ຕ້ອງ​​​ໃສ່ໃຈ! ອັກ​ສອນ​ລາວ ແລະ ປ້າຍ​ທີ່​ຍັງ​ຂາດ​ການກວດ​ກາ ໃນ ສ​ປ​ປ ລາວ

SA Game

ໜັງ​ສື​ພິ​ມ​ລາວ​ພັດ​ທະ​ນາ

​ສ​ປ​ປ ລາວ ປ້າຍ ແລະ ອັກສອນລາວ ຕ້ອງໄດ້ເຂັ້ມງວດກວດກາໃຫ້​ຖືກ​ຕ້ອງ​ຕາມ​ກົດ.

ດັ່ງ​ທີ່​ຫລາຍໆ​ທ່ານ​ໄດ້​ເຫັນ​ເວ​ລາ​ໄປໆ​ມາໆຂີ່​ລົດ​ກາຍ ຫຼື ຍາງ​ກາຍ​ໄປ​ມາ​ຕາມ​ແຄມ​ທາງ​ຫລາຍໆ​ປ້າຍ​ທີ່​ຕິດ​ແປະ​ໂຄ​ສະ​ນາ​ຕາມ​ແຄມ​ທາງ ຫລື ຮ້າງ​ຮ້ານ​ຕ່າງໆ​ຈະ​ເຫັນ​ຫລາຍໆ​ປ້າຍ​ກໍ​ພິມ​ພາ​ສາ​ລາວ​ບໍ່​ຖືກ ຫລື ບາງ​ປ້າຍ​ກໍ​ບໍ່​ມີ​ຮອດ​ພາ​ສາ​ລາວ​ເລີຍ​ທັງໆ​ທີ່​ຢູ່​ໃນ ສ​ປ​ປ ລາວ ແຕ່​ຄົນ​ລາວ​ກັບ​ບໍ່​ສາ​ມາດ​ອ່ານ​ໄດ້ ຫຼື ພິມ​ບໍ່​ຖືກ​ກັບ​ພາ​ສາ​ລາວ ເດົາ​ວ່າ​ອາດ​ຈະ​ກັອບ​ປີ້​ໃສ່​ກູ​ເກີ​ລ ແລ້ວ​ມາ​ພິມ​ໃສ່​ເລີຍ, ສະ​ນັ້ນ​ທາງ​ພາກ​ສ່​ວນ​ກ່ຽວ​ຂ້ອງ​ຈິງ​ຍົກ​ປະ​ເດັນ​ນີ້​ຂື້ນ​ມາ​ເພື່ອ​ໃຫ້​ມີ​ການ​ປັບ​ປຸງ.

ປ້າຍທຸກປະເພດທີ່ໃຊ້ຢູ່ ສປປ ລາວ ຕ້ອງເອົາພາສາລາວເປັນຕົ້ນຕໍ ແລະ ຂຽນ ຫລື ພິມໃຫ້ຖືກຕ້ອງຕາມໄວຍາກອນລາວ, ຂຽນ ຫລື ພິມພາສາລາວຢູ່ເທິງ ຫລື ເບື້ອງຊ້າຍມື, ພາສາຕ່າງປະເທດໃດໜຶ່ງຢູ່ເບື້ອງຂວາມື, ຂຽນ ຫລື ພິມພາສາລາວໃຫຍ່ກວ່າ, ສ່ວນພາສາຕ່າງປະເທດບໍ່ໃຫ້ກາຍສອງສ່ວນສາມຂອງພາສາລາວ ຍົກເວັ້ນປ້າຍທາງລັດຖະການເຊັ່ນ ປ້າຍສະຖານທູດ, ສຳນັກງານຜູ້ຕາງໜ້າ, ພິທີຕ້ອນຮັບຄະນະຜູ້ແທນທາງການ ຫລື ພິທີສະຫລອງວັນສຳຄັນທາງລັດຖະການຂອງຕ່າງປະເທດ ໂດຍເນື້ອໃນທີ່ຂຽນເປັນພາສາລາວ ແລະ ພາ ສາຕ່າງປະເທດຕ້ອງມີຄວາມໝາຍດຽວກັນ.

SA Game
ໜັງ​ສື​ພິ​ມ​ລາວ​ພັດ​ທະ​ນາ

ຍົກເລື່ອງນີ້ເພື່ອໃຫ້ພາກສ່ວນລັດກ່ຽວຂ້ອງພິຈາລະນາຕາມທາງຄວນເນື່ອງຈາກຜ່ານມາມີການສ່ອງແສງຄວາມເຫັນທີ່ມີເຫດມີຜົນສົມຄວນດັ່ງເຫັນບາງບ່ອນທີ່ຕິດປ້າຍໂຄສະນາບໍລິສັດໃຊ້ເປັນພາສາຕ່າງປະເທດ ລ້ວນໆແຄມທາງໃຫຍ່ຢ່າງເປີ້ເຈີ້, ຮ້ານຄ້າຮ້ານອາຫານ ຫລື ເຮືອນພັກ ໂຮງແຮມ ກໍມີລັກສະນະເຊັ່ນດຽວກັນ… ແນວໃດກໍດີບາງບ່ອນກໍມີນັກວິຊາການພາກສ່ວນກ່ຽວຂ້ອງໄດ້ຕິດຕາມກວດກາບ່ອນໃດປະຕິບັດບໍ່ຖືກຕ້ອງ-ສອດຄ່ອງດຳລັດວ່າດ້ວຍ ປ້າຍ ຫລື ລະບຽບການອື່ນໆກ່ຽວຂ້ອງກັບປ້າຍບໍ່ວ່າແຕ່ຜິດ ຕົວໜັງສື, ຖ້າບໍ່ຖືກກໍຕ້ອງໃຫ້ຜູ້ກ່ຽວປັບປຸງແກ້ໄຂ.

ຫລາຍຄຳເຫັນບອກເຖິງວ່າຢູ່ໃນຍຸກສະໄໝເສດຖະກິດຂະຫຍາຍຕົວ, ແຕ່ຖ້າບໍ່ຄຳນຶງເຫັນຂໍ້ກຳນົດກົດໝາຍ ຫລື ດຳລັດທີ່ປະກາດໃຊ້ນັ້ນກໍບໍ່ສົມຄວນປ່ອຍປະລະເລີຍ… ຫັນໄປເບິ່ງບ້ານເພິ່ນເມືອງທ່ານແລ້ວພາກສ່ວນກ່ຽວຂ້ອງເພິ່ນເຂັ້ມງວດກວດກາແທ້ໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ລາວ​ພັດ​ທະ​ນາ