັດ ຄວາມເປັນມາດັ່ງນີ້

ພາບາສີຼມຸງຄຸນ ຂອງເມືອງຫລວງພຣະບາງ, ຂໍ້ມູນເພີ້ມເຕີມ :
1. ພະຊະນະ ທີ່ປະກອບດ້ວຍ : ຂັນ-ໂອ-ນ້ຳເຕົ້າ =
* ຂັນ = ເຊື່ງຖືເປັນສັນຍາລັກ ຕົວແທນຂອງເພດຊາຍ ທີ່ຈະຮອງຮັບ ໂຈມໂອ
* ໂອ = ຖືເປັນສັນຍາລັກ ຕົວແທນຂອງເພດຍິງ , ໂອຈະໂຈມນ້ຳເຕົ້າ .
* ນ້ຳເຕົ້າ = ເຊື່ງຖືເປັນສັນຍາລັກ ຕົວແທນຂອງ “ຊີວະລືງ”, ນ້ຳເຕົ້າປຸງ ຂຸນບູຣົມ, ພຣະຍາແຖນ.
ພິທີກັມ” ບາສີຼ” ຄົງມີມູນເຄົ້າຈາກຮີດຂອງພຣາມ( Bhramanism) fusion ກັບຮີດເຈົ້າທີ່-ເຈົ້າຖານ ຂອງຄົນຊົນເຜົ່າເດີມ ຂອງຄົນແຖບແມ່ນ້ຳຂອງ( Animism) ແລະໄດ້ອິດທິພົນ ມາຈາກຮີດເຈົ້າກົກ-ເຈົ້າເຫລົ່າ la piété familiale ຂອງຄວາມເຊື່ອນິກາຍມະຫາຍານ (ຈີນ) confucien. ສ່ວນລົງທ້າຍປະສົມປະສານຈາກພຸດທະສາສະຫນາ, ບົດບ້າດຂອງໝໍພອນ ນັ້ນເຊື່ງຈຳຕ້ອງເປັນ “ຈານ” ຜູ້ເຊິ່ງໄດ້ເຄີຍບວສຮຽນມາກ່ອນ.
SA Game
Pathana Boupha
2. ເຄື່ອງປະກອບໃນແຕ່ລະພາ :
– ວັນພູຄູ່ ມີຄວາມໝາຍເຖິງຄວາມກະຕັນຍູ-ກະຕະເວທີ ຕໍ່ບັນພະບູຣຸດ : ໃນແຕ່ລະວັນ ຈະມີໃບພູ 8 ໃບ ລຽນຈັດກ້ຽວກັນ (1 ລຽນຈະມີພູ 2 ໃບຊ້ອນກັນ ) ທາງກາງຈະຍັດໝາກດິບ-ຫລືໃໝ່ໝາກແຫ້ງ.
– ວັນໃບເງິນ-ໃບຄຳ ຄູ່ = ແມ່ນມີຄວາມໝາຍວ່າ ( ຮັ່ງມີໝັ້ນຍືນ )
– ວັນດອກດາວເຮືອງຄູ່ ໃນນັ້ນຈະມີ ໃບມອນໃບຍໍ, ໃບຄ້ຳໃບຄູນ
– ທຽນເຜິ້ງຄູ່, ແຕ່ລະເຫລັ້ມ ນ້ຳໜັກ 12 ບາດ.
– ສຳລັບພາຂວນແຕ່ງດອງ ຈະເພີ່ມຍອດໝາກຈັບ 4 ຍອດ, ເຊິ່ງຈະມີຄວາມໝາຍເຖິງສັນຍາລັກ ແຫ່ງການເກາະກັນໃຫ້ແໜ້ນແຟ້ນຮັກກັນຕະຫລອດໄປ.
– ສ່ວນເຄື່ອງປະກອບ ກໍ່ມີເຂົ້າໜົມບູຮານທັງ 5 ຊະນິດ ເປັນຕົ້ນເຂົ້າຕົ້ມມັດ, ….
ເຂົ້າໂຄບ 4 ແຜ່ນ, ສັນຍາຫລັກຂອງການເຕົ້າໂຮມສາມັກຄີ,ສັງຄົມ.
ກ້ວຍໄ່ຂ່ 2 ຫວີ, ໝາກພ້າວແກ້ວ 2 ໜ່ວຍ, ໄຂ່ຕົ້ມ 4 ໜ່ວຍ.
ໝາຍເຫດ : ຈະບໍ່ມີເຄື່ອງຄາວ ເຊັ່ນ ໄກ່ຕົ້ມ ເພາະບໍ່ແມ່ນງານສະເດາະແກ້.
ຊູ້ມຂັນໝາກສຳຄັນສຸດ ໃນພິທີແຕ່ງດອງ, ນອກຈາກເຄື່ອງປະກອບໝາກ-ພູແລ້ວອຸປະກອນສຳຄັນ : ຂັນໝາກ ຝ່າຍຊາຍ ຈະມີບ້ອກຕຳໝາກ-ສາກ-ດອນຖັ່ງ.
ຂັນໝາກຝ່າຍຍິງຈະມີ” ມີດຊະນະ” ໝາຍເຫດ : ມີດຊະນະນີ້ເປັນພະຫະນະຈູງເຈົ້າສາວເຂົ້າພາຂວັນ ມີຄວາມໝາຍວ່າເຈົ້າສາວຖືກ” ຕັດສາຍແຮ່ງ” ລະຫວ່າງແມ່-ກັບລູກ, ແມ່ຈຳຕ້ອງປ່ອຍວາງລູກສາວຕົວເອງ ໃຫ້ເປັນອີດສະຫລະ.
– ອຸປະກອນສຳຄັນໃນຂັນໝາກເຈົ້າບ່າວ-ເຈົ້າສາວ ອີກອັນໜື່ງກໍ່ຄື
ຝັກມີດຄູ່ ( ມີດ 2 ດວງເກັບໃນຝັກດຽວກັນ ) .
ຕັ້ງພາຂວັນເຈົ້າບ່າວຈະສູງກວ່າເຈົ້າສາວຫນ້ອຍໜື່ງ.
ຂະບວນເຈົ້າບ່າວ, ເຈົ້າບ່າວເພີ່ນຖືແຕ່ງ້າວ the Guardian, the Servant. ຄຳວ່າ “ບ່າວ” ໝາຍເຖິງ” ຜູ້ຮັບໃຊ້.
ການໄຕ້ທຽນມານັ້ນ, ທາງເມືອງພີ້ເພີ່ນ” ຄະລຳ” ມີແຕ່ພິທີກັມອັນດຽວທີ່ໄຕ້ທຽນອອກນຳໜ້າຄື ແກ່ຜີຕາຍເຂົ້າກອງຟອນ, ( ຕ່າງກັບວຽນທຽນ,ໝົດທຸກຄົນໄຕ້ທຽນ).
ເສຽດາຍແຕ່ໂອກາດບໍ່ສະດວກ, ວຽກຫລາຍເລີຍບໍ່ໄດ້ອະທິບາຍ ອີກຢ່າງ
– ທາງເມືອງພຣະບາງພີ້ ເພິ່ນຈະນິຍົມໄປທາງ métaphore, ຄຸນນະພາບທາງສັນຍາລັກຫລາຍ,ຮຽບງ່າຍກວ່າ esthétique ຄວາມງາມແບບເອ້ຍ້ອງປະລີມານ.
ລະດູແຕ່ງດອງທາງເມືອງຈະອີງຕາມ luna-calendar, ຕົ້ນ spring season. ກົງກັບລະດູດອກຮັກ, ດອກດາວເຮືອງເປັນດອກບູຊາພຣະເຈົ້າ. ສີສົມເປັນສີຜ້າສະບົງພຣະສົງ , ດອກໄມ້ພາຂວັນມັກຈະລົງສີຂາວ, ດອກໄມ້ແດງເປັນດອກໄມ້ບູຊາເຈົ້າທີ່-ເຈົ້າທາງ ( ບູຊາຜີ ).
ໃນພາຂວັນທຸກພິທີກັມ ຈຳນວນຄວນຈະຕົກເລກຄູ່ສະເໝີ. ຕາມຄະຕິ ( ຄິກຢູ່-ຄູ່ໜີ ) ການສົມມາ ພີ່ນ້ອງຜູ້ໃຫຍ່ ເພິ່ນຈະມີແຕ່ວັນພູ-ໝາກ , ເຄື່ອງຄ້ຳຂອງຄູນ ທີ່ມີຄວາມສຳຄັນອີກອັນໜຶ່ງ ກໍ່ແມ່ນໜໍແຮດຄູ່ ຫລືບໍ່ ກໍ່ງາຊ້າງຄູ່ ປິ່ນປາຍຫາກັນ.
SA Game
Pathana Boupha
– ພິທີກັມການມັດແຂນ :
ຜູ້ອາວຸໂສຈະມັດແຂນໃຫ້ພອນຜູ້ໜູ່ມ ແຕ່ຜູ້ໜູ່ມຄວນຄາຍຣະວະ-ສົມມາຜູ້ເປັນອະວຸໂສ, ບໍ່ຄວນຈະໄປມັດແຂນເພິ່ນ, ຕາມຮີດແລ້ວ ມີແຕ່ໝໍພອນເທົ່ານັ້ນ ທີ່ມັດແຂນໃຫ້ເຈົ້າບ່າວ-ເຈົ້າສາວ, ສ່ວນແຂກໝູ່ເພື່ອນເຊີນມາ ໃນຖານະ témoins.
ນີ້ແມ່ນຂໍ້ມູນທາງເມືອງພຣະບາງເຮົາພີ້ເນີ້, ກຽ່ວກັບພາຂວັນຕາມຮີດເມືອງຫລວງພຣະບາງເຮົາ, foward ໃຫ້ເປັນຂໍ້ມູນ, ມີຄົນຂຽນກໍ່ດີ.
ເຮົາເຄີຍຂຽນ article ນີ້ published ຢູ່ Chulalongkork University, ມະນຸດສາດ, ຫລາຍປີແລ້ວແຕ່ເປັນພາສາອັ່ງກິດ ແຕ່ຄາວເປັນອາຈານບັນດິດວັດທະນະທັມວັງແມ່ນ້ຳຂອງ ພູ້ນໂອ້ະ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Art and Culture of Laos ແລະ Pathana Boupha