ສົ່ງ​ຂາຍ​ແລ້ວ! ເຂື່ອນ​ນ້ຳ​ງຽບ1ໄດ້​ເລີມ​ຜະ​ລິດ​ໄຟ​ຟ້າ​ສົ່ງ​ອອກ​ໃຫ້​ປະ​ເທດໄທ

SA Game

ພາບ​: laoedaily.com.

​ໂຄງ​ການເຂື່ອນນໍ້າງຽບ 1 ເປີດຜະລິດໄຟຟ້າ ແລະ ສົ່ງອອກຂາຍແລ້ວ.

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ທ້າຍປີ 2014, ເຊິງຕັ້ງຢູ່ແຂວງບໍລິຄໍາໄຊ, ໃຊ້​ເວ​ລາ​ໃນການກໍ່ສ້າງ 5 ປີ ມາຮອດທ້າຍເດືອນສິງຫາ 2019 ໄດ້ສໍາເລັດ 100% ການກໍ່ສ້າງເຊັ່ນ: ວຽກໂຄງສ້າງ, ວຽກໄຟ ຟ້າ-ກົນຈັກ ແລະແລ່ນທົດສອບເຄື່ອງຈັກຜະລິດໄຟຟ້າ.

ບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ເລີ່ມຜະລິດໄຟຟ້າສົ່ງອອກໃຫ້ປະເທດໄທໃນວັນທີ 5 ກັນຍາ 2019 ແລະບໍ່ດົນມານີ້ກໍໄດ້ຮັບການຢັ້ງຢືນຜົນສຳເລັດກໍ່ສ້າງ ແລະເປີດການຜະລິດໄຟຂາຍຢ່າງເປັນທາງການຈາກລັດຖະບານຊຶ່ງໄດ້ກາຍເປັນຜູ້ຜະລິດໄຟຟ້າເອກະລາດ (IPP) ອີກໂຄງການໜຶ່ງໃນ ສປປ ລາວ. ໂດຍອີງຕາມສັນຍາຊື້-ຂາຍ ໄຟຟ້າລະຫວ່າງບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ແລະການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ມື້ຂາຍໄຟຟ້າຢ່າງເປັນທາງການ (COD) ກໍໄດ້ຖືກຮັບຮອງເອົາໃນວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນການຜະລິດໄຟຟ້າເພື່ອສົ່ງອອກ.

SA Game
ພາບ​: laoedaily.com.

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ເປັນໂຄງການພະລັງນໍ້າທີ່ມີກຳລັງຕິດຕັ້ງ 290 ເມກາວັດ, ປະກອບດ້ວຍເຂື່ອນໃຫຍ່ ແລະເຂື່ອນນ້ອຍພ້ອມເຮືອນຈັກຕັ້ງຢູ່ຕາມລ້ອງແມ່ນໍ້າງຽບ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ, ການກໍ່ສ້າງເຂື່ອນທັງສອງໄດ້ສຳເລັດກ່ອນລະດູຝົນປີ 2019,ພ້ອມດຽວກັນນັ້ນກໍ່ໄດ້ສໍາເລັດການກັກເກັບນໍ້າເຂົ້າອ່າງເພື່ອສະໜອງນໍ້າໃຫ້ແກ່ການຜະລິດໄຟຟ້າ ແລະຮັບປະກັນຄວາມໝັ້ນຄົງປອດໄພເປັນຢ່າງດີ.

ຈັກຜະລິດໄຟຟ້າຂອງເຂື່ອນໃຫຍ່ມີກຳລັງຕິດຕັ້ງ 272 ເມກາວັດ, ພະລັງງານທັງໝົດທີ່ຜະລິດຈາກເຮືອນຈັກໄຟຟ້າເຂື່ອນໃຫຍ່ດັ່ງກ່າວໄດ້ຖືກສົ່ງຂາຍໃຫ້ ກຟຜ ຜ່ານລະບົບສາຍສົ່ງໄຟຟ້າແຮງດັນສູງ 230 ກິໂລໂວນ ມີຄວາມຍາວປະມານ 120 ກິໂລແມັດ ໄປຫາສະຖານີໄຟຟ້ານາບົງ, ນະຄອນຫຼວງວຽງຈັນ ເພື່ອຍົກລະດັບແຮງດັນເປັນ 500 ກິໂລໂວນ ກ່ອນສົ່ງຂາຍໄປຍັງປະເທດໄທ,ເຂື່ອນໃຫຍ່ສ້າງດ້ວຍເບຕົງອັດແໜ້ນ (RCC), ມີຄວາມສູງ 167ແມັດ,ເປັນເຂື່ອນສູງທີ່ສຸດໃນ ສປປ ລາວ ແລະພາກພື້ນໃນປະຈຸບັນ.

ຈັກຜະລິດໄຟຟ້າເຂື່ອນນ້ອຍມີກຳລັງຕິດຕັ້ງ 18 ເມກາວັດ, ພະລັງງານທີ່ຜະລິດຈາກເຂື່ອນນ້ອຍນີ້ແມ່ນຂາຍໃຫ້ບໍລິສັດໄຟຟ້າລາວເພື່ອຊົມໃຊ້ຢູ່ພາຍໃນປະເທດ, ໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ແມ່ນໜຶ່ງໃນບັນດາໂຄງການບຸລິມະສິດຂອງລັດຖະບານ, ຊຶ່ງມີເປົ້າໝາຍຜະລິດ ແລະສະໜອງພະລັງງານໄຟຟ້າທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ-ສັງຄົມ ແລະຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ. ໃນໄລຍະເວລາສຳປະທານ 27 ປີ.

ໂຄງການຈະໄດ້ຮັບການຄຸ້ມຄອງ ແລະດໍາເນີນການຜະລິດໂດຍບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ, ຊຶ່ງປະກອບມີບັນດາຂາຮຸ້ນຄື: ລັດວິສາຫະກິດຖືຮຸ້ນລາວ, ບໍລິສັດໄຟຟ້າຄັນໄຊປະເທດຍີ່ປຸ່ນ ແລະ ບໍລິສັດກຟຜອິນເຕີເນຊັນ ແນລ ຈໍາກັດ (EGATi) ປະເທດໄທ, ພາຍຫຼັງສັນຍາສໍາປະທານສີ້ນສຸດລົງໂຄງການຈະຖືກມອບໂອນກຳມະສິດເປັນຂອງລັດຖະບານລາວ.

ພິທີມອບໃບຢັ້ງຢືນຜົນສຳເລັດການກໍ່ສ້າງ ແລະດຳເນີນງານຂອງໂຄງການເຂື່ອນໄຟຟ້ານໍ້າຕົກນໍ້າງຽບ 1 ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ກະຊວງພະລັງງານ ແລະ ບໍ່ແຮ່ໃນວັນທີ 12 ກຸມພາ 2021 ໂດຍໃຫ້ກຽດມອບຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບຂອງ ທ່ານ Mr. Toshihiro Takano ຜູ້ອຳນວຍການບໍລິສັດໄຟຟ້ານໍ້າງຽບ 1 ຈຳກັດໂດຍຊ່ອງໜ້າການເຂົ້າຮ່ວມຂອງຄະນະຫ້ອງການ,ຄະນະກົມ,ສະຖາບັນ ແລະລັດວິສາຫະກິດ ອ້ອມຂ້າງກະຊວງພ້ອມດ້ວຍພະນັກງານ-ກຳມະກອນຂອງທັງສອງຝ່າຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: ໜັງສືພິມເສດຖະກິດສັງຄົມ