ສິນ​ຄ້າ​ຜະລິດຕະພັນລາວ ຜົນງານຈາກ ແມ່ຍິງພິການຊົນເຜົ່າ.

SA Game

ອິນ​ໄຊ​ລາວ

​ງານ​ສີ​ມື ທີ່​ມາ​ຈາກ ແມ່ຍິງພິການ ຊົນເຜົ່າ ຜະລິດຕະພັນຂອງ​ຄົນລາວ.

ການ​ສົ່ງ​ເສີມ​ໃຫ້​ແມ່​ຍິງ​ທີ່​ພິ​ການ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ ແລະ ສາ​ມາ​ຫາ​ລາຍ​ໄດ້​ໃຫ້​ຕົວ​ເອງ​ໄດ້​ຖື​ວ່າ​ເປັນ​ສິ່ງ​ທີ່​ດີ, ເຊິງຜະລິດຕະພັນເຄື່ອງປະດັບ ແລະ ຂອງຕ້ອນຂອງຝາກ ທີ່ເປັນເອກະລັກຂອງຊົນເຜົ່າລາວ ເຊິ່ງທ່ານເຫັນຢູ່ນີ້ ແມ່ນລ້ວນແລ້ວແຕ່ເປັນງານສີມືຂອງເອື້ອຍນ້ອງແມ່ນຍິງຄົນພິການ ຢູ່ທີ່ ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ທີ່ໄດ້ໃຊ້ຫົວຄິດປະດິດແຕ່ງ ແລະ ຜະລິດຂຶ້ນມາ ຈົນເປັນທີ່ຍອມຮັບຈາກກຸ່ມລູກຄ້ານັກທ່ອງທ່ຽວຊາວຕ່າງປະເທດເປັນຢ່າງດີ.

ທ່ານນາງ ພຸດອາລີ ວົງສະໃໝ, ຫົວໜ້າກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ ກ່າວວ່າ: ສູນແຫ່ງນີ້ ໄດ້ສ້າງຂຶ້ນມາຈາກແຮງບັນດານໃຈ ທີ່ເພິ່ນໄດ້ພົບເຫັນວ່າ ເຄື່ອງຫັດຖະກຳໃນລາວ ມັນຍັງບໍ່ມີຄວາມຫຼາກຫຼາຍ, ບໍ່ກົງກັບຄວາມຕ້ອງການຂອງລູກຄ້າ ແລະ ນັກທ່ອງທ່ຽວ ເຊິ່ງເພິ່ນເອງກໍເປັນຄົນພິການ ທີ່ຜ່ານອຸປະສັກນາໆ ປະການໃນການຊອກວຽກເຮັດງານທຳຢູ່ຮ່ວມນຳສັງຄົມ ເຮັດໃຫ້ຜູ້ພິການຫຼາຍຄົນຫວ່າງງານ ທັ້ງໆທີ່ເຂົາເຈົ້າມີຄວາມສາມາດຫຼາຍຢ່າງ ດັ່ງນັ້ນ, ເພິ່ນຈຶ່ງລິເລີ່ມ ໂຄງການຫັດຖະກຳ ຂອງກຸ່ມຄົນພິການ ຂຶ້ນມາແຕ່ປີ 2017.

SA Game
ອິນ​ໄຊ​ລາວ

ທ່ານນາງ ພຸດອາລີ ວົງສະໃໝ, ຫົວໜ້າກຸ່ມຫັດຖະກຳຄົນພິການ ແລະ ຊົນເຜົ່າ

ຈຸດປະສົງຫຼັກໆ ກໍເພື່ອປູກຈິດສຳນຶກໃຫ້ຄົນພິການ ຮັກສາ ແລະ ປົກປ້ອງ ສິນຄ້າຫັດຖະກຳຂອງບັນດາຊົນເຜົ່າລາວ ຕ່າງໆ ແລະ ສົ່ງເສີມຄວາມອາດສາມາດດ້ານສີມືແຮງງານ ສ້າງຄວາມເຂັ້ມແຂງຂອງເຂົາເຈົ້າ ເພື່ອສ້າງວິຊາອາຊີບ ສາມາດຫາລ້ຽງກຸ້ມຕົນເອງໄດ້. ຈາກຄວາມເອົາໃຈໃນການສ້າງສັນອອກແບບສິນຄ້າໃຫ້ມີຄວາມໂດດເດັ່ນ ແລະ ມີຄຸນນະພາບ ເຮັດໃຫ້ສິນຄ້າລາວ ອອກສູ່ຕະຫຼາດສາກົນ ແລະ ເພື່ອຊ່ວຍກັນປູກຈິດສໍານຶກໃຫ້ແກ່ຊາວໜຸ່ມລາວ ຫັນມານຳໃຊ້ເຄື່ອງຫັດຖະກຳຂອງລາວ ໃຫ້ຫຼາຍຂື້ນ.

ທ່ານນາງ ພຸດອາລີ ກ່າວອີກວ່າ: ປັດຈຸບັນ ສິນຄ້າຂອງກຸ່ມຄົນພິການພວກເຮົາ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເປັນທີ່ໜ້າພໍໍ ໃຈຫຼາຍທີ່ຄົນພິການລາວເຮົາ ກໍໍມີສ່ວນຮ່ວມໃນການພັດທະນາປະເທດ ສາມາດຜະລິດສິນຄ້າລາວ ທີ່ມີຄຸນນະພາບອອກສູ່ຕະຫຼາດໄດ້.

ໃນໄລຍະຜ່ານມາ ທາງສູນແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ສະຖານທູດອອສເຕເລຍ, ສະມາຄົມແມ່ຍິງ ປະເທດຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫຼືອສ້ອມແປງອາຄານສະຖານທີ່, ຊ່ວຍສົ່ງເສີມການຝຶກທັກສະດ້ານຕັດຫຍິບ, ເຮັດສວນຜັກ ແລະ ລ້ຽງສັດ.

SA Game
ອິນ​ໄຊ​ລາວ

ສ່ວນຄ່າໃຊ້ຈ່າຍ, ອາຫານ, ຄ່ານ້ຳ, ຄ່າໄຟ, ຄ່າເຊົ່າ, ເງິນເດືອນທີມງານ ແລະ ບໍລິຫານຕ່າງໆ ແມ່ນໄດ້ມາຈາກລາຍໄດ້ຂອງຜະລິດຕະພັນ ແລະ ເງິນສ່ວນໂຕ (ຫາກເດືອນໃດຂາຍເຄື່ອງນ້ອຍຫຼຸດເປົ້າ), ແຕ່ການສ້າງກຸ່ມໃນ 2 ປີທຳອິດ ແມ່ນໃຊ້ງົບສ່ວນຕົວທັງໝົດ.

“ເຮັດໂຄງການຊ່ວຍສັງຄົມມັນບໍ່ງ່າຍ ແຕ່ກະບໍ່ແມ່ນອຸປະສັກໃນອຸດົມການຂອງຂ້ອຍ” ພຸດອາລີ ກ່າວ. ພ້ອມທັງຂໍເປັນແຮງບັນດານໃຈໃຫ້ແກ່ເອື້ອຍນ້ອງແມ່ຍິງທຸກຄົນ ໃຫ້ຜ່ານຜ່າອຸປະສັກຕ່າງໆ ໄປນຳກັນຈົນປະສົບຜົນສຳເລັດ.

ສູນຫັດຖະກຳ ຄົນພິການ ແລະ ຊົນເຜົ່າ ຕັ້ງຢູ່ບ້ານ ສາລະຄຳ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ແລະ ມີຮ້ານຈຳໜ່າຍ ຊື່ຮ້ານຊົນເຜົ່າ ຢູ່ຕໍ່ໜ້າກັບ ວັດມີໄຊ, ປັດຈຸບັນ ຢູ່ສູນມີສະມາຊິກທັງໝົດ 28 ຄົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.