ສິ​ລະ​ປະ​ຫັດ​ຖະ​ກຳ​ການ​ຕ່ຳ​ແຜ່ນ​ແພ ຕ່ຳພົມດ້ວຍມື ດ້ວຍ​ຄວາມ​ປາ​ນີດ

SA Game

ອີນ​ໄຊ​ລາວ

ສ​ປ​ປ ລາວ ເທົ່າ​ນັ້ນ ຕ່ຳພົມດ້ວຍມື ສິ​ລະ​ປະ​ຫັດ​ຖະ​ກຳ​ການ​ຕ່ຳ​ແຜ່ນ​ແພຂອງ​ຄົນ​ລາວ

ໃນ ສ​ປ​ປ ລາວ ເລື່ອງ​ສິ​ລະ​ປະ​ແຜ່​ແພ​ຖື​ວ່າ​ເປັນ​ສິ​່ງ​ໜຶ່ງ​ທີ່​ຢູ່​ຄູ່​ກັບ​ສັງ​ຄົມ​ລາວ ບໍ່​ວ່າ​ຈະ​ເປັນ​ເສື້ອ​ຜ້າ ຫລື ແຜ່ນ​ແພ​ຕ່າງໆ, ແລະ ອີກ​ສິ່ງ​ໜຶ່ງ​ທີ່​ປະ​ກົດ​ເຫັນ​ກໍ​ຄື ສິລະປະການຕ່ຳພົມດ້ວຍມື ຈາກ ມະຫັດສະຈັນຕ່ຳພົມລາວ ຖືວ່າເປັນງານສືມືໜຶ່ງດຽວໃນລາວ ທີ່ໃຊ້ວັດຖຸດິບ ໄໝມ້ອນມາຕ່ຳເປັນພົມ ເຊິ່ງເຮັດໃຫ້ຜົນງານທີ່ໄດ້ອອກມາ ມີຄວາມງົດງາມ, ເປັນເອກະລັກ ແລະ ມີຄຸນຄ່າສູງ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ຜູ້ກໍ່ຕັ້ງ ມະຫັດສະຈັນຕ່ຳພົມລາວ ກ່າວວ່າ: ຫັດຖະກຳຕ່ຳພົມ ຖືເປັນເຈົ້າດຽວໃນລາວ ທີ່ເກີດຂຶ້ນຍ້ອນຄວາມມັກຮັກ ໃນດ້ານງານຫັດຖະກຳ ແລະ ມັກສະສົມຜ້າລາຍເກົ່າໆ ຂອງລາວໄວ້ ອີກຢ່າງການຕ່ຳຜ້າ ກໍຖືເປັນຄວາມພາກພູມໃຈ ຂອງແມ່ຍິງລາວ ເລີຍຢາກຍົກສູງ ແລະ ສົ່ງເສີ່ມ ສິ່ງທີ່ເປັນສີໄມ້ລາຍມືຂອງແມ່ຍິງລາວ ໃຫ້ກວ້າງໄກ ແລະ ສືບສານວັດຖະນະທຳລາວໄວ້ ໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ.

SA Game
ອີນ​ໄຊ​ລາວ

ພົມທຸກຜືນແມ່ນໃຊ້ສີມືຂອງຄົນໃນການຕ່ຳທັງໝົດ, ແຮງງານທີ່ໃຊ້ສ່ວນໃຫຍ່ຈະເປັນຄົນພິການ

ໃນປີ 1998 ໄດ້ເລີ່ມກໍ່ຕັ້ງ ມະຫັດສະຈັດຕ່ຳພົມ ຂຶ້ນມາ ໂດຍຄຳວ່າ “ມະຫັດສະຈັນ” ເປັນຄວາມຮູ້ສຶກ ຂອງຜູ້ຕໍ່າ ທີ່ຕ່ຳອອກມາ ແລ້ວເຫັນວ່າຜົນງານຂອງຕົນເອງ ເປັນໜ້າອັດສະຈັນຫຼາຍ ທີ່ສາມາດເຮັດອອກມາໄດ້,  ອີກຢ່າງໜຶ່ງການຕ່ຳພົມກໍເປັນສີມືຂອງແມ່ຍິງພິການ ນອກຈາກນີ້ ຈຸດປະສົງກໍເພື່ອຢາກສ້າງອາຊີບ ໃຫ້ກັບຄົນພິການທີ່ມີໃຈສູ້ ບໍ່ຍາກເປັນພາລະຂອງຄອບຄົວ ແຕ່ຍັງເປັນຕົວຫຼັກ ທີ່ຈະສ້າງລາຍໄດ້ ສົ່ງໃຫ້ກັບຄອບຄົວອີກດ້ວຍ.

ທ່ານ ນາງ ສຸວິຕາ ຍັງກ່າວອີກວ່າ: ການຕ່ຳພົມ ບໍ່ແມ່ນວ່າຜູ້ໃດກໍຈະສາມາດຕ່ຳໄດ້ ມັນຕ້ອງຂຶ້ນກັບຄວາມຮັກມັກໃນດ້ານນີ້ນຳ ເພາະການຕ່ຳພົມ ຕ້ອງໃຊ້ຄວາມລະອຽດອ່ອນ, ຄວາມປານີດ ແລະ ຄວາມອົນທົນສູງ ບວກກັບ ຕ້ອງເປັນຄົນທີ່ມີພອນສະຫວັນ ແລະ ພອນສະແຫວງໃນດ້ານນີ້ນຳ.

SA Game
ອີນ​ໄຊ​ລາວ

ຈຸດພິເສດຂອງຜ້າພົມ ທີ່ມະຫັດສະຈັນຜະລິດອອກມາ ຄືເສັ້ນໄໝທີ່ນຳມາຕ່ຳ ຈະເປັນໄໝມ້ອນ ເພາະນອກຈາກຈະມີຄວາມງາມແລ້ວ ຍັງມີຄວາມສະອາດ, ສາມາດເກັບຮັກສາໄດ້ດົນ, ອະນະໄມໄດ້ງ່າຍ ແລະ ຍິ່ງເກັບໄວ້ດົນຍິ່ງມີລາຄາສູງ.

ໂດຍທາງມະຫັດສະຈັນ ໄດ້ສ້າງຟາມລ້ຽງມ້ອນເອງ ຢູ່ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ສ່ວນການຕ່ຳຈະໃຊ້ສີມືທີ່ມີຄວາມປານີດຂອງຄົນ 100% ເຊິ່ງອາດຈະໃຊ້ເວລາໃນການຕ່ຳດົນກວ່າຈະໄດ້ພົມ 1 ຜືນ.

SA Game
ອີນ​ໄຊ​ລາວ

“ພົມບາງຜືນອາດໃຊ້ເວລາໃນການຕ່ຳດົນເຖິງ 1 ປີ ກວ່າຈະຕ່ຳສຳເລັດ ເພາະຕ້ອງໄດ້ໃຊ້ຄວາມອົດທົນ, ຄວາມປານີດ ແລະ ສີມືໃນການຕ່ຳສູງ” ທ່ານນາງ ສຸວິຕາ ກ່າວ.

ໂດຍຜູ້ທີ່ໄດ້ໃຊ້ພົມຈາກມະຫັດສະຈັນແລ້ວ ຈະບໍ່ຜິດຫວັງແນ່ນອນ ເພາະພົມແຕ່ລະຜືນ ມີແບບ ແລະ ລາຍ ທີ່ບໍ່ຊ້ຳກັນ ສະນັ້ນ, ຈຶ່ງເວົ້າໄດ້ວ່າ ການຜະລິດພົມແບບນີ້ມີພຽງແຫ່ງດຽວຢູ່ໃນປະເທດລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ