​ພິ​ທີ່ມອບໃບປະລິນຍາດຸສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ

SA Game

ຂ່າວ ຜູ້ແທນປະຊາຊົນ

ມອບໃບປະລິນຍາດຸສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ ​ໃຫ້​ທ່ານທ່ານ ປອ. ໄຊສົມພອນ ພົມວິຫານ

ໄດ້ມີພິທີມອບ ໃບປະລິນຍາດຸສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ ມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ ແຫ່ງ ຣາຊະອານາຈັກໄທ(ສພຊ) ໃນວັນທີ 24 ຕຸລາ 2022 ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ແດ່ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ.

ໂອກາດດັ່ງກ່າວ ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນໃນໂອກາດຮັບປະລິນຍາດຸສະດີບັນດິດກິດຕິມະສັກ ວ່າ:

ນ້ອມນະມັດສະການ: ພຣະອາຈານໃຫຍ່ ເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສໍາພັນລາວ ທີ່ເຄົາລົບ; ພຣະອາຈານໃຫຍ່ເຈົ້າຄຸນ ຮອງອະທິການບໍດີມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ ພ້ອມດ້ວຍພຣະເຖລາ-ນຸເຖລະ ທີ່ເຄົາລົບ; ບັນດາທ່ານຈາກກະຊວງ-ອົງການ, ບັນດາທ່ານ ທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ສະພາມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໄດ້ມີມະຕິຕົກລົງມອບໃບປະກາດປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໃຫ້ແກ່ຂ້າພະເຈົ້າໃນມື້ນີ້. ຂ້າພະເຈົ້າຕີລາຄາສູງຕໍ່ການມອບໃບປະລິນຍາດັ່ງກ່າວນີ້ ເພາະຖືວ່າເປັນກຽດ ແລະ ເປັນການໃຫ້ກໍາລັງໃຈແກ່ຂ້າພະເຈົ້າ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມວຽກງານທາງພຸດທະສາສະໜາ ສືບຕໍ່ໄປ.

SA Game
ຂ່າວ ຜູ້ແທນປະຊາຊົນ

ຂ້າພະເຈົ້າໄດ້ຮັບຮູ້ວ່າ ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ເປັນສະຖາບັນການສຶກສາ ທີ່ມີຊື່ສຽງກຽດຕິຄຸນຢູ່ໃນປະເທດໄທ ມີຄວາມໂດດເດັ່ນໃນການກໍ່ສ້າງ-ບໍາລຸງ ບຸກຄະລາກອນສົງ ແລະ ຄາລະວາດ ຜູ້ມີຄວາມສົນໃຈສຶກສາຮໍ່າຮຽນທາງດ້ານພຸດທະສາສະໜາ. ໃນຫຼາຍທົດສະວັດຜ່ານມານັ້ນ ພະສົງ-ສາມະເນນລາວ ກໍໄດ້ໄປສຶກສາຢູ່ສະຖາບັນດັ່ງກ່າວນີ້.

ພັກ-ລັດຖະບານ ສປປລາວ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານສາສະໜາ ເຊິ່ງໄດ້ລະບຸແຈ້ງຢູ່ໃນລັດຖະທໍາມະນູນລາວ: ພົນລະເມືອງລາວມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາທີ່ບໍ່ຂັດກັບກົດໝາຍ ເຄື່ອນໄຫວນໍາເອົາສິ່ງທີ່ເປັນປະໂຫຍດຕໍ່ປະເທດຊາດບ້ານເມືອງ ແລະ ປະຕິບັດຕາມຫຼັກສິນທໍາທາງພຸດທະສາສະໜາຢ່າງເຄັ່ງຄັດ ແລະ ຫ້າມຈໍາແນກແບ່ງແຍກຄວາມສາມັກຄີເຊິ່ງກັນ ແລະ ກັນ.

ສາສະໜາພຸດ ເປັນສາສະໜາທີ່ຕິດພັນກັບຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງຊາດລາວ ມາແຕ່ດຶກດໍາບັນ ຫຼື ນັບແຕ່ສັດຕະວັດທີ 14 ເປັນຕົ້ນມາ, ພະສົງ-ສາມະເນນ ເຄີຍມີມູນເຊື້ອຕິດພັນກັບຊາດ ຕິດພັນກັບປະຊາຊົນລາວບັນດາເຜົ່າ ເຊິ່ງມີພາລະໜ້າທີ່ໃນການນໍາເອົາຫຼັກສິນທໍາ ຈະລິຍະທໍາອັນດີງາມ ໄປເຜີຍແຜ່ເທດສະໜາ ສັ່ງສອນ, ສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຮູ້ຈັກບາບ ບຸນ ຄຸນ ໂທດ ຕ່າງໆ ເປັນເວລາດົນນານມາແລ້ວ.

ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ນີ້, ພະສົງ-ສາມະເນນ ຍິ່ງມີບົດບາດສໍາຄັນຫຼາຍ ໃນການປະກອບສ່ວນເຕົ້າໂຮມ ຄວາມສາມັກຄີປະຊາຊົນບັນດາເຜົ່າ ການສຶກສາອົບຮົມສິນລະທໍາ ໃຫ້ແກ່ລູກຫຼານ ຂອງປະຊາຊົນບັນດາເຜົ່າ ແລະ ນອກຈາກນີ້, ພະສົງ-ສາມະເນນລາວ ຍັງໄດ້ປະກອບສ່ວນ ນໍາເອົາແນວທາງຂອງພັກ ແລະ ລັດຖະບານລາວ ທີ່ວາງອອກແຕ່ລະໄລຍະ ໄປຜັນຂະຫຍາຍ ສອດຫ້ອຍ ກັບຫຼັກສິນທໍາທາງພຸດທະສາສະໜາ, ການເທດສະໜາສັ່ງສອນໃຫ້ປະຊາຊົນລາວ ໂດຍສະເພາະວາລະແຫ່ງຊາດ ກ່ຽວກັບບັນຫາຢາເສບຕິດ ເປັນຕົ້ນ.

SA Game
ຂ່າວ ຜູ້ແທນປະຊາຊົນ

ຂ້າພະເຈົ້າ ຍັງມີຄວາມຊົງຈໍາໃນເວລາດໍາລົງຕໍາແໜ່ງ ເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ປະກອບສ່ວນຊີ້ນໍາ, ທັງເຂົ້າຮ່ວມ ແລະ ຊຸກຍູ້ສົ່ງເສີມ ວຽກງານສໍາຄັນທາງພຸດທະສາສະໜາ ຈໍານວນໜຶ່ງ ເປັນຕົ້ນແມ່ນ: ປັບປຸງທໍາມະນູນສົງລາວ, ປັບປຸງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ສາສະໜາ ຢູ່ ສປປລາວ, ພິທີສະເຫຼີມສະຫຼອງວັນວິສາຂະບູຊາລະດັບຊາດ, ກອງປະຊຸມ 3 ປະທານອົງການພຸດທະສາສະໜາ ລາວ-ຫວຽດນາມ ແລະ ກໍາປູເຈຍ, ສະເຫຼີມສະຫຼອງວັນພຸດທະສາສະໜາສາກົນ, ການສະແດງສິລະປະວັນນະຄະດີຂອງບັນດາສາສະໜາຕ່າງໆ ຢູ່ ສປປລາວ ແລະ ການສົ່ງເສີມການຮ່ວມມືບັນດາປະເທດຊາວພຸດລຸ່ມແມ່ນໍ້າຂອງ ຫຼື ທໍາມະຍາດຕາ 5 ແຜ່ນດິນ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ່າວ ຜູ້ແທນປະຊາຊົນ