ກົງສູນໃຫຍ່ຫວຽດນາມອວຍພອນການນຳແຂວງຈຳປາສັກໂອກາດວັນຊາດ

SA Game

ຂ​ປ​ລ

ໃນ​ໂອ​ກາດ​ວັນ​ຊາດ​ການ​ນຳ​ແຂວງ​ຈຳ​ປາ​ສັກ​ຕ້ອນ​ຮັບ​ການອວຍພອນຈາກກົງສູນໃຫຍ່ຫວຽດນາມ

ໃນ​ໂອ​ກາດ​ທີ່​ວັນ​ສາ​ທາ​ປະ​ນາ ສ​ປ​ປ ລາວ ທີ່​ຈະ​ມາ​ເຖິງ​ນີ້, ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ວັນທີ 24 ພະຈິກ 2022 , ທີ່ຫ້ອງວ່າການແຂວງຈຳປາສັກ, ສະຫາຍ ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມຄະນະ ຜູ້ປະກອບການທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ແລະ ສະມາຄົມຫວຽດນາມ ແຂວງຈຳປາສັກ ເຂົ້າອວຍພອນ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ.

ໂອກາດນີ້, ສະຫາຍ ຫງວຽນ ວັນ ຈຸງ ໄດ້ສະແດງຄວາມ ຂໍ່ານັບຊົມເຊີຍວັນຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ (2/12/1975-2/12/2022), ຜ່ານຂະບວນການແຫ່ງໄຊຊະນະ ກໍຄືໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນ ກໍໄດ້ສະແດງຄວາມຂອບໃຈຕໍ່ ອົງຄະນະພັກ-ອົງການປົກຄອງແຂວງຈຳປາສັກ ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງກວ້າງຂວາງ ແກ່ຜູ້ປະກອບການຊາວຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ

SA Game
ຂ​ປ​ລ

ມີຫລາຍບໍລິສັດ, ຫລາຍຫົວໜ່ວຍທຸລະກິດ ຈາກ ສສ ຫວຽດນາມ ເຂົ້າມາລົງທຶນຢູ່ແຂວງຈຳປາສັກ ມີ 44 ໂຄງການ, ມູນຄ່າອະນຸຍາດ 371,49 ລ້ານໂດລາ, ການສະໜັບສະໜູນ ດັ່ງກ່າວນັ້ນ ເປັນການປະກອບສ່ວນ ອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໂດຍສະເພາະແມ່ນ ສອງທ້ອງຖິ່ນ.

ສະຫາຍ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສະຫາຍ ຫງວຽນ ວັນ ຈຸງ, ຜ່າມມາສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ແມ່ນໄດ້ປະສານງານ ຊ່ວຍຮັດແໜ້ນຄວາມສາມັກຄີ ແລະ ຜັນຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ, ເຮັດໃຫ້ການຮ່ວມມື ດັ່ງກ່າວ ມີຄວາມສະໜິດ ແໜ້ນເລິກເຊິ່ງ, ທັງເກີດຜົນປະໂຫຍດຕົວຈິງຫລາຍຂຶ້ນ

SA Game
ຂ​ປ​ລ

ແລະ ຂໍໃຫ້ພ້ອມກັນ ສືບຕໍ່ມູນເຊື້ອເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງຈຳປາສັກ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ