ຈາ​ລຶກບັ້ນຮົບນໍ້າບາກ ແລະ ສ້າງ ອະນຸສາວະລີ ບັ້ນຮົບນໍ້າບາກ

SA Game

Media Laos

ສຳຫຼວດພື້ນທີ່ຂະບວນຄາລາວານຕາມຮ່ອງຮອຍບັ້ນຮົບນໍ້າບາກ ສ້າງເປັນ ອະນຸສາວະລີ ບັ້ນຮົບນໍ້າບາກ

ວັນທີ 24-25 ມິນາ 2022 ນີ້,  ໄດ້ມີ​ການລົງສຳຫຼວດພື້ນທີ່ດີນລັດຂອງເມືອງນ້ຳບາກ ແຂວງລວງພະບາງ ເພື່ອກະກຽມສ້າງເປັນສວນອຸທິຍານຊາວໜຸ່ມ ແລະອະນຸສາວະລີ ບັ້ນຮົບນໍ້າບາກ. ໂດຍໄດ້ຮັບການຕ້ອນຮັບຈາກສະຫາຍ ສົມຫວັງ ພອນຄຳວົງສາ ເລຂາພັກເມືອງ ເຈົ້າເມືອງເມືອງນໍ້າບາກ, ມີຮອງເຈົ້າເມືອງ ແລະ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການຫວນຄືນມູນເຊື້ອອັນພິລະອາດຫານຂອງປະຊາຊົນຊາວລາວບັນດາເຜົ່າ ໂດຍສະເພາະ ຊາວເມືອງນໍ້າບາກ ,ໃນການຕໍ່ສູ້-ກູ້ຊາດ ຕ້ານກັບຈັກກະພັດ ແລະ ລູກມືຂາຍຊາດ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ສົມທົບກັບຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງຫຼວງພະບາງ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ. ໃນການຈັດຂະບວນການຄາລາວານຕາມຮ່ອງຮອຍປະຫວັດສາດ ບັ້ນຮົບນ້ຳບາກ ໃນທ້າຍປີ 2022 ນີ້.

SA Game
Media Laos

ສະນັ້ນ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງ ຈຶ່ງໄດ້ສົມທົບກັບບໍລິສັດ ເຮີລີເທດ ສະຕູດີໂອ ອອກແບບ ລົງໄປສຳຫຼວດ ພື້ນທີ່ດີນລັດຂອງເມືອງນ້ຳບາກ ( ເຂດພູຈອມແຈ້ງ ) ເພື່ອຈະສ້າງເປັນສວນອຸທິຍານຂອງຊາວໜຸ່ມເມືອງນ້ຳບາກ ແລະອະນຸສາວະລີ ບັ້ນຮົບນ້ຳບາກ, ເຊິ່ງມີເນື້ອທີ່ທັງໝົດ 16.25 ເຮັກຕາ.

ຜ່ານການສຳຫຼວດຕົວຈີງ ເຫັນວ່າເນື້ອທີ່ດີນດັ່ງກ່າວ ແມ່ນມີຄວາມເໝາະສົມ ໃນການສ້າງສວນອຸທິຍານ ແລະອະນຸສາວະລີ, ແຕ່ກໍປາສາຈາກບໍ່ໄດ້ສີ່ງທີ່ກີດຂວາງ ແລະເປັນອຸປະສັກຈຳນວນໜຶ່ງໃນພື້ນທີ່ ເປັນຕົ້ນແມ່ນການຕັ້ງທີ່ຢູ່ອາໄສ, ປູກຕົ້ນໄມ້ກີນໝາກ. ພ້ອມກັນນີ້ ຍັງໄດ້ປຶກສາຫາລືກ່ຽວກັບສະຖານທີ່ປະຫວັດສາດ ເປັນຕົ້ນແມ່ນບັນດາຖໍ້າແຫ່ງການປະຕິວັດ ປະກອບມີ:

ຖ້ຳຫົງຄຳ, ຖ້ຳຜາບໍ, ຖ້ຳພະເຈົ້າ, ຖ້ຳຜາເປັດ, ຖ້ຳຜາຍອນ, ຖ້ຳຫ້ວຍອຸ່ນ, ຖ້ຳຜາເຖີບ, ສ່ວນບ້ານການປະຕິວັດ ແລະ ບ້ານວັດທະນະທຳ ປະກອບມີບ້ານນາຍາງໃຕ້, ບ້ານລີ່ ແລະ ຍັງມີສະຖານທີ່ທ່ອງທ່ຽວທຳມະຊາດອີກຈຳນວນໜຶ່ງ.

SA Game
Media Laos

ໃນຕອນເຊົ້າຂອງວັນທີ 25 ມິນາ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງ ລົງເຮັດວຽກກັບຄະນະບໍລິຫານງານຊາວໜຸ່ມເມືອງງອຍ ພ້ອມທັງໄປສຳຫຼວດຖ້ຳປະຫວັດສາດທ່ານຜູ້ນຳ, ສຳຫຼວດກ່ຽວກັບບ້ານພັກ, ລີສອດ ແລະ ຮ້ານອາຫານ ອີກດ້ວຍ. ໃນວັນດຽວກັນນີ້, ທາງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງ ຍັງໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ຄອບຄົວຕົວແບບການລ້ຽງປາ ເປັນສິນຄ້າ, ເຊິ່ງແມ່ນຄອບຄົວຕົວແບບທີ່ດີເດັ່ນຂອງເມືອງນໍ້າບາກ, ສາມາດລ້ຽງປາສະໜອງເຂົ້າສູ່ຕະຫຼາດເມືອງນໍ້າບາກຢ່າງພຽງພໍ ແລະ ຍັງສົ່ງອອກຕ່າງແຂວງອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos