ສຳເລັດການເຂົ້າຮ່ວມກອງປະຊຸມ ໄອປາຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

SA Game

ສະພາແຫ່ງຊາດ

​ສ​ປ​ປ ລາວ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 43 ທີ່ພະນົມເປັນ ກຳ​ປູ​ເຈຍ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 43 ໃນວັນທີ 24 ພະຈິກ 2022 ທີ່ພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ເຊິ່ງກອງປະຊຸມດັ່ງກ່າວ, ໄດ້ດຳເນີນມາແຕ່ວັນທີ 20-24 ພະຈິກ ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ປະທານໄອປາ ຄັ້ງທີ 43.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ແລກ ປ່ຽນຄຳຄິດຄຳເຫັນ ພາຍໃຕ້ຫົວຂໍ້:

“ການກ້າວໄປພ້ອມກັນ ເພື່ອອາຊຽນທີ່ຍືນຍົງ, ກວມລວມ ແລະ ເຂັ້ມແຂງ”, ພ້ອມທັງຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນດາຮ່າງມະຕິ ທີ່ສະເໜີໃນກອງປະຊຸມຄະ ນະກຳມາທິການຕ່າງໆຂອງໄອປາ ຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ກອງປະ ຊຸມສະມາຊິກລັດຖະສະພາໜຸ່ມ, ກອງປະຊຸມກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງໄອປາ

SA Game
ສະພາແຫ່ງຊາດ

ເຊິ່ງໄດ້ມີການພິຈາລະນາຮ່າງມະຕິທັງໝົດ 38 ສະບັບ ທີ່ປີ່ນອ້ອມຫົວຂໍ້ຂອງກອງປະຊຸມ ໂດຍສະເພາະແມ່ນການສົ່ງເສີມບົດ ບາດຂອງສະມາຊິກລັດຖະສະພາເພດຍິງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການຊຸກຍູ້ການພົວພັນຮ່ວມມືຂອງຊາວໜຸ່ມ, ການສົ່ງເສີມສັນຕິພາບ, ຄວາມສາມັກຄີ, ການສົ່ງເສີມການທູດລັດຖະສະພາ, ການຮ່ວມມືຂອງລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການເຕີບໂຕຂອງເສດຖະກິດແບບກວມລວມ, ການສົ່ງເສີມວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ (MSMEs), ການຫັນເປັນດິຈີຕອນ, ການປົກປັກຮັກສາສັງຄົມແບບກວມລວມ, ການຮັກສາສຸຂະພາບ.

ພ້ອມນີ້, ກອງປະຊຸມຍັງໄດ້ມີການປັບປຸງ ບົດບັນທຶກການຮ່ວມມືລະຫວ່າງໄອປາ ກັບຄູຮ່ວມອື່ນໆຈຳນວນໜຶ່ງ, ພ້ອມທັງເຫັນດີສ້າງຕັ້ງຫ້ອງສະໝຸດກົດໝາຍດິຈີຕອນ, ຕົກລົງເຫັນດີຮັບເອົາລັດຖະສະພາ ສ ອາເມລິກາ, ເນປານ, ອາແຊກໄບຊານ ແລະ ຈໍເຈຍ ເຂົ້າເປັນປະເທດສັງເກດການໃໝ່ຂອງ ໄອປາ ແລະ ມອບລາງວັນກຽດຕິຄຸນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ 3 ທ່ານຈາກລັດຖະສະພາບຣູໄນ, ກຳປູເຈຍ ແລະ ຟີລິບປິນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໄອປາ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊົມເຊີຍຕໍ່ການສຳເລັດໜ້າທີ່ການເປັນເລຂາທິການໃຫຍ່ ໄອປາ ຄົນທີ 5 ຂອງ ທ່ານ ນາງ Nguyen Tuong Van, ຈາກ ສສ ຫວຽດນາມ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ນາງ Siti Rozaimeriyanty DSLJ Haji Abdul Rahman, ຈາກບຣູໄນ ເປັນເລຂາທິການໃຫຍ່ໄອປາ ຄົນໃໝ່ຕາມລຳດັບ.

SA Game
ສະພາແຫ່ງຊາດ

ໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ຮ່ວມກັບຄະນະຜູ້ແທນສະມາຊິກໄອປາ ພົບປະກັບ ປະເທດສັງເກດການ ຈໍານວນ 16 ປະເທດເພື່ອປຶກສາຫາລືກັນ ໃນການສົ່ງເສີມການຮ່ວມມືລະຫວ່າງໄອປາ ແລະ ບັນດາປະເທດດັ່ງກ່າວ ພາຍໃຕ້ຫົວຂໍ້: “ການສົ່ງເສີມສັນຕິພາບ, ການພັດທະນາແບບຍືນຍົງ ແລະການຟື້ນຟູຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19”

ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງແຕ່ລະປະເທດສະມາຊິກໄອປາໄດ້ຮັບຮອງເອົາບົດລາຍງານຂອງ ກອງປະຊຸມກຳມາທິການຕ່າງໆ ແລະ ຮ່ວມກັນລົງນາມໃນຖະ ແຫລງການຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 43, ພ້ອມທັງເຫັນດີຮັບຮອງເອົາລັດຖະສະພາອິນໂດເນເຊຍ ເປັນປະທານໄອປາ ແລະ ເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 44 ໃນປີ 2023 ທີ່ປະເທດ ອິນໂດເນເຊຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ສະພາແຫ່ງຊາດ