ສິນຄ້າຈາກທົ່ວ​ ສ​ປ​ປ ລາວ ກຽມເຂົ້າຮ່ວມວາງສະແດງສິນຄ້າລາວ 2020.

SA Game

ພາບ​: laoedaily.com.la

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງຜູ້ປະກອບການຈາກ 18 ແຂວງ ​ທີ່ເປັນ​ຜົນ​ຜະ​ລິດສິນຄ້າລາວ 2020.

ທີ່ສູນການຄ້າລາວ-ໄອເຕັກ ມີ​ຖະແຫຼງຂ່າວກຽມຈັດງານສະແດງສິນຄ້າລາວປະຈໍາປີ 2020,  ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າຂອງລາວ ໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ກົມສົ່ງເສີມການຄ້າກະຊວງ ອຸດສາຫະກຳ ແລະ ການຄ້າ  .

ໃນວັນທີ 10 ທັນວາ 2020 ທີ່​ຜ່ານ​ມາ ໄດ້​ມີ​ການ​ຖະ​ແຫລ​່ງ​ການ ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ( ສຄອຊ) ເຂົ້າຮ່ວມຂອງທ່ານ ສີສັງຄົມ ໂຄດໂຍທາ ຮອງກົມສົ່ງເສີມການຄ້າ, ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານ ສຄອຊ ມີຜູ້ປະກອບການ ພາກທຸລະກິດເຂົ້າຮ່ວມ.

SA Game
ພາບ​: laoedaily.com.la

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ປະເທດເຮົາໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19 ເພື່ອເປັນການກະຕຸ້ນເສດຖະກິດພາຍໃນ ຊຸກຍູ້ໃຫ້ມີການໃຊ້ຈ່າຍ ແລະ ການບໍລິການ ພາຍໃນປະເທດໃຫ້ຫຼາຍຂຶ້ນ ພ້ອມທັງເປັນການສົ່ງເສີມການຜະລິດພາຍໃນ ແລະ ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ, ສຄອຊ ຮ່ວມກັບ ສຄອ ນະຄອນຫຼວງວຽງຈັນ ແລະ ສຄອ ບັນດາແຂວງ, ສະມາຄົມ, ກຸ່ມທຸລະກິດ ໄດ້ຈັດງານຜະລິດຕະພັນລາວຂຶ້ນ 2020 ຫຼື Made in Laos 2020ເຊິ່ງຈະຈັດຂຶ້ນໃນວັນທີ 25 ທັນວາ 2020 ຫາ 3 ມັງກອນ 2021 ທີ່ສູນການຄ້າລາວ-ໄອເຕັກນະຄອນຫຼວງວຽງຈັນ.

ພາຍໃນງານມີການສະແດງສິນຄ້າທີ່ຫຼາກຫຼາຍ 100 ກວ່າບໍລິສັດຈາກທຸກແຂວງ ແລະ ຫຼາຍກວ່າ 220 ຫ້ອງວາງສະແດງ ເຊິ່ງຈະມີຜະລິດຕະພັນທີ່ເປັນເອກະລັກ ແລະ ຜະລິດຕະພັນໃໝ່ໆທີ່ຈະນໍາມາສະເໜີໃນງານ. ພ້ອມນັ້ນຍັງມີກອງປະຊຸມສໍາມະນາໃຫ້ຄວາມຮູ້ແກ່ຜູ້ປະກອບການທາງດ້ານ E Commerce, ການເຂົ້າຫາແຫຼ່ງທຶນ, ການປັບຕົວໃນສະພາບ New Normal ກອງປະຊຸມພົບປະທຸລະກິດ ແລະ ອື່ນໆ.

ທ່ານ ສີສັງຄົມ ໂຄດໂຍທາ ກ່າວວ່າ: ງານດັ່ງກ່າວ ມີຄວາມສໍາຄັນຢ່າງຍິ່ງ ເພື່ອຮວບຮວມເອົາຜະລິດຕະພັນສິນຄ້າທີ່ເປັນພູມປັນຍາຂອງຄົນລາວເຮົາ ຜະລິດໃນປະເທດລາວເຂົ້າມາລວມໂຕກັນເຊິ່ງເປັນອັນພົ້ນເດັ່ນຫຼາຍ, ພ້ອມນັ້ນຈະມີກິດຈະການດ້ານການບໍລິການທ່ອງທ່ຽວ ແລະ ມີຫຼາຍກວ່າ 10ກິດຈະການທີ່ປິ່ນອ້ອມເຂົ້າມາລວມໂຕກັນ ເພື່ອໃຫ້ລູກຄ້າໄດ້ເຂົ້າມາຈັບຈ່າຍຊື້ຂາຍສິນຄ້າ ໂດຍຄາດຄະເນມີຜູ້ເຂົ້າທ່ຽວຊົມ 8-10 ພັນຄົນຕໍ່ວັນ ແລະ ມີເງິນສະພັດພາຍໃນງານ 3,5ຫາ4 ຕື້ກີບຕໍ່ວັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la