ສະຖານທູດຈີນປະຈຳລາວສະຫລອງວັນສ້າງຕັ້ງ ກອງທັບປົດປ່ອຍປະຊາຊົນຈີນ

SA Game

ຂ​ປ​ລ

ຊົມ​ເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ ທີ່ນະຄອນຫລວງວຽງຈັນ ສ​ປ​ປ ລາວ

ໃນວັນທີ 29 ກໍລະກົດ ຜ່ານມາ ຢູ່ນະຄອນຫລວງວຽງຈັນ, ສະຖານທູດຈີນປະຈຳລາວ ຈັດງານສະເຫລີມສະຫລອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ(1/8/ 1927-1/8/2022) .

ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັບຄວາມສະຫງົບ, ທ່ານ ພັນເອກພິເສດ ຫລີປິ່ງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍລາວ-ຈີນ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ: ການພົວພັນຮ່ວມມືຂອງສອງກອງທັບ ລາວ-ຈີນ ໄດ້ເປັນມູນເຊື້ອແບບສະຫາຍອ້າຍນ້ອງທີ່ມີມາແຕ່ດົນນານນັ້ນ ໄດ້ສືບຕໍ່ພັດທະນາ ແລະ ເສີມຂະຫຍາຍຈາກຮຸ່ນນີ້ໄປສູ່ຮຸ່ນໃໝ່ທີ່ສືບທອດດີຂຶ້ນໄປເລື້ອຍໆ. ກອງທັບປະຊາຊົນລາວໄດ້ຖືສໍາຄັນໃນການຊ່ວຍເຫລືອຢ່າງມີປະສິດທິຜົນຈາກພັກ, ລັດ, ກອງທັບປົດປ່ອຍປະຊາຊົນຈີນ ແລະ ປະຊາຊົນຈີນ

SA Game
ຂ​ປ​ລ

ໃນທຸກໄລຍະຂອງການປະຕິວັດລາວ ກອງທັບປະຊາຊົນລາວຈະສືບຕໍ່ຮັດແໜ້ນສາຍພົວພັນແຫ່ງມິດຕະພາບ ແລະການຮ່ວມມືຮອບດ້ານ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໝັ້ນຄົງຍາວນານບົນຈິດໃຈ 4 ດີຄື:​ ເປັນບ້ານໃກ້ເຮືອນຄຽງທີ່ດີ,​ ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ດີ ແລະ ເປັນສະຫາຍທີ່ດີລະຫວ່າງສອງຊາດສອງກອງທັບລາວ-ຈີນ, ຈີນ-ລາວ ພວກເຮົາຈະເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພ້ອມກັນນີ້,​ ທ່ານ ພັນເອກພິເສດ ຫລີ ປິ່ງ ໄດ້ຕີລາຄາສູງໝາກຜົນແຫ່ງການແລກປ່ຽນ ແລະ ການຮ່ວມມືດ້ານການທະຫານລະຫວ່າງສອງປະເທດລາວ ແລະ ຈີນ, ແລະ ຊົມເຊີຍຢ່າງອົບອຸ່ນຕໍ່ຜົນສຳເລັດຂອງການເຄື່ອນໄຫວ “ລົດໄຟສັນຕິພາບ” ຢ່າງຈົບງາມ.

ທ່ານໄດ້ກ່າວອີກວ່າ ກອງກຳລັງປະກອບອາວຸດຈີນ ແລະລາວ ໄດ້ຈັດຕັ້ງປະຕິບັດການຊ້ອມຮົບຮ່ວມ ” ຂະບວນລົດໄຟສັນຕິພາບ 2022 ” ແລະການຊ້ອມຮົບຊ່ວຍເຫລືອດ້ານມະນຸດສະທຳ ແລະການບໍລິການດ້ານການແພດ ຢູ່ນະຄອນຫລວງວຽງຈັນ ສປປ ລາວ. ການຊ້ອມຮົບຮ່ວມຄັ້ງນີ້ເປັນຄັ້ງທຳອິດທີ່ຂະບວນລົດໄຟສັນຕິພາບຂອງກອງທັບປົດປ່ອຍປະຊົນຈີນ ປະຕິບັດງານຢູ່ຕ່າງປະເທດ, ເປັນການສືບຕໍ່ ແລະ ລົງເລິກການເຄື່ອນໄຫວຂອງຂະບວນລົດ “ລົດໄຟສັນຕິພາບ” ແຕ່ປີ 2017-2019. ການເຄື່ອນໄຫວຮ່ວມ, ການຕອບໂຕ້ສຸກເສີນ ແລະ ຄວາມສາມາດໃນການຮ່ວມມືໄດ້ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງກອງທັບສອງປະເທດລາວ-ຈີນ.

ສປ ຈີນ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບກອງທັບປະຊາຊົນລາວ ໃນການຮັກສາຄວາມປອດໄພ ແລະ ສະຖຽນລະພາບຕາມຊາຍແດນ, ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມຈີນ-ລາວໃນອະນາຄົດ, ຊຸກຍູ້ການກໍ່ສ້າງວິທະຍາໄລການທະຫານ ແລະການຊ້ອມຮົບຮ່ວມ ແລະ ການຝຶກອົບຮົມບຸກຄະລາກອນ ແລະຮ່ວມກັນປະກອບສ່ວນເຂົ້າໃນການຮ່ວມມືຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.

SA Game
ຂ​ປ​ລ

ໃນໂອກາດນີ້, ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກຂອງກົມໃຫຍ່ພາລາທິການກອງທັບ ກໍໄດ້ຕີລາຄາສູງຕໍ່ການຮ່ວມມືສອງກອງທັບລາວ-ຈີນວ່າ:​

ໄລຍະຜ່ານມາ, ການຮ່ວມມືຊ່ວຍເຫລືສອງກອງທັບລາວ-ຈີນ ໄດ້ມີຫາຍຢ່າງທີ່ພົ້ນເດັ່ນ ເປັນຕົ້ນ ການກໍ່ສ້າງບຸກຄະລາກອນທາງດ້ານການທະຫານ,​ ບຸກຄະລາກອນການແພດ ແລະ ເຕັກນິກວິຊາການຕ່າງໆ ການກໍ່ສ້າງຕຶກອາຄານ, ໂຮງຮຽນ,​ ໂຮງໝໍ, ຕຶກປິ່ນປົວ ແລະ ອື່ນໆ. ສອງກອງທັບລາວ-ຈີນ ແມ່ນໄດ້ມີຜົນສໍາເລັດໃນການຝຶກຊ້ອມກອບກູ້ໄພພິບັດ ທີ່ໄດ້ນໍາໃຊ້ລົດໄຟຕົວຈິງກອບກູ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບາດທາງທໍາມະຊາດ ແລະ ເປັນປະຫວັດສາດທີ່ໄດ້ນໍາໃຊ້ລົດໄຟເປັນໂຮງໝໍພາກສະໜາມ. ມາຮອດປັດຈຸບັນ,​ ການຮ່ວມມືສອງກອງທັບ ນັບມື້ນັບເພີ່ມທະວີ ຄວາມສາມັກຄີນັບມື້ເຂົ້າສູ່ລວງເລິກ ແລະ ຮອບດ້ານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ