ວັດ​ຄີ​ລີ ແຫ່ງ​ເມືອງ​ມໍ​ລະ​ດົກ​ໂລ​ກ ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ທີ່​ໜ້າ​ຮູ້

SA Game

ຕຳນານວັດ ເມືອງຫລວງພະບາງ

ມາ​ຮູ້​ຈັກ​ກັບ ປະຫວັດຄວາມເປັນມາ ວັດຄີລີ ຫຼື ວັດສຸວັນນະຄີລີ ແຫ່ງເມືອງມໍລະດົກໂລກ.

ຫຼວງພະບາງ ຫລື ເມືອງ​ມໍ​ລະ​ດົກ​ໂລກ ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ຍັງ​ຄົງ​ຮັກ​ສາ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ອັນ​ເກົ່າ​ແກ່​ຂອງ​ລາວ​ໄວ້, ບໍ່​ວ່າ​ຈະ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ຕ່າງໆ, ບຸນ​ປະ​ເພ​ນີ ວິ​ຖີ​ຊິ​ວິດ ແລະ ບັນ​ດາ​ເຮືອນ​ຊົງ​ລາວ​ຕ່າງໆ​ກໍ​ຍັງ​ຄົງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ໄວ້​ຢ່າງ​ດີ ແລະ  ຫລວງ​ພະ​ບາງ ຍັງ​ເປັນ​ເມືອງ​ທີ​່​ໜ້າ​ທ່ຽວ​ຫລາຍ ທັງ​ມີ​ຫລາຍໆ​ແຫລ່ງ​ທ່ອງ​ທ່ຽວ​ໃຫ້​ໄດ້​ຄົ້ນ​ຫາ​ຢ່າງ​ບໍ່​ມີ​ວັນ​ໝົດ.

ວັດຄີລີ ຫຼື ວັດສຸວັນນະຄີລີ ຕາມຕຳນານກ່າວວ່າວັດນີ້ ສ້າງໂດຍຊາວພວນຈາກເມືອງຊຽງຂວາງ ເມື່ອປີ ພ.ສ 2316 ຄ.ສ 1773 ຢູ່ເທິ່ງເນີນທີ່ເປັນຫໍເຈົ້າຟ້າດອກໄສ້ເດື່ອ ເພື່ອອຸທິດໃຫ້ແກ່ທະຫານຊາວພວນທີ່ໄດ້ເສຍຊີວິດ ໃນການມາຊ່ວຍສູ້ຮົບ ກັບທະຫານພະມ້າ ວັດແຫ່ງນີ້ ເປັນສີ່ງກໍ່ສ້າງໜຶ່ງທີ່ຢືນຢັນເຖິງຄວາມສຳພັນອັນດີ ລະຫວ່າງຊາວພວນຊຽງຂວາງ ແລະ ຊາວຫລວງພະບາງ.

SA Game
ຕຳນານວັດ ເມືອງຫລວງພະບາງ

ເນື່ອງຈາກ ເຈົ້າຊາຍຊາວພວນ ທີ່ມີນາມວ່າ:

ເຈົ້າຄຳສັດທາ ໄດ້ມາອະພິເສກສົມຣົດກັບ ເຈົ້ານາງແວ່ນແກ້ວສາມຜິວ ຜູ້ເປັນພຼະຣາຊະທິດາຂອງ ເຈົ້າອິນທະໂສມ ແຫ່ງນະຄອນຫລວງພະບາງ ແລະໄດ້ສົ່ງກອງກໍາລັງທະຫານມາຊ່ວຍສົມເດັດພຼະເຈົ້າສຸລິຍະວົງ ຜູ້ເປັນພຼະເຊດຖາຂອງຂອງພຼະຊາຍາ (ອ້າຍຂອງເມຍ) ທີ່ມາສູ້ຮົບກັບກອງທັບຂອງ ພະຍາໂປ່ສຸພະລະ ແມ່ທັບພະມ້າທີ່ຄຸມກຳລັງພົນມາຕີເມືອງຫລວງພະບາງ ຈຳນວນເຖິງ 5,000 ຄົນ.

ໃນຄັ້ງນັ້ນ ໄດ້ສູ້ຮົບກັນເຖິງ 15 ວັນ 15 ຄືນ, ກອງທັບພະມ້າຕີໄດ້ເມືອງຫລວງພະບາງແຕກ ແລະ ພຼະເຈົ້າສຸລິຍະວົງ ຕ້ອງຍອມສະຫວາມິພັກຜູກສຳພັນກັບ ກຸງອັງວະ ພະມ້າ…

ເຊີ່ງຄຳວ່າ ສຸວັນ ແປວ່າ: ທອງຄຳ ແລະ ຄີລິ ແປວ່າ ພູເຂົາ ເຊີ່ງລວມກັນແລ້ວ ວັດສຸວັນນະຄີລີ ກໍ່ແປວ່າ: ວັດພູເຂົາທອງຄຳ ແລະ ສ່ວນບ້ານຫໍເຈົ້າຟ້າດອກໄສ້ເດື່ອ ກໍ່ໄດ້ປ່ຽນມາເປັນ ບ້ານຄີລີ ຕາມຊື່ວັດ ແຫ່ງນີ້.(ປະຈຸບັນແມ່ນ ບ້ານຄີລີຊຽງທອງ)

SA Game
ຕຳນານວັດ ເມືອງຫລວງພະບາງ

ປະຈຸບັນຍັງຮັກສາໂຄງສ້າງ ແລະ ລວດລາຍອັນໂດດເດັ່ນປະດັບປະດາທີ່ມີຢູ່ດັ່ງເດີມໄວ້ ເທິງຫລັງຄາບໍ່ມີຍອດຊໍ່ຟ້າ ດ້ານຫລັງຂອງພຣະພັດທະສີມມາ ມີພະທາດຊົງແປດຫລ່ຽມຕັ້ງຢູ່ເທິງຖານສີ່ຫຼ່ຽມງາມສະຫງ່າຄຽງຄູ່ກັນມາຊ້ານານ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Anousone Manisouk, ຕຳນານວັດ ເມືອງຫລວງພະບາງ