ວັດ​ວິ​ຊຸນຍັງ​ຄົງ​ສວຍ​ງາມ​ຄື​ເກົ່າ ຫລັງ​ຈາກ​ໄດ້​ຮັບ​ການ​ປະ​ຕິ​ສັງ​ຂອນ​ໃໝ່.

SA Game

ພາບ: ນ້ອຍ ໂຟ​ໂຕ

ລັດຖະບານອາເມລິກາໃຫ້​ທືນຊ່ວຍ​ເຫລືອການບູລະນະປະຕິສັງຂອນວັດວິຊຸນ.

ວັດ​ວິ​ຊຸນຖື​ວ່າ​ເປັນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດ ແລະ ມີ​ປະ​ຫວັດ​ອັນ​ຍາວ​ນານເຊິງວ່າ​ວັດ​ວິ​ຊຸນນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລາ.

​ຫລັງ​ຈາກ​ການ​ບູ​ລະ​ນະ​ສຳ​ເລັດ, ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ 6 ຕຸລາ 2020 ນີ້.

SA Game
ພາບ: ນ້ອຍ ໂຟ​ໂຕ

ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ.

ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ. ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ.

ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ 650,000 ໂດລ່າ.

ທ່ານເອກອັກຄະລັດຖະທູດ ເຮມ໋ອນ ໄດ້ກ່າວເພີ່ມອີກວ່າ: ໂຄງການນີ້ໄດ້ຊ່ວຍໃຫ້ປະຊາຊົນລາວມີສ່ວນຮ່ວມຫຼາຍຂື້ນກັບທາງດ້ານວັດທະນະທໍາ ແລະ ທາງປະຫວັດສາດ ພ້ອມທັງຊ່ວຍໃຫ້ຄົນທົ່ວໂລກມີຄວາມເພິ່ງພໍໃຈກັບຄວາມງາມ ແລະ ຄວາມເປັນເອກະລັກທາງດ້ານຮິດຄອງປະເພນີ ຂອງ ສປປ ລາວ. ວຽກງານບູລະນະທີ່ພວກເຮົາເຮັດຈະມີສ່ວນຊ່ວຍທີ່ສໍາຄັນ ເພື່ອຮັບປະກັບວ່າວັດວິຊຸນ ອັນເປັນສະຖານທີ່ສໍາຄັນແຫ່ງນີ້ ຈະຢູ່ຄູ່ວັດທະນະທໍາ ແລະ ຈິດໃຈໃນອີກຫຼາຍປີຕໍ່ໜ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: lao yout radio