​ຊິ​ວິດນັກສຶກສາຫໍ​ພັກ ແລະ ຄວນ​ຈະໃຊ້ຊີວິດແບບໃດໃນຫໍພັກ

SA Game

ອິນ​ໄຊ​ລາວ

​ມາ​ເບິງຊິ​ວິດການ​ເປັນ​ຢູ່​ຂອງນັກສຶກສາຫໍ​ພັກ ແລະ ໃຊ້ຊີວິດແບບໃດໃນຫໍພັກ?

ສຳ​ລັບ​ນັກ​ຮຽນ​ນັກ​ສືກ​ສາ​ຫລາຍ​ໆ​ຄົນ​ທີ່​ມາ​ຈາກ​ຕ່າງ​ແຂວງ ຫລື ເຂດ​ຫ່າງ​ໄກ​ຈາກ​ຕົວ​ເມືອງ​ສ່ວນ​ຫລາຍ​ກໍ​ຈະ​ເຂົ້າ​ມາ​ອາ​ໄສ​ຢຸ່​ນຳ​ຫໍ​ພັກ, ເນື່ອງ​ຈາກ​ບໍ່​ມີ​ສະ​ຖານ​ທີ່​ພັກ​ເຊົາ ແລະ ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ຫໍ​ພັກ​ກໍ​ຈະ​ຖືກກວ່າ​ບ່ອນ​ອື່ນ,  ແລະ ໂຄວິດ-19 ເປັນອີກສ່ວນໜຶ່ງ ທີ່ສົ່ງຜົນກະທົບກັບການໃຊ້ຊີວິດປະຈຳວັນຂອງຄົນເຮົາ, ລວມທັງນັກສຶກສາໃນຫໍພັກ ທີ່ຕ້ອງໄດ້ມີການປັບຕົວຫຼາຍຂຶ້ນໃນການໃຊ້ຊີວິດຢູ່ໃນຫໍພັກ. ຈາກການໃຫ້ສຳພາດຂອງນັກສຶກສາບາງສ່ວນ, ບາງຄະນະ ທີ່ໄດ້ໃຫ້ທັດສະນະກ່ຽວກັບການໃຊ້ຊີວິດໃນຫໍພັກ ສ່ວນຫຼາຍກໍຈະເປັນບັນດານັກສຶກສາທີ່ມາຈາກຕ່າງແຂວງງ, ຕ່າງເມືອງທີ່ອາໄສຢູ່.

ຕາມການໃຫ້ສຳພາດຂອງ ນາງ ຫັດສະດີ ແພງຄຳຫຼ້າ ໃຫ້ຮູ້ວ່າ ການໃຊ້ຊິວິດໃນຫໍພັກນັກສຶກສາ ໄດ້ສອນໃຫ້ເຮົາເປັນຜູ້ໃຫຍ່ຂຶ້ນ, ຮູ້ຈັກຕັດສິນໃຈດ້ວຍໂຕເອງ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ ເຖິງວ່າຈະໄດ້ຮັບຜົນກະທົບກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຮົາກໍຕ້ອງຢູ່ໃຫ້ໄດ້ ເພື່ອເປົ້າໝາຍສູງສຸດຂອງເຮົາ.

SA Game
ອິນ​ໄຊ​ລາວ

ສ່ວນທ້າວ ບີບີ້ ຄຳມີໄຊ, ໄດ້ໃຫ້ທັດສະນະວ່າ ຢູ່ຫໍພັກຫຼາຍຄົນຕ້ອງໄດ້ທຳຄວາມຂົ້າໃຈກັນຢ່າງເລິກເຊິ່ງ, ຈະຊື້ອາຫານແຕ່ລະຄາບ ຕ້ອງແບ່ງກັນອອກຕະຫຼາດ ເພື່ອຄວາມສະມັກຄີ ແລະ ຄວາມສະເໝີພາບກັນ ເຖິງວ່າຈະມີຄວາມຫຍຸ້ງຍາກແດ່ ເຮົາກໍຕ້ອງມີຄວາມອົດທົນ.

ນອກຈາກນີ້ ກໍຍັງມີນ້ອງໆ ນັກສຶກສາຂອງຫໍພັກໃນບາງສ່ວນ ທີ່ບໍ່ປະສົງອອກນາມ ກໍໄດ້ກ່າວໃຫ້ຮູ້ກ່ຽວກັບການໃຊ້ຊີວິດໃນຫໍພັກ ເຮັດໃຫ້ຮູ້ຈັກການປັບຕົວເຂົ້າຫາກັນ, ປັບຕົວເຂົ້າກັບສະພາບແວດລ້ອມທີ່ບໍ່ເຄີຍພົບມາກ່ອນ ຄືການຢູ່ກັບຄົນຕ່າງຖິ່ນໃນຫຼາຍໆ ເຜົ່າຫຼາຍໆ ແຂວງມາລວມກັນບໍ່ວ່າຈະເປັນພາກເໜືອ, ພາກກາງ ແລະ ພາກໃຕ້.

ເຖິງຢ່າງໃດກໍຕາມ ການຢູ່ຫໍພັກກໍມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເຊັ່ນເລື່ອຂໍ້ສະດວກ: ແມ່ນຢູ່ໃກ້ກັບໂຮງຮຽນ, ຢູ່ໃກ້ກັບຕະຫຼາດ, ເສຍຄ່າຫ້ອງຖືກ ແລະ ປະຍັດລາຍຈ່າຍອີກດ້ວຍ. ສ່ວນຂໍ້ຫຍຸ້ງຍາກ: ແມ່ນບໍ່ມີຄວາມເປັນສ່ວນຕົວ, ເວລາອອກໄປເຮັດວຽກເສີມກໍບໍ່ສະດວກ, ບໍ່ສາມາດແຕ່ງກິນໃນຫ້ອງໄດ້, ນ້ຳໃຊ້ ແລະ ໄຟຟ້າມາບໍ່ປົກກະຕິ.

ສຳລັບເວລາວ່າງຂອງນັກສຶກສາຫໍພັກ ສ່ວນຫຼາຍ ຈະມັກຫຼິ້ນກິລາຢູ່ພາຍໃນຮົ້ວໂຮງຮຽນເຊັ່ນ: ແລ່ນອອກກຳລັງກາຍ, ຕີດອກປີກໄກ່, ຕີບານ, ເຕະບານ ແລະ ເຕະກະຕໍ້ ເປັນຕົ້ນ.

SA Game
ອິນ​ໄຊ​ລາວ

ສ່ວນວິທີຄາຍຄຽດ ຫຼື ຄາຍຄວາມກົດດັນຈາກການຮຽນມາ ມັກຈະປຶກສາກັບໝູ່, ຟັງເພງ ຫຼື ຫຼິ້ນເກມ ມັນສາມາດຄາຍຄວາມຄຽດໄດ້ໃນຊ່ວງໄລຍະ ແລະ ສິ່ງທີ່ຄວນລະວັງໃຫ້ຫຼາຍໃນການຢູ່ນຳຫຼາຍຄົນຄື: ການຂີ້ລັກມັກຈົກ, ຄວາມລອບຄອບໃນການໃຊ້ໄຟຟ້າ ແລະ ຄວນລະວັງໃຫ້ຫຼາຍຄືຄໍາເວົ້າຄໍາຈາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ