ສະ​ມາ​ຄົມ​ສົ່ງ​ເສີມ LAO SME ໄດ້​ເປີດ​ຕົວ​ຂື້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ

SA Game

ພາບ​: laoedaily.com.

ເປີດຕົວສະມາຄົມສົ່ງເສີມຜູ້ປະກອບກິດຈະການວິສາຫະກິດ LAO SME ຢ່າງເປັນທາງການ.

ວັນທີ 17 ກຸມພາ 2021 ໄດ້ມີ​ການຈັດງານເປີດຕົວສະມາຄົມ ສະມາຄົມສົ່ງເສີມຜູ້ປະກອບກິດຈະການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງລາວ (LAO SME) ຂຶ້ນຢ່າງເປັນທາງການ ໂດຍເປັນກຽມເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລິດທິໄກ ພູມມະສັກ ປະທານສະມາຄົມ LAOSME ກ່າວວ່າ: ສະມາຄົມພວກເຮົາໄດ້ສ້າງຕັ້ງຈາກການລວມໂຕຂອງບັນດາຜູ້ປະກອບກິດຈະການວິສະຫະກິດຂະໜາດນ້ອຍ ແລະ ກາງ ທີ່ມາຈາກຫຼາຍຂະແໜງການ ແລະ ເປັນຜູ້ທີ່ມີອຸດົມການອັນດ່ຽວກັນ ກໍ່ຄື່ການຊ່ວຍເຫຼືອບັນດາທຸລະກິດຂະໜາດໜ້ອຍ, ກາງ ແລະ ຈູນລະວິສະຫະກິດຂອງລາວ ໃຫ້ສາມາດພັດທະນາກ້າວໄກ, ສ້າງຄວາມສີວິໄລ ແລະ ໄປສູ່ລະດັບສາມກົນ.

SA Game
ພາບ​: laoedaily.com.

ວັນທີ 1 ສິງຫາ 2020 ຜ່ານມາ ທາງຄະນະຂົນຂວາຍສ້າງຕັ້ງສະມາຄົມກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກ ເພື່ອເລືອກຕັ້ງເອົາຄະນະບໍລິຫານຊຸດທີ່ໜຶ່ງ ເຊິ່ງກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານຈຳນວນ 21 ທ່ານ

ໃນນັ້ນປະກອບມີ ປະທານ 1 ທ່ານ, ຮອງປະທານ 4 ທ່ານ, ປະທານກວດກາ 1 ທ່ານ ແລະ ຮອງປະທານກວດກາ 1 ທ່ານ. ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານກົດລະບຽບຂອງສະມາຄົມເພື່ອນຳສະເໜີໃຫ້ແກ່ກະຊວງອຸສະຫະກໍາ ແລະ ການຄ້າເພື່ອພິຈາລະນາຮັບຮອງ.

ມາຮອດວັນທີ 26 ມັງກອນ 2021 ກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ ກໍໄດ້ອອກໃບທະບຽນສະມາຄົມໃຫ້ແກ່ ສະມາຄົມສົ່ງເສີ່ມຜູ້ປະກອບກິດຈະການວິສະຫະກິດ ຂະໜາດນ້ອຍ ແລະ ກາງລາວ (ສນກລ) ຊື່ເປັນພາສາອັງກິດ Small and Medium Enterprise Promotion Association of Lao PDR (LAOSME)ມາຮອດປັດຈຸບັນ ສະມາຄົມ ມີສະມາຊິກ 70 ທ່ານ ແລະ ມີຜູ້ສະໜັບໜູນກິດຕະມະສັກ ຫຼື VVIP ຈຳນວນ 5 ອົງກອນ ໄດ້ແກ່ ທະນາຄານ ຫວຽດຕີນ ລາວ, ທະນາຄານ ມາລູຮັນ ເຈແປນລາວ, ບໍລິສັດ ກຸ່ມໄຊຍະວົງ ແລະ ໂຮງງານອຸສະຫະກໍາ ໂຕໂຍລາວ, ບໍລິສັດ ເດິລເວີຣີ ຮີໂຣ (ລາວ)

ນອກ​ນັ້ນ, ຍັງໄດ້ມີພິທີ ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ (MOU) ສະມາຄົມ LAO SME ແລະ 2 ພາກສ່ວນຄື: ສະມາຄົມການເງິນຈຸນລະພາກ ແລະ ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ລິດທິໄກ ພູມມະສັກ ຍັງໄດ້ກ່າວເຖິງແຜນການ ປະຈໍາປີ 2021 ຂອງສະມາຄົມ ແມ່ນເນັ້ນການຂະຫຍາຍສະມາຊິກ ລວມທັງການຊ່ວຍເຫຼືອບັນດາຜູ້ປະກອບກິດຈະການຈຸລະວິສາຫະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນການຊ່ວຍເຫຼືອບັນດາ ຜູ້ປະກອບການຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ພ້ອມຍົກສູງຄວາມອາດສາມາດທາງທຸລະກິດຂອງພວກເຂົາ ໂດຍສະເພາະໃຫ້ສາມາດຈ່າຍຄືນໜີ້ເງິນກູ້ໃຫ້ແກ່ຜູ້ປ່ອຍກູ້ໄດ້.

ການເປີດໂຕ ສະມາຄົມ LAO SME ນີ້ຖືເປັນບາດກ້າວອັນສຳຄັນ ທີ່ສອດຄ່ອງກັບຈຸດສຸມພັດທະນາຂອງລັດທະບານ ແລະ ເປັນອີກທ່າແຮງໜຶ່ງໃນການຊຸກຍູ້ພາກທຸລະກິດລາວ ໃຫ້ສາມາດແຂ່ງຂັນກັບຕະຫຼາດໄດ້, ລັດຖະບານ ສປປ ລາວ ກໍຄື ກະຊວງ ອຄ ໄດ້ໃຫ້ຄວາມສຳຄັນ ແລະ ມີນະໂຍາຍກ່ຽວກັບວຽກງານ SME ພວກເຮົາພ້ອມທີ່ຈະຊຸກຍູ້ໃຫ້ສະມາຄົມ SME ໄດ້ດຳເນີນງານຂອງສະມາຄົມໃຫ້ໄປໃນທິດທາງ ແລະ ຍຸດທະສາດຂອງ ສະມາຄົມຕາມທ່າງແຮງທີ່ມີ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: laoedaily.com.la