ສະຫຼອງ! ຄົບ​ຮອບ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທູດ​ລາວ-ອິນ​ໂດ​ຄົບ​ຮອບ 65 ປີ

SA Game

ຂ​ປ​ລ

ພິ​ທີ່ສະຫລອງ ວັນສ້າງຕັ້ງສາຍພົວພັນການທູດລາວ-ອິນໂດເນເຊຍ ຄົບຮອບ 65 ປີ

ທ່ານ ດຣ. ປຣາຕີໂຕ ຊູຮາຣິໂຢ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳສປປ ລາວ ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດ ອິນໂດເນເຊຍ ແລະ ສປປ ລາວ ຄົບຮອບ 65 ປີ ໃນວັນທີ 24 ມິຖຸນາ2022, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ.

ໂດຍມີທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆ ຈຳນວນໜຶ່ງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໄດ້ກ່າວປາໄສໂດຍສະແດງໃຫ້ເຫັນເຖິງສາຍພົວພັນອັນດີງາມລະຫວ່າງສອງປະເທດອິນໂດເນເຊຍ ແລະ ສປປ ລາວ ໃນຕະຫລອດໄລຍະ 65 ປີຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ລັດຖະບານສປປ ລາວ ທີ່ໄດ້ຖະນຸຖະໜອມສາຍພົວພັນທີ່ດີງາມ ຂອງສອງປະເທດພວກເຮົາ.

SA Game
ຂ​ປ​ລ

ທ່ານເອກອັກຄະລັດຖະທູດ ໄດ້ຍໍ້າວ່າ ການສະເຫລີມສະຫລອງຂອງ ປະຊາຊົນອິນໂດເນເຊຍ ແລະ ລັດຖະບານລາວ ແລະ ປະຊາຊົນລາວ ເຊິ່ງເປັນຄວາມພາກພູມໃຈຕໍ່ຄວາມມານະພະຍາຍາມ, ໝາກຜົນ, ມິດຕະພາບທີ່ເປັນມູນເຊື້ອອັນຍາວນານ ແລະ ນ້ຳໃຈອ້າຍນ້ອງທີ່ມີມາແຕ່ດົນນານໃນຫລາຍປີຜ່ານມາແລະ ໃນຊຸມປີຕໍ່ໜ້າ.

ເຖິງແມ່ນວ່າໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫລາຍດ້ານຕໍ່ຄວາມພະຍາ ຍາມ ໃນການເພີ່ມທະວີການພົວພັນຮ່ວມມື ແຕ່ສອງປະເທດກໍສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາ ກົນ ໂດຍສະເພາະແມ່ນໃນຂອບອາຊຽນ. ນອກນີ້, ສອງປະເທດຍັງຢູ່ໃນຂັ້ນຕອນການຄົ້ນຄວ້າ ແລະ ຊຸກຍູ້ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ແລະ ການໄປມາຫາສູ່ກັນລະຫວ່າງລັດ ຖະບານ ແລະປະຊາຊົນ ຂອງສອງປະເທດ ນັບມື້ໃຫ້ຫລາຍຂຶ້ນ ເພື່ອເພີ່ມທະວີການຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນລະດັບພາກພື້ນ.

ການທີ່ ສປປລາວໄດ້ຮັບຜົນສໍາເລັດໃນການ ຫັນເອົາປະເທດເປັນສູນກາງການເຊື່ອມໂຍງກັບພາກພື້ນ, ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຈະມີໂອກາດລົງທຶນໃນຂະແໜງ ການຕ່າງໆໃນສປປ ລາວ ແລະ ມີທ່າແຮງການຮ່ວມມືຫລາຍດ້ານ ໃນຂົງເຂດການສຶກສາ ແລະ ວັດທະນະ ທຳ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍຂອງສອງປະເທດ.

SA Game
ຂ​ປ​ລ

ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ເນັ້ນໜັກເຖິງການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ກໍຄື ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການສຶກສາ, ການສົ່ງເສີມການໄປມາຫາສູ່ກັນຂອງປະ ຊາຊົນ ເປັນສ່ວນສໍາຄັນ ແລະ ມີບົດບາດໃນການເພີ່ມທະວີສາຍພົວພັນ ລະຫວ່າງສປປ ລາວ ແລະ ອິນໂດເນເຊຍ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານອິນໂດເນເຊຍທີ່ໄດ້ມອບຄ້ອງສັນຕິພາບໃຫ້ແກ່ສປປ ລາວ ເຊິ່ງເປັນຄ້ອງທຳອິດຂອງລັດຖະບານອິນໂດເນເຊຍ ມອບໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຕັ້ງໄວ້ຢູ່ຕໍ່ໜ້າອານຸສາວະລີປະຕູໄຊ ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນແລະ ການຊ່ວຍເຫລືອແກ່ ສປປ ລາວ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດໄດ້ອວຍພອນໄຊແດ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ ວິໂດໂດ ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ແລະ ປະຊາຊົນລະຫວ່າງສອງປະເທດ ຈົ່ງມີພາລະນາໄມແຂງແຮງ, ປະສົບຜົນສຳເລັດ ກໍຄື ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ