ສຳ​ເລ​ັດ ແລະ ມອ​ບ​ສູນ​ຝຶກ​ອົບ​ຮົມພ້ອມ​ທັງ​ຫໍ​ພັກ​ໃຫ້​ສະ​ຖາ​ບັນ​ການ​ເມື່ອງ

SA Game

ຂ​ປ​ລ

​ພິ​ທີ່ມອບ-ຮັບ ອາຄານສູນຝຶກອົບຮົມ ແລະ ຫໍພັກ ໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດ.

ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີມອບ-ຮັບຕຶກອາຄານ 2 ຫລັງ ພ້ອມດ້ວຍອຸປະກອນຮັບໃຊ້ຈຳນວນໜຶ່ງ ໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດຄຸ້ມຄອງ-ນຳໃຊ້ ວັນທີ 28 ກໍລະກົດ ຜ່ານມາ

ໂດຍມີ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ຄຳຫລ້າ ແກ້ວອຸ່ນຄຳ ກຳມະການປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງການປົກຄອງແຫ່ງຊາດ, ມີຜູ້ຕາງໜ້າຄະນະນຳ ຄະນະຈັດຕັ້ງສູນກາງພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພູຂົງ ພິລາເພັດ ຄະນະພັກ, ຫົວໜ້າຫ້ອງການ ຄຈສພ ໄດ້ໃຫ້ຮູ້ວ່າ: ອາຄານດັ່ງກ່າວ ເປັນໂຄງການລົງທຶນກໍ່ສ້າງດ້ວຍແຜນງົບປະມານຂອງລັດ ມີຄະນະຈັດຕັ້ງສູນກາງພັກເປັນເຈົ້າຂອງໂຄງການ ໄດ້ເລີ່ມລົງມືກໍ່ສ້າງຕົ້ນປີ 2010 ແລະ ສຳເລັດໃນທ້າຍປີ 2012

SA Game
ຂ​ປ​ລ

ໂຄງການໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານການຄົ້ນຄວ້າ ແລະ ຕົກລົງເຫັນດີຂອງຄະນະເລຂາທິການສູນກາງພັກ ມີຈຸດປະສົງສ້າງເປັນສູນຝຶກອົບຮົມ, ກໍ່ສ້າງຖັນແຖວພະນັກງານ-ລັດຖະກອນ ຂົງເຂດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານກວດກາ ນັບແຕ່ສູນກາງລົງຮອດທ້ອງຖິ່ນແນໃສ່ກໍ່ສ້າງ-ບຳລຸງຍົກລະດັບຄວາມຮູ້ວິຊາສະເພາະ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ອົງການເສນາທິການຂອງຄະນະພັກ ຄະນະນຳຂັ້ນຕ່າງໆໃນທົ່ວປະເທດ.

ການມອບຕຶກອາຄານ ຈຳນວນ 2 ຫລັງຄື: ອາຄານຫ້ອງຮຽນ ແລະ ຫໍພັກ ພ້ອມດ້ວຍອຸປະກອນຮັບໃຊ້ໃນຄັ້ງນີ້, ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການອາຄານຫ້ອງຮຽນ ແລະ ຫໍພັກຂອງ ສມປຊ ທີ່ຍັງບໍ່ພຽງພໍ, ເພື່ອຄວາມສະດວກໃນການຄຸ້ມຄອງ-ນຳໃຊ້ ແລະ ປົກປັກຮັກສາອາຄານ ສະຖານທີ່ໃຫ້ມີຄວາມເໝາະສົມກັບສະພາບການຕົວຈິງໃນປະຈຸບັນໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບພາລະບົດບາດ ແລະ ທີ່ຕັ້ງຂອງຕຶກອາຄານ

SA Game
ຂ​ປ​ລ

ຄະນະຈັດຕັ້ງສູນກາງພັກ ຈຶ່ງໄດ້ສະເໜີຂໍຄຳເຫັນ ແລະ ໄດ້ຮັບການອະນຸມັດຈາກຂັ້ນເທິງ ໃຫ້ມອບໂອນສິດຄຸ້ມຄອງນຳໃຊ້ຕຶກອາຄານດັ່ງກ່າວ ພ້ອມອຸປະກອນຈຳນວນໜຶ່ງ ໃຫ້ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພີ່ມເງື່ອນໄຂສະດວກດ້ານພື້ນຖານໂຄງລ່າງໃຫ້ແກ່ສະຖາບັນເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນໄດ້ຢ່າງເຕັມສ່ວນກວ່າເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ