ສະພາແຫ່ງຊາດເຫັນ​ດີເລັງປັບປຸງໂຄງສ້າງ ວິສາຫະກິດທີ່ບໍ່ມີປະສິດທິຜົນ

SA Game

ຂ​ປ​ລ

ສະພາແຫ່ງຊາດ ເຫັນ​ດີໃຫ້ລັດປະ​ຕິ​ຮູບໂຄງສ້າງ ວິສາຫະກິດທີ່ບໍ່ມີປະສິດທິຜົນ​ຄືນ​ໃໝ່

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງກ່ຽວກັບຜົນສຳເລັດໃນການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດ ແລະ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 27 ມິຖຸນາ 2022

ພ້ອມນີ້ ໄດ້ເລັ່ງຕິດຕາມຄວາມຄືບໜ້າການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ໂດຍສະເພາະ ວິສາຫະກິດ ທີ່ດໍາເນີນທຸລະກິດຂາດທຶນຕໍ່ເນື່ອງເປັນເວລາຫລາຍປີ, ລວມທັງວິສາຫະກິດທີ່ດຳເນີນທຸລະກິດບໍ່ມີປະສິດທິຜົນ ໃຫ້ຄົ້ນຄວ້າປັບປຸງຄືນໂຄງສ້າງການຈັດຕັ້ງ, ປັບປຸງການບໍລິຫານ ແລະ ບຸກຄະລາກອນໃຫ້ມີປະສິດທິພາບ.

ທ່ານ ນາງ ສຸນທອນ ໄຊຍະຈັກ ໄດ້ຢ້ຳວ່າ: ລັດຖະບານ ຄວນເອົາໃຈໃສ່ຊີ້ນຳຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດການປະຕິຮູບ ລັດວິສາຫະກິດ ລວມທັງທະນາຄານທຸລະກິດລັດ, ແກ້ໄຂໜີ້ສິນໃຫ້ຫລຸດລົງ ແລະ ປັບປຸງຖານະການເງິນໃຫ້ສາມາດແຂ່ງຂັນທາງດ້ານທຸລະກິດ ເພື່ອເຮັດໃຫ້ວິສາຫະກິດມີປະສິດທິຜົນ, ກ້າວໄປສູ່ການມີກໍາໄລ ແລະ ເປັນຕົວແບບໃນການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ ເປັນຕົ້ນ ບໍລິສັດໄຟຟ້າລາວ, ໄຟຟ້າລາວມະຫາຊົນ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ຊີມັງລາວ.

SA Game
ຂ​ປ​ລ

ຄວນກຳນົດຕາຕະລາງເວລາປັບປຸງລັດວິສາຫະກິດ ທີ່ລະອຽດຈະແຈ້ງ, ລວມທັງກໍານົດວິທີການ ແລະ ທິດທາງການປະຕິຮູບລັດວິສາຫະກິດ ໃຫ້ເປັນ 4 ປະເພດ ໃນປີ 2022; ການປະຕິຮູບ 5 ຫົວໜ່ວຍ ລັດວິສາຫະກິດ ເປັນວຽກຈຸດສຸມຂອງວາລະແຫ່ງຊາດ ເປັນຕົ້ນ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນ້ຳມັນເຊື້ອໄຟຟ້າລາວ, ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ, ລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດພັດທະນາອຸດສາຫະກຳ-ກະສິກຳ, ບໍລິການຂາເຂົ້າ-ຂາອອກ; ຮີບຮ້ອນ, ຄົ້ນຄວ້າອອກຂໍ້ຕົກລົງ ວ່າດ້ວຍກໍານົດໝາຍເງິນເດືອນ, ເງິນອູດໜູນ, ເງິນນະໂຍບາຍ ແລະ ລາຍຈ່າຍບໍລິຫານຂອງລັດວິສາຫະກິດ.

ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໃຫ້ຮູ້ອີກວ່າ: ຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ນັບກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ໂດຍໄດ້ອອກມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມະຕິວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະຊຸມຮ່ວມ 2 ຄັ້ງ ເພື່ອປຶກສາຫາລືຫົວຂໍ້ສະເພາະ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ 2 ສະບັບ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ເກີດຂຶ້ນໃນແຕ່ລະໄລ ຍະ ເປັນຕົ້ນ ການແກ້ໄຂສະພາບບັນຫານໍ້າມັນເຊື້ອໄຟ ລວມທັງການຕົກລົງຫລຸດອັດຕາອາກອນຊົມ ໃຊ້ນໍ້າມັນເຊື້ອໄຟລົງ, ການແກ້ໄຂບັນຫາຢາເສບຕິດ ແລະ ວຽກງານອື່ນໆ; ລົງເຄື່ອນໄຫວຕິດຕາມກວດ ກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ພ້ອມກັບການຕິດຕາມກວດກາຫົວຂໍ້ຕ່າງໆ ໂດຍສະ ເພາະ ການຕິດຕາມກວດກາ ການດໍາເນີນທຸລະກິດການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກໃນໄລຍະເຮັດທົດລອງ; ການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ການສົ່ງເສີມວິສາຫະກິດຂະໜາດນ້ອຍ, ຂະໜາດກາງ.

ພ້ອມນີ້, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດ ໄດ້ມີຄວາມພະຍາຍາມຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະຂອງສູນກາງພັກສະໄໝວິສາມັນ, ຄໍາສັ່ງຂອງກົມການເມືອງສູນກາງພັກ, ມະຕິກອງປະຊຸມສະພາແຫ່ງຊາດ ທີ່ໄດ້ຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ; ປະສານສົມທົບກັບ ຄະນະພັກ, ສະພາປະຊາຊົນຂັ້ນແຂວງ, ອົງການປົກຄອງແຂວງ ຈັດຕັ້ງປະຕິບັດວາລະແຫ່ງຊາດ ຢູ່ໃນຂອບເຂດແຂວງ, ນະຄອນຫລວງ ຢ່າງເປັນຂະບວນການຟົດຟື້ນໃນທຸກຂະແໜງການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ