ຈັດງານເທດສະການ ມະຫະກຳມາເລເຊຍ ປະຈຳປີ 2022 ທີ່ ສ​ປ​ປ ລາວ

SA Game

ຂປລ. 

ມາເລເຊຍ ເປີດງານເທດສະການມະຫະກຳມາເລເຊຍ ຢູູ່ນະຄອນຫລວງວຽງຈັນ 26-27 ພະຈິກ 2022

ສະຖານທູດມາເລເຊຍ ປະຈຳ ລາວ ຮ່ວມກັບ ການທ່ອງທ່ຽວມາເລເຊຍ ໄດ້ຈັດງານເທດສະການ ມະຫະກຳມາເລເຊຍ ປະຈຳປີ 2022ຂຶ້ນຢູ່ສູນການຄ້າ ໃນລະຫວ່າງວັນທີ 26-27 ພະຈິກ 2022 ຜ່ານມານີ້, ພາກຊັນ ນະຄອນຫລວງວຽງຈັນ

ໃຫ້ກຽດເຂົ້າຮ່ວມຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ໄຄວຣຸນນິຊາ ໂມຮຳມັດ ອາລຽດ ອຸປະທູດມາເລເຊຍ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງພາກລັດ, ບໍລິສັດ ທ່ອງທ່ຽວ, ໂຮງແຮມ, ສວນສະໜຸກ, ຕົວແທນການທ່ອງທ່ຽວ, ຮ້ານອາຫານ ແລະ ສາຍການບິນເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້, ເປັນງານເທດສະການ ທີ່ມີຄວາມໝາຍສຳຄັນ ເພື່ອຊຸກຍູ້, ສົ່ງເສີມຂະແໜງການທ່ອງທ່ຽວຂອງມາເລເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ເປັນທີ່ຮູ້ຈັກຂອງສັງຄົມ ໃນທົ່ວໂລກ, ທັງສະແດງໃຫ້ເຫັນຜະລິດຕະພັນ ການທ່ອງທ່ຽວທີ່ຫລາກຫລາຍ, ສວຍງາມ ແລະ ການບໍລິການທີ່ດີດ້ານການທ່ອງທ່ຽວ ຂອງມາເລເຊຍ.

SA Game
ຂປລ.

ພາຍໃນງານຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງບົດຟ້ອນພື້ນເມືອງ ແລະ ເຕັ້ນຂອງປະເທດມາເລເຊຍ, ພ້ອມທັງ ມີອາຫານທີ່ເປັນເອກະລັກ ຂອງມາເລເຊຍໄວ້ບໍລິການໃນລາຄາເໝາະສົມ ຕະຫລອດທັງງານ; ນອກນັ້ນ, ຍັງມີກິດຈະກຳຕ່າງໆ ເປັນຕົ້ນ, ການລະບາຍສີສຳລັບເດັກ, ມູມຖ່າຍຮູບ, ຮ້ານວາງສະແດງຂອງຕົວແທນການທ່ອງທ່ຽວ ແລະ ກິດຈະກຳອື່ນໆ.

ໃນໂອກາດດຽວກັນ, ການທ່ອງທ່ຽວມາເລເຊຍ ຍັງໄດ້ຈັດຊຸດສຳມະນາກ່ຽວກັບການທ່ອງທ່ຽວ ຢູ່ປະເທດມາເລເຊຍ ໂດຍໄດ້ເຊີນເອົາບັນດາ ບໍລິສັດຕົວແທນການທ່ອງທ່ຽວ ມາໂຄສະນາເຜີຍແຜ່ ກິດຈະ ກຳ, ແຜນການທ່ອງທ່ຽວ ຂອງຕົນ ກໍຄື ນຳສະເໜີສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ປະເທດມາເລເຊຍ ເປັນ ຕົ້ນ ສະຖານທີທ່ອງທ່ຽວ ທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ອື່ນໆ ຢູ່ປະເທດມາເລເຊຍ.

SA Game
ຂປລ.

ທັງນີ້, ແນໃສ່ເຮັດໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ນັກທ່ອງທ່ຽວ ຂອງ ສປປ ລາວ ໃຫ້ໄດ້ຮັບຮູ້ ແລະ ເດີນທາງໄປທ່ອງທ່ຽວ ມາເລເຊຍຫລາຍຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.