ວັດໄຕນ້ອຍ ກັບ​ປະ​ຕິ​ມະ​ກຳ​ອັນ​ສວຍ​ງາມວັດວາອາຣາມໃນເຂດກຳແພງເມືອງ

SA Game

ຄັງ-ສາງ Kung-Sung

ມ​າ​ຮູ້​ຈັກ​ກັບ ວັດໄຕນ້ອຍ ໜຶ່ງໃນວັດວາອາຣາມໃນເຂດກຳແພງເມືອງຊັ້ນນອກນະ​ຄອນ​ຫລວງວຽງ​ຈັນ.

ໃນ ສ​ປ​ປ ລາວ ມີ​ຮີດ​ຄອງ​ປະ​ເພ​ນີ​ທີ່​ຫລາກ​ຫລາຍ, ມີ​ວັດ​ຖະ​ນາ​ທຳ​ອັນ​ສວຍ​ງາມ ແລະ ສ່ວນ​ຫລາຍ​ມີ​ຄວາມ​ນັບ​ຖື​ໄປ​ທາງ​ພຸດ​ທະ​ສາດ​ສະ​ໜາ, ໂດຍ​ໃນ​ປະ​ເທດ​ລາວ​ມີ​ວັດ​ວາ​ອາ​ຮາມ​ຫລາຍໆ​ແຫ່ງ ແລະ ແຕ່​ລະ​ແຫ່ງ​ແຕ່​ລະ​ເຂດ​ແຂວງ​ກໍ​ມີ​ເອ​ກະ​ລັກ​ ແລະ ສວຍ​ງາມ​ແບບ​ທີ່ເປັນ​ຂອງ​ຕົນ​ເອງ, ໃນ​ນະ​ຄອນ​ຫລວງວຽງ​ຈັນ​ເອງ​ກໍ​ມີ​ວັດ​ວາ​ອາ​ຮາມ​ຈ່ຳ​ນວນ​ຫລວງ​ຫລາຍ​ເຊັ່ນ​ກັນ ແລະ ແຕ່​ລະ​ວັດ​ກໍ​ມີ​ທັງ​ປະ​ຫວັດ​ຄວາມ​ເປັນ​ມາ ແລ​ະ ສວຍ​ງາມ​ແຕກ​ຕ່າງ​ກັນ.

ຫາກ​ຈະ​ເວົ້າ​ເຖ​ິງວັດ​ໄຕ​ນ້ອຍ​ແລ້ວ ເມື່ອກ່ອນວັດແຫ່ງນີ້, ເຄີຍເປັນວັດທີ່ເຈົ້າມະຫາອຸປະຣາຊເພັດຊະຣາຊ ເຄີຍອຸປະຖຳຄ້ຳຊູ ແລະ ຊ່ວຍເຫຼືອໃນການປະຕິສັງຂອນວັດ​ແຫ່ງ​ນີ້ ແລະ ທີ່ສຳຄັນ ໃນວັດໄຕນ້ອຍນີ້ ຍັງເປັນບ່ອນປະດິດສະຖານຂອງພຣະພຸດທະຮູບທອງສຳຣິດທີ່ເມື່ອກ່ອນ ປະດິດສະຖານຢູ່ໜ້າກົມມະລຽນຂອງວັດສີສະເກດ, ​ເຊິງ​ປະ​ຈຸ​ບັນ​ນີ້, ວັດໄຕນ້ອຍ ຣັດຕະນະມຸງຄຸນ ຕັ້ງຢູ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

SA Game
ຄັງ-ສາງ Kung-Sung

ພຣະທອງສຳຣິດອົງນີ້ ເມື່ອກ່ອນເປັນພຣະປະທານຂອງວັດກາງ (ບໍລິເວນໂຮງແຮມລ້ານຊ້າງປັດຈຸບັນນີ້) ເຊິ່ງວັດກາງເປັນວັດທີ່ຮຸ່ງເຮືອງເຫຼືອງເຫຼືອມຂອງພຣະພຸດທະສາສະໜາ ໃນຍຸກຂອງເຈົ້າສຸຣິຍະວົງສາ ທັມມິກກະຣາຊ ຄສ 1618-1695 ພຣະອົງນີ້ແມ່ນມີຮູບຮ່າງລັກສະນະ ທັງພຣະພັກ ຕັ້ງແຕ່ເກດຮອດພຣະບາທນັ້ນ ແມ່ນເພິ່ນຄົງຖອນແບບອອກມາຈາກ ພຣະເຈົ້າໃຫຍ່ອົງຕື້ ຂອງວັດອົງຕື້ ມະຫາວິຫາຣ ຕ່າງແຕ່ຂອງໜາດຂອງພຣະອົງນີ້ຈະນ້ອຍກວ່າພຣະເຈົ້າອົງຕື້

SA Game
ຄັງ-ສາງ Kung-Sung

ເມື່ອເມືອງວຽງຈັນໄດ້ມີການບູຣະນະປະຕິສັງຂອນຈາກການທີ່ເປັນເມືອງຮ້າງຢ່າງເປັນຈິງເປັນຈັງ ເຊິ່ງບັນດາວັດວາອາຮາມໃນເຂດນອກກຳແພງເມືອງເຊັ່ນ : ວັດສີຖານ, ວັດຊຽງແວ່, ວັດຫົວເມືອງ, ວັດຂຸນຕາ, ວັດອູບມຸງ, ວັດໄຕນ້ອຍ, ວັດໄຕໃຫຍ່, ວັດໂພນໄຊ , ວັດໂພນພະເນົາ , ວັດໜອງບອນ, ວັດທາດຫລວງ ແລະ ວັດອື່ນໆອີກລວມປະມານ 40 ກວ່າວັດແມ່ນໄດ້ມີການບູຣະນະປະຕິສັງຂອນຄືນໃນປີ ຄສ 1954 ເປັນຕົ້ນມາ

SA Game
ຄັງ-ສາງ Kung-Sung

ນອກຈາກນີ້, ວັດໄຕນ້ອຍ ແລະ ວັດໄຕໃຫຍ່ ກໍ່ເປັນວັດທີ່ກ່ຽວພັນກັນມາແຕ່ໃນອະດິດ ເພາະໃນຍາມຮອດບຸນນະມັດສະການພຣະທາດຫລວງ ເວລາແຫ່ຜາສາດເຜິ້ງ ທັງ 2 ວັດກໍ່ຈະມີການແຫ່ຜາສາດເຜິ້ງໄປຫາກັນ ຄ້າຍຄືວັດອົງຕື້ ກັບ ວັດອິນແປງ ແຕ່ດຽວນີ້ວັດໄຕນ້ອຍແມ່ນບໍ່ມີການແຫ່ຜາສາດເຜິ້ງ ໃນຍາມບຸນນະມັດສະການພຣະທາດຫລວງແລ້ວ

SA Game
ຄັງ-ສາງ Kung-Sung

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຄັງ-ສາງ Kung-Sung