ຂ່າວ​ດີ! ເປີດ​ໃຫ້​ບໍ​ລິ​ການ​ແລ້ວ​ຫໍ​ພ​ິ​ພິ​ຕະ​ພັນ​ແຫ່ງ​ຊາດ​ແຫ່ງ​ໃໝ່​.

SA Game

ພາບ​: Mahason Magazine

ເຊີນ​ຊົມ! ຫໍພິພິຕະພັນແຫ່ງຊາດ ແຫ່ງ​ໃໝ່​ໄດ້​ເປີດ​ໃຫ້​ເຂົ້າຊົມຢ່າງເປັນທາງການແລ້ວ.

ຖື​ວ່າ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ຈະ​ໄດ້​ເຂົ້າ​ຊົມ​ຫໍ​ພິ​ພິ​ຕະ​ພັນ​ແຫ່ງ​ໃໝ່​ເຊິງ​ໄດ້​ເປີດ​ໃຫ້​ປະ​ຊາ​ຊົນ​ໄດ້​ເຂົ້າ​ຊົມ​ແລ້ວ​ຫລັງ​ຈາກ​ການ​ສ້າງ​ສຳ​ເລັດ ແລະ ຍົກ​ຍ້າຍ​ຈາກ​ບ່ອນ​ເກົ່າຢູ່ບ້ານຊຽງຍືນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນມາ​ສະ​ຖານ​ທີ່​ໃໝ່​ນີ້.

ຫໍພິພິຕະພັນແຫ່ງຊາດ ແຫ່ງໃໝ່ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະເປັນບ່ອນຮວບຮວມ ແລະວາງສະແດງມໍລະດົກທາງວັດທະນະທຳ, ປະຫວັດສາດ ແລະທຳມະຊາດຂອງຊາດລາວ, ແຜ່ນດິນລາວຍຸກດຶກດຳບັນ ຈົນເຖິງປັດຈຸບັນ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ໄດ້ນັກສຶກສາຮຽນຮູ້ເຖິງຄວາມເປັນມາຂອງປະເທດລາວ.

SA Game
ພາບ​: Mahason Magazine

ຫໍພິພິຕະພັນດັ່ງກ່າວ ໄດ້ເປີດບໍລິການໃຫ້ແຂກ ຫຼື ນັກທ່ອງທ໋ຽວທັງພາຍໃນ ແລະຕ່າງປະເທດ ຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານ ຂອງເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ, ທ່ານ ບົວວົງ ຊາພູວົງ ຮອງລັດຖະມົນຕີ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຫໍພິພິຕະພັນດັ່ງກ່າວ ແມ່ນເປີດບໍລິການໃນວັນ ແລະ ໂມງລັດຖະການ, ບັນດາຜູ້ທີ່ເຂົ້າທ່ຽວຊົມຈະໄດ້ສຶກສາຮຽນຮູ້ເຖິງແຜ່ນດິນລາວໃນຍຸກດຶກດຳບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດລາວສະໄໝກ່ອນລ້ານຊ້າງ, ຊຶ່ງວັດຖຸບູຮານທີ່ໄດ້ວາງສະແດງໃນຫໍພິພິຕະພັນແຫ່ງນີ້ປະກອບມີ ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ ແລະ ອື່ນໆ ໂດຍລວມແລ້ວມີຫຼາຍກວ່າ 850 ລາຍການ.

SA Game
ພາບ​: Mahason Magazine

ຫໍພິພິຕະພັນແຫ່ງຊາດເມື່ອກ່ອນ ແມ່ນຫໍວາງສະແດງມູນເຊື້ອ ຊຶ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 5 ປີ (1975-1980) ຕໍ່ມາໄດ້ປ່ຽນເປັນຫໍພິພິຕະພັນປະຕິວັດ ໃນປີ 1985, ມາຮອດປີ 2000 ໄດ້ຍົກຂືຶ້ນເປັນຫໍພິພິຕະພັນແຫ່ງຊາດ ໂດຍນຳໃຊ້ອາຄານເກົ່າທີ່ສ້າງຂຶ້ນໃນປີ 1925 ຊຶ່ງເປັນສະຖາປັດຕະຍະກຳຍຸກອານານິຄົມ;

ອາຄານເກົ່າຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ກົງກັນຂ້າມກັບຫໍວັດທະນະທຳແຫ່ງຊາດ ຊຶ່ງສະຖານທີ່ແຫ່ງນີ້ເຄີຍນຳໃຊ້ເປັນສະຖານທີ່ປະກາດເອກະລາດອະທິປະໄຕແຫ່ງຊາດ ຈາກການຄອບຄອງຂອງລະບອບອານານິຄົມຝຣັ່ງ ບົນຜືນແຜ່ນດິນລາວ 12 ຕຸລາ 1945.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: ວຽງຈັນທາຍ