ສະຫລອງວັນສ້າງຕັ້ງຕະຫລາດທຶນລາວ ຄົບຮອບ 12 ປີ ຈັດຍ່າງເພື່ອສຸຂະພາບ

SA Game

Vine Photograph

ຕະຫລາດທຶນລາວ ຈັດງານຍ່າງເພື່ອສຸຂະພາບ​ເພ​ືອສະຫລອງວັນ​ຄົບ​ຮອບສ້າງຕັ້ງ 12 ປີ.

ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ພ້ອມດ້ວຍ ຄະນະອໍານວຍການ ຂອງຕະຫລາດຫລັກຊັບລາວ ແລະ ຜູ້ມີສ່ວນຮ່ວມໃນຕະຫລາດທຶນ ໄດ້ຮ່ວມກັນຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອຊົມເຊີຍວັນສ້າງຕັ້ງຕະຫລາດທຶນລາວ ຄົບຮອບ 12 ປີ (10/10/2010 -10/10/2022) ໃນວັນທີ 22 ຕຸລາ 2022 ຜ່ານມາ

ໃຫ້ກຽດເຂົ້າຮ່ວມ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ປະທານຄະນະກໍາມະການຄຸ້ມຄອງຫລັກຊັບ, ມີຄະນະກໍາມະການຄຸ້ມຄອງຫລັກຊັບ, ຄະນະກະກຽມສ້າງຕັ້ງຕະຫລາດຫລັກຊັບລາວ, ບັນດາການນໍາຈາກ ທະນາຄານ ແຫ່ງ ສປປ ລາວ, ຄະນະອໍານວຍການ ຂອງຜູ້ມີສ່ວນຮ່ວມໃນຕະຫລາດທຶນ, ບໍລິສັດເປົ້າໝາຍຜູ້ມີສ່ວນຮ່ວມໃນຕະຫລາດທຶນ, ພ້ອມດ້ວຍ ພະນັກງານ ຂອງຂະແໜງ ການຕະຫລາດທຶນ ເຂົ້າຮ່ວມ.

ການຈັດກິດຈະກຳໃນຄັ້ງນີ້, ແນໃສ່ສ້າງຂະບວນການ ຍົກສູງຜົນງານ ແລະ ການເຄື່ອນໄຫວວຽກງານຫລັກຊັບ ໃຫ້ມີຄວາມພົ້ນເດັ່ນໃນສັງຄົມຫລາຍຍິ່ງຂຶ້ນ ພ້ອມທັງ ເສີມຂະຫຍາຍສາຍສໍາພັນໃຫ້ແໜ້ນແຟ້ນ ພາຍໃນຜູ້ມີສ່ວນຮ່ວມວຽກງານຕະຫລາດທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ.
SA Game
Vine Photograph
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະກຳມະການຄຸ້ມຄອງຫລັກຊັບ, ສໍານັກງານຄະນະກຳມະການຄຸ້ມຄອງຫລັກຊັບ, ຕະຫລາດຫລັກຊັບ, ບໍລິສັດຫລັກຊັບ, ບໍລິສັດຈົດທະບຽນ, ສະຖາບັນສື່ກາງດ້ານຫລັກຊັບ, ຜູ້ມີສ່ວນຮ່ວມໃນຕະຫລາດທຶນລາວ ແລະ ທຸກພາກສ່ວນ ພ້ອມທັງ ສະມາຊິກພັກ-ພະນັກງານທຸກຖ້ວນໜ້າແຕ່ອະດີດຈົນເຖິງປັດຈຸບັນ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ປະກອບສ່ວນໃຫ້ແກ່ການພັດທະນາຕະຫລາດທຶນລາວ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ຕະຫລອດໄລຍະ 12 ປີ ທີ່ຜ່ານມາ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວອີກວ່າ: ໃນຊຸມປີຕໍ່ໜ້າ ພັກ ແລະ ລັດຖະບານ ຈະສືບຕໍ່ໃຫ້ການສະໜັບສະໜູນການພັດທະນາຕະຫລາດທຶນລາວ ໂດຍຈະເລັ່ງໃສ່ຈັດຕັ້ງປະຕິບັດບັນດາ ນະໂຍບາຍ ແລະ ມາດຕະການຕິດພັນກັບຕະຫລາດທຶນ

ສ້າງກົນໄກ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ວິສາຫະກິດ ໂດຍສະເພາະວິສາຫະກິດຂອງລັດ ໂດຍຜ່ານກົນໄກປະຕິຮູບຢ່າງເໝາະສົມ ແລະ ເປັນຮູບປະທຳ ແນໃສ່ເຮັດໃຫ້ຕະຫລາດທຶນລາວ ສາມາດຕອບສະໜອງດ້ານແຫລ່ງທຶນຕາມ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດ ຕາມທິດຍືນຍົງ ແລະ ສີຂຽວ ກໍຄື ຍຸດທະສາດການພັດທະນາຕະຫລາດທຶນ ຂອງ ສປປ ລາວ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 (ສະບັບປັບປຸງ) ທີ່ລັດຖະບານໄດ້ຮັບຮອງແລ້ວ

SA Game
Vine Photograph

ເປັນຕົ້ນແມ່ນ ຊຸກຍູ້ວິສາຫະກິດທຸກຂະໜາດທີ່ເປັນຂະແໜງການສີຂຽວ ແລະ ມີທ່າແຮງສີຂຽວລະດົມທຶນຜ່ານຕະຫລາດທຶນລາວ ພ້ອມທັງຊຸກຍູ້ການສ້າງຊ່ອງທາງໃນການລະດົມທຶນ ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອສ້າງໂອກາດ, ເອື້ອອໍານວຍ ແລະ ຮອງຮັບ ໃຫ້ວິສາຫະກິດເຫລົ່ານັ້ນ ສາມາດເຂົ້າເຖິງແຫລ່ງທຶນໄດ້ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Vine Photograph