ສົ່ງ​ເສີມ​ການ​ອ່ານ​ໃນ​ເທ​ສະ​ການ​ປຶ້ມ​ອ່ານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ

SA Game

ພາບ​: laoedaily.com.

ເປີດ​ງານເທສະການປຶ້ມອ່ານເພື່ອສົ່ງເສີມການ​ອ່ານ​ສູ່ຄວາມຮູ້ ຄວາມ​ສາ​ມາດ​ສະ​ຕິປັນຍາ.

ໄດ້​ມີ​ການ​ຈັດເທສະການປຶ້ມອ່ານຂຶ້ນໃນວັນທີ 4 ມີນາ 2021 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ປອ. ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ, ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການ ບໍລິສັດ ໂມນີເມັນ, ພ້ອມດ້ວຍຄູ – ອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ການຈັດງານເທສະການປຶ້ມ ( Book Festival 2021 ) ໃນຄັ້ງນີ້ ແມ່ນເພື່ອເປັນທາງເລືອກຂອງນັກອ່ານທີ່ຈະໄດ້ຄົ້ນຫາປຶ້ມທີ່ມັກ, ປຶ້ມບາງເຫຼັ້ມ, ປຶ້ມບາງຫົວ, ຄຳບາງຄຳ ອາດຈະປ່ຽນວິທີຄິດ, ປ່ຽນຊີວິດຂອງທ່ານໄດ້. ສະນັ້ນ, ເມື່ອເຮົາອ່ານປຶ້ມຫົວໃດກໍເໝືອນກັບວ່າເຮົາໄດ້ສົນທະນາກັບນັກຂຽນ, ປຶ້ມປຽບເໝືອນເພື່ອນທີ່ໄປກັບເຮົາໄດ້ຕະຫຼອດ, ປຽບເໝືອນທີ່ປຶກສາທີ່ເຂົ້າເຖິງໄດ້ງ່າຍທີ່ສຸດ.

SA Game
ພາບ​: laoedaily.com.

ປຶ້ມລາວກໍບໍ່ໄດ້ໜ້ອຍໜ້າປະເທດໃດໃນໂລກ ເພາະປຶ້ມລາວຫຼາຍເຫຼັ້ມຖືກແປເປັນພາສາຕ່າງປະເທດ ແລະ ຄົນຕ່າງປະເທດ ກໍໄດ້ສັ່ງຊື້ປຶ້ມລາວບໍ່ໜ້ອຍ, ການຈັດງານເທສະການປຶ້ມຖືເປັນພາລະກິດໜຶ່ງທີ່ສຳຄັນ ທ່າມກາງເທສະການຕ່າງໆຫຼາກຫຼາຍໃນປັດຈຸບັນ ຈະຕ້ອງໄດ້ມີການຮ່ວມມືເພື່ອໃຫ້ມີຂຶ້ນທຸກປີ. ເທສະການປຶ້ມອ່ານປີນີ້ ມີຮ້ານປຶ້ມເຂົ້າຮ່ວມວາງສະແດງ 34 ຮ້ານ ໂດຍງານຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 4 – 6 ມີນາ 2021 ນັບແຕ່ເວລາ 8:00 – 20:00 ໂມງ ທີ່ສະໂມສອນໃຫຍ່ ມຊ.

ທ່ານ ປອ. ນາງ ທອງມາລາ ໂພສີຄຳ ກ່າວວ່າ:

ໃນການຈັດງານໃນຄັ້ງນີ້ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການອ່ານ ແລະ ການຂຽນໃຫ້ແກ່ນ້ອງນ້ອຍອະນຸຊົນ, ເຍົາວະຊົນ, ຊາວໜຸ່ມໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ໄປພ້ອມກັບຄວາມຮູ້ທີ່ ກວ້າງຂວາງ, ມີຄວາມຮູ້, ຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ.

ເທສະການປຶ້ມອ່ານເປັນກິດຈະກຳສົ່ງເສີມການອ່ານທີ່ກວ້າງ ຂວາງ, ສົ່ງເສີມທຸກເພດໄວໃນການພັດທະນາຕົນເອງຈາກການອ່ານ ເພື່ອເຮັດໃຫ້ຄົນລາວເປັນຄົນທີ່ມັກອ່ານໃຫ້ນັບມື້ຫຼາຍຂຶ້ນ, ການອ່ານຈະຊ່ວຍໃຫ້ມີຄວາມຮູ້, ຄວາມສາມາດໄຫວພິບ ເພາະການອ່ານຄືຮາກຖານສຳຄັນຂອງຄວາມສຳເລັດ.

SA Game
ພາບ​: laoedaily.com.

ນາງ ນ້ຳຝົນ ເພັງທະມາດ ນັກສຶກສາປີ 3 ພາກວິຊາພາສາອັງກິດ, ຄະນະອັກສອນສາດ ທີ່ເຂົ້າຮ່ວມງານກ່າວວ່າ: ການຈັດງານມີຄວາມສຳຄັນຕໍ່ການສົ່ງເສີມການອ່ານ ແລະ ການຮຽນຮູ້ຂອງນັກຮຽນ – ນັກສຶກສາໃຫ້ມີຄວາມຮັກມັກໃນການອ່ານຫຼາຍຂຶ້ນ ທັງຊ່ວຍໃຫ້ເຮົາມີຄວາມຮູ້ ແລະ ທັກສະຈາກການອ່ານປຶ້ມ.

ຕະຫຼອດໄລຍະ 3 ວັນ ຂອງການຈັດເທສະການປຶ້ມອ່ານຈະມີເວທີສະແດງຜົນງານ, ມີການບັນຍາຍ – ເສວະນາໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະ ຜູ້ເຂົ້າຮ່ວມງານ ເຊັ່ນ:

ກິດຈະກຳການອ່ານ, ການຂຽນ, ການຮຽນຮູ້ສູ່ຜົນສຳເລັດ, ຮຽນແນວໃດຈົບໄປໄດ້ວຽກ, ປະສົບການ 40 ປີ ໃນການຂຽນກະວີ ແລະ ເລື່ອງສັ້ນ, ການເສວະນາປະຫວັດສາດຊົນຊາດລາວ 5.000 ປີ ແລະ ການຫຼິ້ນກິດຈະກຳ ( ຟ້ອນ, ຮ້ອງເພງ ແລະ ສະແດງລະຄອນ ). ນອກຈາກນີ້, ຍັງມີການເປີດໂຕປຶ້ມໃໝ່ ແລະ ທັງເປັນການເປີດໂອກາດໃຫ້ບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ວາງສະແດງຜົນງານ ໂດຍສະເພາະແມ່ນຮ້ານປຶ້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈຳໜ່າຍສິນຄ້າຂອງຕົນອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈ​ຂໍ້​ມູນແຫລ່ງ​ທີ່​ມາ: laoedaily.com