​ສ​ປ​ປ ລາວ ສະ​ຫລຸບ​ການ​ຄົ້ນ​ຄ້​ວາ ນະ​ໂຍ​ບາຍ​ພັດ​ທະ​ນາ​ລະ​ບົບ​ບໍ​ລິ​ຫານ​ດີ​ຈີ​ຕອນ

SA Game

ຂ​ປ​ລ

ລາຍ​ງານ​ສະ​ຫລຸບການຄົ້ນຄວ້າ ສ້າງນະໂຍບາຍພັດທະນາລະບົບບໍລິຫານລັດ ດີຈິຕອນ ຂອງ​ສ​ປ​ປ ລາວ

 ໃນວັນທີ 24 ສິງຫາ 2022 ຜ່ານມານີ້, ສູນບໍລິຫານລັດດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ ເກົາຫລີ ຫລື Korea Development Institute (KDI) ຈັດກອງປະຊຸມສະຫລຸບຜົນສຳເລັດ ຂອງການຄົ້ນຄວ້າໃນການສ້າງນະໂຍບາຍພັດທະນາລະບົບບໍລິຫານລັດດີຈິຕອນ ຢູ່ ສປປ ລາວ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ “Knowledge Sharing Program” (KSP)

ໂດຍການເປັນປະທານຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຢັງໂຮອານ (Yang-Ho-Ahn) ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ສ ເກົາຫລີ, ມີບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈິຕອນ ໄດ້ລາຍງານພາບລວມ ໃນການຈັດຕັ້ງປະຕິບັດໂຄງການແລກປ່ຽນຄວາມຮູ້ (KSP) ທີ່ໄດ້ຮັບການຊ່ວຍເຫລືອຈາກ ສ ເກົາຫລີ ສົກປີ 2021-2022

SA Game
ຂ​ປ​ລ

ເຊິ່ງໂຄງການນີ້ ແມ່ນໂຄງການຮ່ວມມືໜຶ່ງ ທີ່ມີຄວາມສຳຄັນຫລາຍ ໃນການສຶກສາຄົ້ນຄວ້າ ບັນດານະໂຍບາຍ ແລະ ນິຕິກຳ ທີ່ຈຳເປັນ ຊ່ວຍໃຫ້ພວກເຮົາສາມາດປະເມີນໄດ້ວຽກງານບໍລິຫານ ແລະ ບໍລິການລັດ ຢູ່ ສປປ ລາວ, ເຫັນໄດ້ບັນດາສິ່ງທ້າທາຍ ແລະ ສິ່ງທີ່ຍັງຄົງຄ້າງ ເພື່ອຊຸກຍູ້-ສົ່ງເສີມ ການຫັນເປັນທັນສະໄໝ ດ້ານດີຈິຕອນ ໂດຍສະເພາະການຫັນເປັນລັດຖະບານດີຈິຕອນ ໃຫ້ມີການພັດທະນາໄວຂຶ້ນ.

ກອງປະຊຸມຄັ້ງນີ້ ແມ່ນການສະຫລຸບຜົນສຳເລັດ ຂອງໂຄງ ການ ແລະ ບົດລາຍງານສະບັບສຸດທ້າຍ, ພ້ອມກັນນັ້ນ ຍັງຈະໄດ້ເຜີຍແຜ່ບົດລາຍງານດັ່ງກ່າວ ແລະ ນຳໃຊ້ເປັນບ່ອນອີງ ເພື່ອສ້າງເປັນໂຄງການໂດຍນໍາໃຊ້ງົບປະມານຂອງລັດ ແລະ ຂໍທຶນຊ່ວຍເຫລືອ ເພື່ອພັດທະນາ ລັດຖະບານດີຈິຕອນ ຕໍ່ໄປ.

ໂອກາດນີ້, ຊ່ຽວຊານຈາກ KDI ສ ເກົາຫລີ ກໍໄດ້ສະຫລຸບຜົນສຳເລັດ ບົດຄົ້ນຄວ້າຂອງໂຄງການ ເຊິ່ງປະກອບມີ 3 ໜ້າວຽກຫລັກຄື:

ສັງລວມສະພາບການພັດທະນາລັດຖະບານດີຈິຕອນ ຫລື e-government ຂອງ ສປປ ລາວ ວ່າມີການພັດທະນາແນວໃດ, ແຜນພັດທະນາມີຫຍັງແດ່ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນໃນການສຶກສາແນວທາງ ໃນການສ້າງແຜນຍຸດທະສາດພັດທະນາລັດຖະບານດີຈິຕອນ ຂອງ ສປປ ລາວ ເຮົາ

SA Game
ຂ​ປ​ລ

ສຶກສາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງມີຫຍັງແດ່ ແລະ ຄວນປັບປຸງ ຫລື ສ້າງໃໝ່ ອັນທີ່ຈຳເປັນຄືແນວໃດ ເພື່ອຫັນເປັນລັດຖະບານດີຈິຕອນ ໄດ້ຢ່າງມີປະ ສິດທິພາບ ແລະ ຮັບປະກັນຄວາມປອດໄພ; ເວົ້າເຖິງການສ້າງທັກສະ ຫລື ການພັດທະ ນາບຸກຄະລາກອນ ເພື່ອຮອງຮັບການພັດທະນາວຽກງານຫັນເປັນລັດຖະບານດີຈິຕອນ.

ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳເຫັນຕໍ່ວຽກງານການສ້າງນະໂຍ ບາຍ ເພື່ອຮອງຮັບການພັດທະນາວຽກງານ ການຫັນເປັນທັນສະໄໝ ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວ ໃຫ້ສົມບູນ ແລະ ມີປະສິດທິພາບສູງຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກະຊວງເຕັກໂນໂລຊີ ແລະ ການສື່ສານ