ຕາດຄອນແກ້ວ ແຫຼ່ງທ່ອງທ່ຽວເມືອງຫີນບູນທີ່​ຕ້ອງ​ໄດ້​ໄປ​ສຳ​ພັດ

SA Game

ເສດ​ຖະ​ກິດ-ສັງ​ຄົມ.

ມາ​ຮູ້​ຈັກ​ກັ​ບ​ອີກ​ໜຶ່ງ​ແຫຼ່ງ​ທ່ອງ​ທ່ຽວ ຕາດຄອນແກ້ວ ແຫຼ່ງທ່ອງທ່ຽວເມືອງຫີນບູນທີ່​ຕ້ອງ​ໄດ້​ໄປ​ສຳ​ພັດ

ຖ້າ​ຈະ​ເວົ້າ​ແລ້ວ ແຂວງຄໍາມ່ວນ ເປັນແຂວງໜຶ່ງຊຶ່ງຕັ້ງຢູ່ທາງພາກກາງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆ ແຫ່ງທີ່ມີຄວາມສວຍງາມ ແລະເປັນທີ່ໜ້າຄົ້ນຫາ ແລະ ມີຊື່ສຽງດ້ານການທ່ອງທ່ຽວບໍ່ວ່າຈະເປັນການທ່ອງທ່ຽວທຳມະຊາດປະຫວັດສາດ ແລະວັດທະນະທຳແຕ່ລະເມືອງລ້ວນແຕ່ມີທ່າແຮງໃນດ້ານການທ່ອງທ່ຽວ ແລະໂດດເດັ່ນຂອງແຂວງທີ່ຫຼາກຫຼາຍສຳຄັນຍັງມີສະຖານທີ່ຄອຍໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມບໍ່ວ່າຈະເປັນທາງທຳມະຊາດ ແລະປະຫວັດສາດອັນເປັນທີ່ນີຍົມຂອງຜູ້ຄົນທາງພາຍໃນ ແລະຕ່າງປະ ເທດ.

ຕາດຄອນແກ້ວ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານຄອນແກ້ວ, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກທີ່ 13 ໃຕ້. ຫາງຈາກ ຕົວເມືອງ 18 ກິໂລແມັດ ເໜາະສຳລັບກິນເຂົ້າປ່າ ແລະ ຫຼິ້ນນ້ຳ ທີ່ມີຄວາມມ່ວນຊື່ນ ນິຍົມຊົມຊອບໃນການລອຍຫຼິ້ນ. ວັງນ້ຳເລິກ 5 ແມັດ. ລັກສະ ນະຂອງຕາດນີ້ ມີນ້ຳຕົກສອງລະດັບຈາກສອງຈຸດຕ່າງກັນປະມານ 100-150 ແມັດ. 
SA Game
ເສດ​ຖະ​ກິດ-ສັງ​ຄົມ.

ຈຸດທີ່ 1: ເປັນຄູຫີນຕັນນ້ຳຄອນແກ້ວ, ຍາວປະມານ 40–50 ແມັດ, ສັນແກ້ງສູງປະມານ 3 ແມັດ (ລວງສູງຂອງນ້ຳຕົກຕາດໃນເດືອນພະຈິກ-ມິຖຸນາ) ກວ້າງປະມານ 3-4 ແມັດ, ເລິກປະມານ 7 ແມັດ, ນ້ຳຢູ່ວັງນີ້ເປັນສີຟ້າໃສ. ຫ່າງຈາກຈຸດທີ່ໜຶ່ງ ຂຶ້ນໄປຕາມສາຍນ້ຳຄອນແກ້ວປະມານ 30 ແມັດ, ກໍ່ຈະມີວັງນ້ຳເລິກປະມານ 8 ແມັດ ທັງສອງວັງນ້ຳເປັນວັງທີ່ມີປາຫລາຍ, ສ່ວນວັງທີ່ຢູ່ຕໍ່ໜ້າຕາດນັ້ນເປັນວັງສະຫງວນ. 

 ຈຸດທີ່ 2: ຫ່າງຈາກຈຸດທີໜຶ່ງລົງມາປະມານ 100 -150 ແມັດ, ເປັນແກ້ງຫີນຍາວຕະຫຼອດຈົນຮອດຈຸດນ້ຳຕົກຕາດຄອນແກ້ວ, ຈຸດທີ່ສອງເປັນ ນ້ຳຕົກແບ່ງອອກເປັນ 3 ແງ່ ແລະ ຍັງມີປ່າໄຄ້ປະດັບເພີ່ມຄວາມສວຍງາມຂຶ້ນຕື່ມ. ຕາດຄອນແກ້ວ ຫຼື ບ້ານຄອນແກ້ວເອີ້ນຕາມຕຳນານນິທານວ່າ: ໄກ່ແກ້ວຂອງພະຍາມານອນຄອນຢູ່ບໍລິເວນນັ້ນ.

ດັ່ງນັ້ນ ຈະເອີ້ນໃຫ້ຖືກຕາມຕຳນານດັ່ງກ່າວກໍ່ແມ່ນວ່າ: ບ້ານຄອນໄກ່ແກ້ວ, ຕາດຄອນແກ້ວນ້ຳຄອນແກ້ວໄຫຼຕົກໃສ່ນ້ຳປະກັນ.​

SA Game
ເສດ​ຖະ​ກິດ-ສັງ​ຄົມ.

ຕາດຄອນແກ້ວເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງຈະມີຄວາມຮູ້ສຶກໂລດວ່າເຕັມອີ່ມກັບສະພາບແວດລ້ອມທີ່ສວຍງາມ ແລະມີໂງ້ນຫີນເກາະກ່າຍນັ້ນ, ນໍ້າໃສເຢັນໆໄຫຼຜ່ານຕະຫຼອດໃນຊ່ວງລະດູຝົນ, ອ້ອມສອງຝາກຕາດຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້.

ຕາດຄອນແກ້ວ ຫຼືບ້ານຄອນແກ້ວເອີ້ນຕາມຕຳນານນິທານວ່າ: ໄກ່ແກ້ວຂອງພະຍາມານອນຄອນຢູ່ບໍລິເວນນັ້ນ, ດັ່ງນັ້ນຈະເອີ້ນໃຫ້ຖືກຕາມຕຳນານດັ່ງກ່າວກໍ່ແມ່ນ ວ່າ: ບ້ານຄອນໄກ່ແກ້ວ, ຕາດຄອນແກ້ວນໍ້າຄອນແກ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເສດ​ຖະ​ກິດ-ສັງ​ຄົມ.