ຂອບ​ໃຈ! ຫວຽດນາມຊ່ວຍ​ໄພ​ນ້ຳ​ຖ້ວມ ສ​ປ​ປ ລາວ ມອບເຂົ້າສານ 1 ພັນໂຕນ.

SA Game

ພາບ​: laoedaily.com.la

ຫວຽດນາມຊ່ວຍ​ເຫລືອເຂົ້າສານ 1 ພັນໂຕນ ຊ່ວຍ​ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ ສ​ປ​ປ ລາວ.

ຈາກ​ການ​ທີ່ ປະ​ຊາ​ຊົນ​ລາວ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຊວງ​ເດືອນ​ທີ່​ຜ່ານ​ມາເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ເຂດ​ພາກ​ໃຕ້​ໄດ້​ຮັບ​ຄວາມ​ລຳ​ບາກ​ຊັບ​ສິນ​ເຂົ້າ​ຂອງ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ ແລະ ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ລັດ​ຖະ​ບານ ແລະ ນ້ຳ​ໃຈ​ຈາກ​ແຫລ່ງ​ອື່ນໆ.

ລ້າ​ສຸດໃນວັນທີ 2 ທັນວາ 2020 ຜ່ານ​ມາ, ທີ່ດ່ານສາກົນແດນສະຫວັນ – ລາວບາວ, ຕາງໜ້າໃຫ້ຄະນະພັກ – ລັດ ແລະ ປະຊາຊົນຫວຽດນາມ ນຳໂດຍ ທ່ານ ຟາມ ຫວຽດ ຮ່າ ຮອງຜູ້ອຳນວຍການພະແນກຄຸ້ມຄອງຄັງສຳຮອງ ກົມສຳຮອງແຫ່ງລັດ ກະຊວງການເງິນ ແລະ ທ່ານ ນາງ ຫງວຽນ ທິ ໂຟ໋ ຫຍາງ ຫົວໜ້າຄັງສຳຮອງແຫ່ງລັດ ກະຊວງການເງິນ ສສ ຫວຽດນາມ ພ້ອມຄະນະ ໄດ້ນຳເອົາເຂົ້າສານ 1 ພັນໂຕນ ມາມອບໃຫ້ແຂວງສະຫວັນນະເຂດ.

SA Game
ພາບ​: laoedaily.com.la

ຕາງໜ້າຮັບເຂົ້າໃນຄັ້ງນີ້ໂດຍ ທ່ານ ບຸນລົບ ໂຄດຫຼັກຄຳ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານເຈົ້າເມືອງພີນ, ຮອງເຈົ້າເມືອງເຊໂປນ, ພ້ອມຄະນະຫ້ອງວ່າການປົກຄອງແຂວງ, ພະແນກການຕ່າງປະເທດ ແລະ ຄະນະດ່ານສາກົນແດນສະຫວັນ ກໍຄືບັນດາຄະນະກຳມະການຕ້ານ ແລະ ຄວບຄຸມໄພພິບັດຂັ້ນແຂວງ.

ທ່ານ ຟາມ ຫວຽດ ຮ່າ ກ່າວວ່າ: ເຂົ້າສານທັງໝົດ 1 ພັນໂຕນ ເປັນເຂົ້າສານຈ້າວ ເຊິ່ງນຳມາມອບໃຫ້ແກ່ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍແມ່ນປະຊາຊົນແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຕົວຈິງຈາກໄພນ້ຳຖ້ວມໃນເດືອນຕຸລາຜ່ານມາ ໂດຍແມ່ນນ້ຳໃຈຈາກພັກ – ລັດ ແລະ ປະຊາຊົນຫວຽດນາມທຸກຄົນ ນຳມາມອບໃຫ້ປະຊາຊົນແຂວງສະຫວັນນະເຂດ, ທັງເປັນການຮັກສາມູນເຊື້ອຄວາມສາມັກຄີພິເສດແບບອ້າຍນ້ອງໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

ໂອກາດນີ້, ທ່ານ ບຸນລົບ ໂຄດຫຼັກຄຳ ໄດ້ຕາງໜ້າໃຫ້ອຳນາດການປົກຄອງແຂວງ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ໂດຍສະເພາະກໍແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ສະແດງຄວາມຂອບໃຈຢ່າງສູງຕໍ່ການນຳພັກ -ລັດ ແລະ ປະຊາຊົນຫວຽດນາມທຸກຄົນ ທີ່ເຫັນໄດ້ຄວາມຈຳເປັນ ແລະ ຄວາມເດືອດຮ້ອນຂອງປະຊາຊົນຜູ້ທີ່ໄດ້ຮັບຜົນກະ ທົບ.

ທາງອຳນາດການປົກຄອງ  ແຂວງ ກໍຄືຄະນະກຳມະການ ຕ້ານ ແລະ ຄວບຄຸມໄພພິບັດຂັ້ນແຂວງ ກໍໄດ້ມີການແບ່ງປັນຕາມຜົນເສຍຫາຍຕົວຈິງຂອງປະຊາຊົນ ແລະ ແຈກຢາຍເຂົ້າທີ່ມອບລົງໃຫ້ແຕ່ລະເມືອງ.

ໄດ້ແບ່ງປັນໄປໃຫ້ປະຊາຊົນຕາມບ້ານຕ່າງໆທີ່ໄດ້ຮັບຜົນກະທົບຕົວຈິງ ຄື: ແບ່ງປັນໃຫ້ເມືອງເຊໂປນ 125 ໂຕນ, ເມືອງວິລະບູລີ 120 ໂຕນ, ເມືອງນອງ 120 ໂຕນ, ເມືອງພີນ 120 ໂຕນ, ເມືອງຈຳພອນ 150 ໂຕນ, ເມືອງສອງຄອນ 125 ໂຕນ, ເມືອງຊົນນະບູລີ, 150 ໂຕນ ແລະ ເມືອງທ່າປາງທອງ 90 ໂຕນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la