ຕະ​ຫລາດ​ໃນ​ນະ​ຄອນ​ຫລວງ​ສ່ວນ​ຫລາຍ​ບໍ່ຂາຍ​ຊິ້ນ​ໝູ​ຕາມ​ລາ​ຄາ​ກຳ​ນົດ

SA Game

ພາບ: ວຽງ​ຈັນ​ໃໝ່

​ທົວ​ນະ​ຄອນ​ຫລວງມີພຽງ 2 ຕະຫຼາດ ທີ່ຂາຍຊີ້ນຫມູຕາມລາຄາທີ່ກໍານົດ.

ຈາກ​ທີ່​ມີ​ການ​ຮຽກ​ຮ້ອງ​ທັກ​ທ້ວງ​ຈາກ​ບັນ​ດາ​ຜູ້​ບໍ​ລິ​ໂພກ​ກ່ຽວ​ກັບ​ລາ​ຄາ​ຊິ້ນ​ໝູ​ທີ່​ສູງ​ເກີນ​ຈາກ​ລາ​ຄາ​ທີ່​ກຳ​ນົດ​ໄວ້ ແລະ ທາງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກໍ​ໄດ້​ລົງ​ໄປ​ກວດ​ຕົວ​ຈິງ ແລະ ກໍ​ໄດ້​ຮັບ​ຂໍ້​ມູນ​ຕາມ​ນັ້ນ​ແທ້ ແລະ ໃນ​ທົວ​ນະ​ຄອນ​ຫລວງວຽງ​ຈັນ​ມີ​ພຽງ​ແຕ່ ສອງ​ຕະ​ຫລາດ​ທີ່​ຂາຍ​ໃນ​ລາ​ຄາ​ທີ່​ໄດ້​ກຳ​ນົດ​ໄວ້.
ທ່ານ ນາງ ວັນມະນີ ພົມມະສານ ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສໍາພາດກ່ຽວກັບການຄຸ້ມຄອງ ລາຄາສິນຄ້າຢູ່ນະຄອນຫຼວງວຽງຈັນ ວັນທີ 4 ມີນາ 2021 ວ່າ:
ການຄຸ້ມຄອງລາຄາສິນຄ້າທີ່ຄະນະຄຸ້ມຄອງສິນຄ້າຂັ້ນນະຄອນຫຼວງວຽງຈັນ (ນວ) ທີ່ອອກແຈ້ງການປັດຈຸບັນ ຕາມກົນໄກຕະຫຼາດລາຄາ ສິນຄ້າໃນ 3 ໂຄງປະກອບທີ່ຈັດຕັ້ງປະຕິບັດ ມີເຂົ້າກິນ ປານິນກະຊັງ ແລະ ສະເພາະລາຄາຊີ້ນຫມູມີການເພີ່ມຂຶ້ນ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ ກໍ່ຄືກອງຄຸ້ມຄອງລາຄາສິນຄ້າ ໄດ້ມີການປະຊຸມປຶກສາຫາລືກັນໃນການນໍາສະເຫນີຜ່ານການນໍາ ນວ ກ່ຽວກັບການປັບຂຶ້ນລາຄາຊີ້ນຫມູໃຫ້ແທດເຫມາະກັບສະພາບຕົ້ນທຶນການຜະລິດ ອີງໃສ່ສະພາບການລ້ຽງຫມູຢູ່ທົ່ວປະເທດ ສະເພາະຢູ່ ນວ ເຫັນວ່າບໍ່ສາມາດຕອບສະຫນອງພຽງພໍ່ພາຍໃນ ນວ.
SA Game
ພາບ: ວຽງ​ຈັນ​ໃໝ່
ສະນັ້ນ ຫມູຢືນ ຫຼື ຫມູເປັນໂຕ ຕ້ອງໄດ້ນໍາເຂົ້າຈາກຕ່າງແຂວງ ແລະ ລາຄາຊີ້ນຫມູສູງ ກວ່າ ນວ ມາບວກໃສ່ລາຄາຢູ່ປະເທດອ້ອມຂ້າງເຊັ່ນ: ປະເທດໄທ ຫວຽດນາມ ແລະ ສປ ຈີນ ມີລາຄາສູງຂື້ນ ສ່ວນຈໍານວນຫນຶ່ງຂາຍຖືກ ແມ່ນແພັກໃສ່ໂຟມສົ່ງໄປຈໍາຫນ່າຍຢູ່ຕ່າງແຂວງ ເຮັດໃຫ້ການສະຫນອງທາດຊີ້ນຫມູບໍ່ທັນພຽງພໍຕໍ່ຄວາມຕ້ອງການ ບວກໃສ່ກັບການຫັນມາບໍລິໂພກ ຊີ້ນຫມູຂອງສັງຄົມຫຼາຍຂື້ນໃນປັດຈຸບັນ.
ເນື່ອງຈາກວ່າໄດ້ຈໍາກັດບໍ່ໃຫ້ນໍາເຂົ້າອາຫານທະເລ ເຊີ່ງການຂາຍຊີ້ນຫມູແມ່ນຍັງແຈ້ງຕາມລາຄາເກົ່າ ຄື:
– ຊີ້ນຫມູຂາຍຍ່ອຍລູກຂຽງ ປະເພດ 1 ລາຄາສູງສຸດບໍ່ເກີນ 44.000 ກີບຕໍ່ກິໂລ ແລະ ປະເພດ 2 ສູງສຸດບໍ່ເກີນ 41.000 ກີບຕໍ່ກິໂລ
ແຕ່ການສະຫນອງຊີ້ນບໍ່ພຽງພໍ (ສະເພາະຊີພີ ແລະ ເບທາໂກ ສະຫນອງ 500 ໂຕຕໍ່ມື້) ເປັນສາເຫດເຮັດໃຫ້ລາຄາຊີ້ນຫມູທົ່ວໄປບາງຕະຫຼາດຂາຍແພງ ບໍ່ສາມາດປະຕິບັດໄດ້ ຍ້ອນໄດ້ນໍາເຂົ້າຫມູຈາກຕ່າງແຂວງ ແຕ່ຕະຫຼາດທີ່ປະຕິບັດໄດ້ ມີພຽງແຕ່ຕະຫຼາດຂົວດິນ ແລະ ຕະຫຼາດລາວອົກຊີເທົ່ານັ້ນ.
ເຖິງຢ່າງໃດກໍຕາມ ທາງພາກລັດໄດ້ເອົາໃຈໃສ່ຕັກເຕືອນແມ່ຄ້າຊາວຂາຍໃຫ້ຂາຍຕາມລາຄາທີ່ກໍານົດກ່ອນ ບໍ່ທັນໃຫ້ຂຶ້ນລາຄາ ແຕ່ກໍ່ຍັງມີຜູ້ລະເມີດ.
SA Game
ພາບ: ວຽງ​ຈັນ​ໃໝ່
ໃນນີ້ຕໍ່ກັບຜູ້ລະເມີດ ໄດ້ມີການປັບປັບໃຫມຕາມດໍາລັດ 474 ຂອງນາຍົກວາງອອກ ສ່ວນລາຄາ ປານັ້ນກະຊັງ ໄດ້ຄົ້ນຄວ້າໂດຍ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ ນວ ຈະໄດ້ມີການປັບຂຶ້ນລາຄາ ເນື່ອງຈາກວ່າລາຄາຕົ້ນທຶນການລ້ຽງເພີ່ມຂື້ນ ແຕ່ປະລິມານການລ້ຽງຫຼຸດລົງ.
ສ່ວນສິນຄ້າອຸປະໂພກ-ບໍລິໂພກນຳເຂົ້າ ໄດ້ເຊີນບັນດາບໍລິສັດຜູ້ນໍາເຂົ້າມາແຈ້ງໂຄງປະກອບລາຄານ້ໍາເຂົ້າ ເພື່ອມີການຕິດຕາມ ຄຸ້ມຄອງບໍ່ໃຫ້ລາຄາສິນຄ້າຂາຍເກີນຄວາມເປັນຈິງ
ພ້ອມນັ້ນກໍ່ຈະໄດ້ພ້ອມກັນປະຕິບັດມາດຕະການລົງຕິດຕາມກວດກາ ແລະ ຄະນະ ຄຸ້ມຄອງສິນຄ້າຂັ້ນ ນວ ຈະໄດ້ກະກຽມເປີດກອງປະຊຸມຕີລາຄືນ ການຈັດຕັ້ງປະຕິບັດ ສະເຫນີຂັ້ນເທິງພິຈາລະນາ ແລະ ໃຫ້ທິດຊີ້ນໍາການກໍານົດມາດຕະການ ເພື່ອໃຫ້ລາຄາມີການສະຖຽນ.
ຄຽງຄູ່ກັນນັ້ນ ຄົ້ນຄວ້າບາງລາຍການສິນຄ້າ ເຮັດໂຄງປະກອບການລາຄາສົນຄ້າ ແລະ ສົມທົບແຫນ້ນກັບພະແນກກະສິກໍາ ແລະ ປ່າໄມ້ ນວ ຊຸກຍູ້ສົ່ງເສີມຊາວກະສິກອນໃຫ້ປູກ ໃຫ້ລ້ຽງເພື່ອສະຫນອງໃຫ້ພຽງພໍຕໍ່ຄວາມຕ້ອງການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: ວຽງ​ຈັນ​ໃໝ່.